ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ອິ​ສ​ລາມໃນ​ອັ​ຟ​ກາ​ນິ​ສ​ຖານຂະຫຍາຍໂຕເພີ້ມ​​ຂຶ້ນ ແລ​ະ​​ເປັນ​ອັນ​ຕະ​ລາຍຂຶ້ນຕື່ມ


ບັນ​ດາ​ສະ​ມາ​ຊິກກຸ່ມ IS-Khorasan ກຳ​ລັງ​ປັກ​ທຸງ​ໃນ​ເຂດ​ຊົນ​ເຜົ່າ ໃນ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 2 ພະ​ຈິກ 2015.
ບັນ​ດາ​ສະ​ມາ​ຊິກກຸ່ມ IS-Khorasan ກຳ​ລັງ​ປັກ​ທຸງ​ໃນ​ເຂດ​ຊົນ​ເຜົ່າ ໃນ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 2 ພະ​ຈິກ 2015.

ການ​ພັງ​ທະ​ລາຍ​ລົງ​ຂອງ​ເ​ຂດ​ທີ່​ປະ​ກາດ​ຕົນ​ເອງ​ເປັນລັດ​ອິສລາມ ຫຼື caliphate ຢູ່​ໃນ
​ຊີ​ເຣຍແລະ​ອີ​ຣັກນັ້ນ ​ບໍ່​ໄດ້​ມີ​ຜົນ​ກະ​ທົບ​ຫຍັງ​ຫຼາຍ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ ສາ​ຂາກຸ່ມ
ກໍ່​ການ​ຮ້າຍດັ່ງ​ກ່າວ ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ.

​ຂໍ້​ມູນ​ລັບ​ສະ​ບັບໃໝ່ທີ່​ມີ​ການ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ກໍ່​ການ​ຮ້າຍລັດ​ອິ​ສ​ລາມ
​ໃນ​ແຂວງ​ໂຄ​ຣາ​ຊານ​ ຫຼື IS-Khorasan ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ ທັງ​ຈຳ​ນວນ ແລະ​ຄວາມ​ກະ​
ຕື​ລື​ລົ້ນ ຊຶ່ງ​ເວ​ລາ​ນີ້ມີພວກ​ນັກ​ລົບ​ເພີ້​ມ​ຂຶ້ນ​ເຖິງ 5,000 ຄົນແລ້ວ ເກືອບ​ຫ້າ​ເທົ່າ ​ຂອງ​ຈຳ​
ນວນ​ທີ່​ໄດ້​ຄາດ​ຄະ​ເນ​ໄວ້​ໃນ​ປີ​ກາຍ​ນີ້ ໃນ​ຂະ​ນະ​ທີ່ກຸ່ມ​ດັ່ງ​ກ່າວໄດ້​ປ່ຽນ​ໄປ​ເພັ່ງ​ເລັງ​ໃສ່​
ການ​ໂຈມ​ຕີ​ທີ່​ໃຫຍ່ກວ່າ​ເກົ່າ ແລະ​ຮ້າຍ​ແຮງຂຶ້ນ​ກວ່າເກົ່າ.

ພວກ​ເຈົ້າ​ໜ້າ​ທີ່​ທ​ະ​ຫານ ​ກ່າວ​ວ່າ ​ຈຳ​ນວນທີ່​ວ່ານີ້ ແມ່ນ​ໄດ້​ຮັບ​ຮູ້​ເຊັ່ນ​ດຽວ​ກັນ​ໂດຍ​ກຳ
​ລັງ​ສະ​ຫະ​ລັດໃນອັ​ຟ​ການິ​ສ​ຖານ​ ຢູ່ໃນ​ລາຍ​ງານປະ​ຈຳໄຕ​ມາດ​ສະ​ບັບ​ຫລ້າສຸດ ໂດຍ​ຜູ້
ກວດ​ກາ​ທົ່ວ​ໄປ ກ່ຽວ​ກັບ ການ​ປະ​ຕິ​ບັດ​ງານ​ເສ​ຣີ​ພາບ​ເຊັນ​ທີແ​ນລ ທີ່ໄດ້​ນຳ​ອອກ​ເຜີຍ​
ແຜ່ໃນ​ວັນ​ອັງ​ຄານ​ວານ​ນີ້ ໂດຍ​ເວົ້າວ່າ “ມີ​ຄວາມ​ໝັ້ນ​ໃຈຕ່ຳ” ຕໍ່ການ​ຄາດ​ຄະ​ເນ ແຕ່​ວ່າ
​ກຸ່ມ​ກໍ່​ການ​ຮ້າຍ IS-Khorasan ມີ​ພວກ​ນັກ​ລົບ​ຢູ່​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ພ້ອມ​ທັງ​ຢູ່​ໃນ​ແຂວງນັນ​ກາ​ຮາ​ ແລະ​ກູ​ນາ​ ແລະຢູ່​ໃນ​ເຂດອື່ນໆ​ ທາງພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​
ອັ​ຟ​ກາ​ນິ​ສ​ຖານ.

ສິ່ງ​ທີ່ເພີ້ມຄວາມ​ເປັນ​ຫ່ວງ​ຫຼາຍ​ຂຶ້ນ ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ກະ​ຊວງປ້ອງ
​ກັນ​ປະ​ເທດ ກໍ​ຄື​ກຸ່ມ​ກໍ່​ການ​ຮ້າຍນີ້ ແມ່ນ​ໄດ້​ມີ​ການ​ຂະ​ຫຍາຍການ​ຄວບ​ຄຸມ ທາງ​ພາກ​ພື້ນ​
ດິນ ທັງຕໍ່ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ແລະ​ກຸ່ມ​ຕາ​ລິ​ບານ ​ໂດຍຂະ​ຫຍາຍ​ພື້ຶ້ນ​ທີ່ພາຍ​ໃຕ້
ການ​ຄວ​ບ​ຄຸມ​ຂອງ​ຕົນ​ຢູ່ແຂວງ​ກູ​ນາ​ ນັບ​ແຕ່​ເລີ້ມຕົ້ນປີ​ກາຍນີ້​ມາ.

ນອກນັ້ນ ຍັງ​ປາ​ກົດ​ວ່າ ກຸ່ມ​ກໍ່​ການ​ຮ້າຍ IS-Khorasan ​ສາ​ມາດ​ຂະ​ຫຍາຍ​ການ​ຄວ​ບ
​ຄຸມ​ໃນ​ເຂດ​ອື່ນໆ​ອີກ. ການ​ຊັ່ງ​ຊາ​ພົບ​ເຫັນ​ວ່າ “ເປັນໄປ​ໄດ້​ສູງ” ທີ່​ກຸ່ມ​ກໍ່​ການ​ຮ້າຍ IS ມີ
ກຸ່ມນ້ອຍໆ ປະ​ຕິ​ບັດ​ງານຢູ່​ໃນ​ເຂດ​ອື່ນໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ​ທີ່​ຢູ່ພາຍ​ໃຕ້​ການ​ຄວບ​ຄຸມ​
ຂອງ​ລັດ​ຖະ​ບານ ຫຼືຂອງກຸ່ມຕາ​ລິ​ບານ.

ກຳ​ລັງ​ພິ​ເສດ​ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ກວດ​ເບິ່ງ​ຖ້ຳ ໃນ​ແຂວງ​ຄັນ​ດາ​ຮາ​ຮ ປະ​ເທດ​ອັ​ຟ​ກາ​ນິສ​ຖານ ວັນ​ທີl 23 ແມ​ສາ 2017.
ກຳ​ລັງ​ພິ​ເສດ​ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ກວດ​ເບິ່ງ​ຖ້ຳ ໃນ​ແຂວງ​ຄັນ​ດາ​ຮາ​ຮ ປະ​ເທດ​ອັ​ຟ​ກາ​ນິສ​ຖານ ວັນ​ທີl 23 ແມ​ສາ 2017.

ພັນ​ເອກ​ເດບ ບັດ​ເລີ​ ໂຄ​ສົກຂອງກຳ​ລັງ​ສະ​ຫະ​ລັດ ໃນອັ​ຟ​ກາ​ນີ​ສ​ຖານ ກ່າວ​ຕໍ່ວີ​ໂອ​ເອ
ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ ກ່ຽວ​ກັບ​ຄວາມ​ສາ​ມາດ ແລະທິດທາງ​ຂອງ​ພວກ
ກຸ່ມ​ກໍ່​ການ​ຮ້າຍ IS-Khorosan ຊຶ່ງ​ກຸ່ມ​ດັ່ງ​ກ່າວ​ໄດ້​ສະ​ແດງໃຫ້​ເຫັນ​ຢ່າງຈະແຈ້ງ​ວ່າ​
ເຂົາ​ເຈົ້າ​ໄຝ່​ຝັນ​ຢ​າກ​ໂຈມ​ຕີ​ສະ​ຫະ​ລັດ ແລະ​ບັນ​ດາ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ.”

ສະ​ພາບ​ການໃນ​ປັດ​ຈຸ​ບັນ​ຂອງ​ກຸ່​ມ​ກໍ່​ການ​ຮ້າຍ IS ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ຈະ​ປາ​ກົດໃຫ້
​ເຫັນ​ເຖິງການ​ຫັນ​ປ່ຽນ ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ ໃນ​ເ​ດືອນ​ເມ​ສ​າ ປີ 2017 ເວ​ລາ​
ສະ​ຫະ​ລັດ​ໄດ້​ຖີ້ມ​ລະ​ເບີດ​ໃຫຍ່​ສຸດ ທີ່ບໍ່​ແມ່ນ​ລະ​ເບີດນິວ​ເຄ​ລຍ ທີ່ມີ​ຢູ່ໃນຄັງ​ອາ​ວຸດ
ຂອງສະ​ຫະ​ລັດ ຄື​ລະ​ເບີດ GBU-43 ລົງໃສ່​ຖ້ຳ ແລະ​ລະ​ບົບອຸ​ໂມງ ​ຂອງ​ກຸ່ມ IS ໃນ
ແຂວງນັນ​ກາ​ຮາ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG