ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດລະເບີດ ໃກ້ເມືອງ al-Bab ໃນຊີເຣຍ ສັງຫານ ຫຼາຍສິບຄົນ


ພວກຕໍ່ຕ້ານລັດຖະບານຊີເຣຍ ທີ່ໜຸງຫລັງໂດຍເທີກີ ຍົກທຸງກອງພັນຂອງຕົນ.
ພວກຕໍ່ຕ້ານລັດຖະບານຊີເຣຍ ທີ່ໜຸງຫລັງໂດຍເທີກີ ຍົກທຸງກອງພັນຂອງຕົນ.

ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ​ສະຫຼະຊີບ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ ​35 ຄົນ​ແລະ
​ໄດ້​ຮັບ​ບາດເຈັບ​ອີກ​ຈຳນວນ​ນຶ່ງຢູ່​ທີ່​ບ້ານໆ​ນຶ່ງ​ຂອງ​ຊີ​ເຣຍ​ໃກ້​ກັບ​ເມືອງ al-Bab ບໍ່​ເທົ່າ
ໃດ​ມື້ ຫລັງ​ຈາກ​ກຳລັງ​ເທີ​ກີ​ ແລະ​ພວກ​ຕໍ່ຕ້ານ​ ທີ່​ເປັນ​ພັນທະ​ມິດ​ໄດ້​ເຂົ້າຄວບ​ຄຸມ​ສ່ວນ
​ໃຫຍ່​ຂອງ​ຫົວ​ເມືອງ​ຍຸດ​ທະ​ສາດ​ດັ່ງກ່າວ​ຈາ​ກກຸ່ມລັດ​ອິສລາມ.

​ເຫດ​ລະ​ເບີດ​ໃນ​ວັນ​ສຸກ​ມື້ນີ້ ​ເກີດ​ຂຶ້ນທີ່​ດ່ານ​ກວດ​ຂອງ​ພວກ​ຕໍ່​ຕ້ານ​ໃນ​ບ້ານ Sousian
ໂດຍ​ໄດ້​ສັງຫານ​ພົນລະ​ເຮືອນ​ຫຼາຍຄົນພ້ອມ​ດ້ວຍ​ກຳລັງ​ຂອງ​ພວກຕໍ່ຕ້ານ.

ພວກຕໍ່ຕ້ານໃນຊີເຣຍ ທີ່ໄດ້ຮັບການໜຸງຫລັງ ຈາກເທີກີ
ພວກຕໍ່ຕ້ານໃນຊີເຣຍ ທີ່ໄດ້ຮັບການໜຸງຫລັງ ຈາກເທີກີ

ປະຊາຊົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ ທີ່​ຫ້ອງການ​ຮັກສາ​ຄວາມ​ສະຫງົບ​ ສ່ວນ​ນຶ່ງ​ແມ່ນ​ເພື່ອ​ຂໍ​
ໃບ​ອະນຸຍາດທີ່​ຈະ​ກັບ​ຄືນ​ໄປ​ຍັງ​ເມືອງ al-Bab ຊຶ່ງ​ໄດ້​ເກີດ​ການ​ສູ້​ລົບຢ່າງ​ໜັກ​ມາ​ໄດ້​
ຫຼາຍ​ເດືອນ​ແລ້ວ​ນັ້ນ.

ກຳລັງ​ຂອງ​ເທີ​ກີ​ແລະ​ພວກ​ຕໍ່ຕ້ານ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ
​ຈາກ​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ໄດ້​ຖອນ​ອອກ​ໄປ​ເຮັດ​ໃຫ້ການ​ສູ້​ລົບກັນ​ສິ້ນສຸດ
​ລົງຢູ່​ໃນ​ເຂດ​ທີ່​ໝັ້ນດັ່ງກ່າ​ວຂອງ​ກຸ່ມ​ລັດ​ອິສລາມ ອີງ​ຕາມ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ເທີ
​ກີ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ຊີ​ເຣຍ.

ກຳລັງຂອງເທີກີ ແລະກອງທັບຊີເຣຍເສລີ
ກຳລັງຂອງເທີກີ ແລະກອງທັບຊີເຣຍເສລີ

ທ່ານ Fikri Isik ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີກີ​ ກ່າວຕໍ່​ອົງການຂ່າວ
Anadolu ຂອງ​ທາງ​ການ​ເທີ​ກີ​ວ່າ ​ເມືອງ al-Bab ​ເກືອບ​ທັງ​ໝົດແມ່ນ​ຢູ່​ພາຍ​ໃຕ້​ການ
​ຄວບ​ຄຸມ​ໃນ​ເ​ວລານີ້ແລະ​ການ​ປະຕິບັດ​ງານ​ເພື່ອ​ກວດ​ລ້າງ​ກຳລັງ​ດຳ​ເນີນ​ຢູ່.

ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ມີ​ລາຍ​ງານ​ວ່າ ກຳລັງ​ມຸ່ງ​ໜ້າ​ລົງ​ໃຕ້​ໄປ​ຍັງ​ເຂດຄວບ
​ຄຸມ​ຂອງ​ພວກ​ເຂົາ ​ຢູ່​ບ່ອນ​ອື່ນ​ໆໃນ​ຊີ​ເຣຍ. ​ມີ​ພວກ​ນັກ​ລົບຂອງ​ກຸ່ມ​ລັດ​ອິສລາມ ພຽງ​ບໍ່
​ເທົ່າ​ໃດ ​ຍັງ​ຫລົບ​ລີ້​ຢູ່ ​ຢ່າງ​ກະຈັດກະຈາຍ ປົນ​ກັບ​ປະຊາຊົນ​ໃນເຂດ​ທ້ອງ​ຖິ່ນ ອີງ​ຕາມ​
ລາຍ​ງານ​ຂ່າວ​ຈາກ​ເມືອງ​ດັ່ງກ່າວ.

ພວກນັກລົບກອງກຸ່ມກຳລັງປະຊາທິປະໄຕຊີເຣຍ
ພວກນັກລົບກອງກຸ່ມກຳລັງປະຊາທິປະໄຕຊີເຣຍ

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ກຳລັງ​ທີ່​ໄດ້​ຮັບການ​ໜຸນ​ຫລັງ​ ຈາກ​ເທີ​ກີ
​ພວມ​ທຳ​ການກວດ​ລ້າງ​ຢູ່​ຕາມ​ຄຸ້ມ​ຕ່າງໆ​ໃນ​ເມືອງ al-Bab.

ຫົວໜ້າ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ ໃນ​ຊີ​ເຣຍ ທ່ານ Rami Abdulrahman ກ່າວວ່າ
“​ຄຸ້ມ​ນຶ່ງທາງ​ກ້ຳ​ຕາ​ເວັ​ນອອກສຽງ​ເໜືອ​ຂອງ​ເມືອງ​ດັ່ງກ່າວ ຍັງ​ບໍ່​ທັນ​ມີ​ການກວດ​ລ້າງ
​ເທື່ອ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG