ບັນດາຜູ້ຊ່ຽວຊານ ແລະປະຊົນຊົນໃນເຂດທ້ອງຖິ່ນ ຢູ່ທັງທັງສອງປະເທດລາຍງານວ່າ ກຸ່ມລັດອິສລາມ ຫຼື IS ໄດ້ອອກເງິນຕາຂອງຕົນ ເພື່ອໃຊ້ເປັນພື້ນຖານ ໃນການຊື້ຂາຍສິນຄ້າ ຢູ່ໃນບັນດາຂົງເຂດທີ່ຕົນຄວບຄຸມຢູ່ໃນຊີເຣຍແລະອີຣັກ.
ມີລາຍງານວ່າ ຫລຽນຄຳ 21 ກາຣັດ Dinar ທີ່ໜັກ 4.24 ກຣາມ ແມ່ນແນໃສ່ເພື່ອໃຊ້ ແທນເງິນ pound ຂອງຊີເຣຍ ເງິນ dinar ຂອງອີຣັກ ແລະເງິນໂດລາຂອງສະຫະລັດ ຢູ່ໃນຕະຫລາດການຊື້ສິນຄ້າ.
ພວກນັກເຄື່ອນໄຫວທ້ອງຖິ່ນ ໃນເມືອງ Deir Ezzor ຂອງຊີເຣຍ ກ່າວວ່າ ພວກຄ້ານໍ້າມັນໄດ້ຖືກແນະນຳໂດຍກຸ່ມ IS ໃຫ້ນຳໃຊ້ເງິນໃໝ່ ໃນຂະນະທີ່ ເຮັດທຸລະກິດຢູ່ໃນເຂດຄວບຄຸມຂອງກຸ່ມ IS.
ນັບແຕ່ໄດ້ເຂົ້າກຳອຳນາດໃນປີ 2014 ກຸ່ມ IS ໄດ້ກາງຕໍ່ການຂາຍນໍ້າມັນ ອັນເປັນແຫລ່ງ ທີ່ສ້າງລາຍໄດ້ອັນສຳຄັນໃຫ້ແກ່ກຸ່ມດັ່ງກ່າວ.
ນັກເສດຖະສາດຊີເຣຍ ທ່ານ Khorshid Alika ກ່າວວ່າ “ນີ້ເປັນຄວາມພະຍາຍາມຂອງກຸ່ມ IS ເພື່ອໃຫ້ເປັນທີ່ຖືກຕ້ອງຕາມກົດໝາຍ ເຂົາເຈົ້າຕ້ອງການຢາກບອກໃຫ້ໂລກຮູ້ວ່າ ລັດຂອງເຂົາເຈົ້າສາມາດກຳນົດເສດຖະກິດຕໍ່ຕະຫຼາດ ສາກົນ.” ບັນດາຄົນໃນທ້ອງຖິ່ນພາກັນຢ້ານວ່າການໃຊ້ຫລຽນຄຳນີ້ອາດເປັນຜົນກະທົບຕໍ່ເຂົາເຈົ້າໃນທັນທີ ຊຶ່ງຈະເປັນ ສາເຫດພາໃຫ້ເກີດເງິນເຟີ້ຢ່າງແຮງແກ່ເສດຖະກິດທ້ອງຖິ່ນ.