ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ IS ລະເບີດຖິ້ມ ວັດບູຮານ ໃນເມືອງ Palmyra ທີ່ພວກເຂົາ ຍຶດໄດ້ໃນ ຊີເຣຍ


ສະມາຊິກກຸ່ມພວກຫົວຮຸນແຮງ ລັດອິສລາມ ໃນ ຊີເຣຍ.
ສະມາຊິກກຸ່ມພວກຫົວຮຸນແຮງ ລັດອິສລາມ ໃນ ຊີເຣຍ.

ນັກເຄື່ອນ​ໄຫວ ຊີ​ເຣຍ ​ແລະ ຫົວໜ້າ​ວັດຖຸ​ບູຮານ​ຂອງ​ປະ​ເທດ​ກ່າວ​ວ່າ ພວກ​ລັດ​ ອິສລາມ​ ​ໄດ້​ລະ​ເບີດ​ວັດ​ໂບຮານ​ໃນ​ເມື​ອງ Palmyra ຖິ້ມ, ​ເຊິ່ງ​ເປັນ​ສະຖານ​ທີ່​ໜຶ່ງ​ທີ່​ມີ​ປະຫວັດ​ສາດ​ຍາວ​ນານ​ທີ່​ສຸດໃນ ຕາ​ເວັນ​ອອກ​ກາງ.

ທ່ານ Maamoun Abdulkarim ກ່າວ​ວ່າ ຄວາມ​ຢ້ານ​ກົວ​ທີ່​ມືດ​ມົນ​ທີ່​ສຸດ​ຂອງເພ່ິນ​ແມ່ນໄດ້ກາຍ​ເປັນ​ຈິງ​ແລ້ວ.

ພວກ​ຫົວ​ຮຸນ​ແຮງ​ ລັດ​ອິສລາມ ​ໄດ້​ທຳລາຍ​ວັດ Baal Shamin ທີ່​ມີ​ອາ​ຍຸ​ເກົ່​າ​ແກ່ 2,000 ປີ ດ້ວ​ຍລະ​ເບີດ​ແຮງ​ພໍ​ທີ່​ຈະ​ທຳລາຍ​ຫຼັກ​ເສົາ​ຫີນ ​ໂຣມັນ ທີ່​ອ້ອມ​ຮອບ​ຕຶກ​ບູຮານ​ຢ່າ​ງ​ແຮງ.

ອົງການ​ສິ້ງຊອມ​ ສິດທິ​ມະ​ນຸດໃນ ຊີ​ເຣຍ ທີ່​ມີ​ຫ້ອງການຕັ້ງຢູ່​ໃນ​ ອັງກິ​ດ ​ໄດ້​ຢືນຢັນເຖິງການ​ ທຳລາຍ​ວັດດັ່ງກ່າວໃນ​ວັນ​ອາທິດ​ວານ​ນີ້. ສັບປະ​ດາຜ່ານ​ມາ​ພວກເຂົາ​ເຈົ້າກ່າວ​ວ່າ ພວກ​ຫົວ​ຮຸ​ນ​ແຮງ​ໄດ້​ຕັດ​ຫົວ​ອະ​ດີດ​ຜູ້ອຳນວຍການ​ວັດຖຸ​ໂບຮານ​ຂອງ​ເມືອ​ງ Palmyra ທ່ານ Khaled Asaad ຕໍ່ໜ້າສາ​ທາ​ລະນະຊົນ ​ຜູ້​ຊຶ່ງ​ເຮັດ​ວຽກ​ເພື່ອ​ປົກ​ປັກ​ຮັກສາ​ປະວັດ​ສາດ​ທີ່​ແຕກ​ຫັກ​ງ່າຍ ​ໃນ​ສະຖານ​ອັນ​ເປັນ​ມໍ​ລະ​ດົກໂລກ ສະຫະ​ປະຊາ​ຊາດ ​ເປັນ​ເວລາ​ 50 ປີມາ​ແລ້ວ.

ວັດ Baal Shamin, ເມືອງ Palmyra, ຊີເຣຍ
ວັດ Baal Shamin, ເມືອງ Palmyra, ຊີເຣຍ

ພວກລັດ​ອິສລາມ ​ໄດ້​ຍຶດ​ເອົາ​ເມືອງ Palmyra ​ໃນ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ ​ແລະ ນັກ​ປະຫວັດ​ສາດ​ໃນ​ທັນທີ​ທັນ​ໃດ​ ໄດ້​ອອກສຽງເຕືອນ​ໄພ​ໄປ​ທົ່ວ​ໂລກ. ພວກ​ຫົວ​ຮຸ​ນແຮງ​ກ່າວ​ວ່າ ສິ່ງ​ປະດິ​ດຂອງ​ຄົນໂບຮານ ​ແລະ ຮູ​ບປັ້ນ​ແມ່ນ​ສິ່ງ​ດູ​ໝິ່ນ​ສາສະໜາ. ​ນອກ​ນັ້ນພວກ​ເຂົາ​ກໍ​ຍັງ​ໄດ້​ທຳລາຍ​ສະຖານ​ທີ່​ປະຫວັດສາດ​ແຫ່ງ​ອື່ນໆ​ອີກໃນ​ ອີຣັກນຳດ້ວຍ.

​ແຕ່​ວ່າ​ຂໍ້​ມູນ​ສຳ​ຫຼວດກ່າວ​ວ່າພວກ ​ລັດ​ອິສລາມ ​ໄດ້​ຂາຍ​ວັດຖຸ​ໂບຮານ​ຫຼາຍ​ຊິ້ນ​ສ່ວນ​ເພື່ອ​ສ້າງ​ລາຍ​ໄດ້. ພວກ​ເຂົາກ່າວ​ວ່າ ມີ​ວິ​ດີ​ໂອ ສະ​ແດງໃຫ້​ເຫັນ​ວ່າພວກ​ຫົວ​ຮຸນ​ແຮງ​ໄດ້​ລະ​ເບີດ​ຮູບ​ປັ້ນ​ຫຼາຍ​ຮູບ ​ແລະ ສິນລະ​ປະກຳ​ຫຼາຍ​ອັນ​ແມ່ນຂອງ​ປອມ.

XS
SM
MD
LG