ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມລັດອິສລາມ ລັກລອບນຳພາ ພວກເດັກຊາຍ ໄປສູນຝຶກຊ້ອມ ຢູ່ທະເລຊາຍ


ເດັກນ້ອຍເຕົ້າໂຮມກັນຢູ່ຕູບຜ້າຂອງເຂົາເຈົ້າຢູ່ສູນ ອາລ-ໂຮລ (al-Hol), ເຊິ່ງເປັນບ່ອນຢູ່ຂອງຄອບຄົວທີ່ເປັນສະມາຊິກຂອງກຸ່ມລັດອິສລາມ, ແຂວງ ຮາຊາເກ, ປະເທດ ຊີເຣຍ. 1 ພຶດສະພາ, 2021.
ເດັກນ້ອຍເຕົ້າໂຮມກັນຢູ່ຕູບຜ້າຂອງເຂົາເຈົ້າຢູ່ສູນ ອາລ-ໂຮລ (al-Hol), ເຊິ່ງເປັນບ່ອນຢູ່ຂອງຄອບຄົວທີ່ເປັນສະມາຊິກຂອງກຸ່ມລັດອິສລາມ, ແຂວງ ຮາຊາເກ, ປະເທດ ຊີເຣຍ. 1 ພຶດສະພາ, 2021.

ດົນກວ່າ 3​ປີຫຼັງຈາກການພັງລົງຂອງເຂດປົກຄອງທີ່ຖືກປະກາດຂຶ້ນເອງນັ້ນ, ກຸ່ມກໍ່ການຮ້າຍລັດອິສລາມ ປາກົດວ່າຈະພະຍາຍາມທີ່ຈະສ້າງຄືນກອງທັບຂອງພວກເຂົາໃນທະເລຊາຍທາງພາກຕາເວັນອອກຂອງປະເທດ ຊີເຣຍ ໂດຍການຢູ່ເບື້ອງຫຼັງພວກເດັກນ້ອຍ ແລະ ໄວລຸ້ນ, ເຊິ່ງຫຼາຍຄົນຖືກລັກລອບພາໜີອອກຈາກສູນຄົນທີ່ບໍ່ມີບ່ອນຢູ່ອາໄສ ທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງ ຊີເຣຍ.

ການເປີດເຜີຍດັ່ງກ່າວ, ທີ່ອີງໃສ່ຂໍ້ມູນລັບຂອງກອງທັບ ສະຫະລັດ ນັ້ນ, ແມ່ນສ່ວນນຶ່ງຂອງລາຍ ງານທີ່ຖືກເປີດເຜີຍໃນວັນອັງຄານວານນີ້ ໂດຍເຈົ້າໜ້າທີ່ສືບສວນຂອງກະຊວງປ້ອງກັນປະເທດ ສະຫະລັດ ກ່ຽວກັບ ການປະຕິບັດການຂອງ ອາເມຣິກາ ແລະ ພັນທະມິດໃນ ຊີເຣຍ ແລະ ອີຣັກ.

ພິເສດນັ້ນ, ລາຍງານໄດ້ເຕືອນວ່າ ເຖິງແມ່ນຈະມີການປາບປາມຫຼາຍຄັ້ງໂດຍກອງກຳລັງປະຊາ ທິປະໄຕ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ກໍຕາມ, ກຸ່ມ IS ຫຼືຮູ້ຈັກກັນດັ່ງກັບ ISIS ຫຼື ແດັສ (Daesh) ນັ້ນ, ຍັງຄົງມີອິດທິພົນຢ່າງຫຼວງຫຼາຍໃນສູນຄົນທີ່ບໍ່ມີທີ່ຢູ່ອາໄສຫຼາຍແຫ່ງ, ພ້ອມກັບການເຄື່ອນໄຫວທີ່ອິດສະຫຼະ ໄດ້ອະນຸຍາດໃຫ້ພວກເຂົາແນເປົ້າໃສ່ “ຜູ້ທີ່ອ່ອນແອ ທີ່ສຸດ” ສຳ ລັບການຮັບສະມາຊິກໃໝ່.

ລາຍງານໄດ້ກ່າວວ່າ “ກຸ່ມ ISIS ໄດ້ໃຫ້ບູລິມະສິດສູງສຸດເພື່ອລັກນຳພາພວກເດັກຊາຍອອກຈາກສູນທີ່ວ່ານີ້ ເພື່ອຝຶກຊ້ອມໃນສະຖານທີ່ຕ່າງໆຢູ່ທະເລຂາຍຂອງ ຊີເຣຍ.” ໂດຍອີງໃສ່ການປະເມີນຜົນຈາກອົງການສືບລັບກອງທັບ ສະຫະລັດ.

ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ໄດ້ເຕືອນຕື່ມວ່າ ສູນຜູ້ບໍ່ມີບ່ອນຢູ່ອາໄສ ອາລ-ໂຮລ (al-Hol) ໂດຍສະເພາະ, ແມ່ນໄດ້ເປັນສູນກາງສຳລັບການເກນ ສະມາຊິກຂອງກຸ່ມ IS ແລະ ການດຳເນີນການຫົວຮຸນແຮງ.

ກອງບັນຊາການສູນກາງ ສະຫະລັດ, ເຊິ່ງຄວບຄຸມກອງກຳລັງ ສະຫະລັດ ໃນເຂດຕາເວັນອອກກາງນັ້ນ, ໄດ້ກ່າວຕໍ່ເຈົ້າໜ້າທີ່ສືບສວນວ່າໃນການແລກປ່ຽນກັບເງິນເພີ່ມເຕີມ, ຜູ້ສະໜັບສະໜູນກຸ່ມ IS ທີ່ເປັນແມ່ຍິງແມ່ນໄດ້ຂະຫຍາຍຄວາມພະຍາຍາມດຳເນີນການຫົວຮຸນແຮງຢູ່ສູນ ອາລ-ໂຮລ ໃນລະຫວ່າງເດືອນເມສາ ແລະ ມິຖຸນາ, ດ້ວຍການໃຊ້ສື່ສັງຄົມເພື່ອແນເປົ້າໃສ່ ເດັກນ້ອຍ ແລະ ໄວລຸ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG