ລັດຖະມົນຕີກະຊວງພາຍໃນຂອງ Bavaria ທ່ານ Joachim Herrmann ກ່າວວ່າ ຕຳຫຼວດໄດ້ພົບເຫັນທຸງທີ່ແຕ້ມດ້ວຍມື ຂອງກຸ່ມຫົວຮຸນແຮງລັດອິສລາມ ໃນຖົງ ຂອງເດັກໜຸ່ມ ຜູ້ຊຶ່ງໄດ້ເດີນທາງໄປກັບລົດໄຟ ທີ່ໄດ້ໃຊ້ຂວານແລະມີດແທງຜູ້ຄົນ ຢູ່ເທິງລົດໄຟໃນວັນຈັນວານນີ້.
ມີຫຼາຍຄົນ ໄດ້ຮັບບາດເຈັບ ໃນການໂຈມຕີຄັ້ງນີ້ ຊຶ່ງຮວມມີ ສະມາຊິກຄອບຄົວຂອງຊາວຈີນ ຊຶ່ງມີ 2 ຄົນ ໄດ້ຮັບບາດເຈັບສາຫັດ.
ຜູ້ໂຈມຕີ ແມ່ນອົບພະຍົບອັຟການິສຖານ ໄວ 17 ປີ ໄດ້ຖືກຍິງຕາຍ ໂດຍຕຳຫຼວດ ໃນຂະນະທີ່ລາວກຳລັງໜີອອກຈາກສະຖານທີ່ເກີດເຫດ. ທ່ານ Herrmann ໄດ້ກ່າວກ່ອນໜ້ານີ້ວ່າ ເດັກໜຸ່ມຜູ້ນີ້ ໄດ້ອາໄສຢູ່ ໃນເມືອງ Ochsenfurt ຂອງເຢຍຣະມັນ.
ບັນດາເຈົ້າໜ້າທີ່ກ່າວວ່າ ຍັງບໍ່ທັນໄດ້ລົງຄວາມເຫັນໃດໆກ່ຽວກັບສາເຫດຂອງການໂຈມຕີຄັ້ງນີ້ເທື່ອ. ພວກເຂົາເຈົ້າກ່າວວ່າ ເສັ້ນທາງລົດໄຟສາຍດັ່ງກ່າວ ລະຫວ່າງເມືອງ Ochsenfurt ແລະເມືອງ Wurzburg ແມ່ນໄດ້ຖືກປິດລົງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ