ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກຮົບ IS ຄາດວ່າ ຈະອົບພະຍົບ ອອກຈາກເມືອງ Raqqa


ພາບນີ້ໄດ້ມາຈາກວິດີໂອທີ່ຖືກເປີດເຜີຍໃນວັນທີ 3 ​ສິງຫາ 2017, ແລະ ສະໜອງໃຫ້ໂດຍອົງການຂ່າວ Hawar News ເປັນກຸ່ມສື່ມວນຊົນຂອງນັກເຄື່ອນໄຫວຊາວ ເຄີດ ໃນປະເທດ ຊີເຣຍ. ສະແດງໃຫ້ເຫັນນັກຮົບຄົນນຶ່ງຈາກກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ຍິງປືນຂອງລາວ ໃນລະຫວ່າງການປະທະກັນກັບນັກຮົບ ກຸ່ມລັດອິສລາມ ໃນເມືອງ Raqqa ທີ່ຕັ້ງຢູ່ພາກເໜືອຂອງປະເທດ ຊີເຣຍ.
ພາບນີ້ໄດ້ມາຈາກວິດີໂອທີ່ຖືກເປີດເຜີຍໃນວັນທີ 3 ​ສິງຫາ 2017, ແລະ ສະໜອງໃຫ້ໂດຍອົງການຂ່າວ Hawar News ເປັນກຸ່ມສື່ມວນຊົນຂອງນັກເຄື່ອນໄຫວຊາວ ເຄີດ ໃນປະເທດ ຊີເຣຍ. ສະແດງໃຫ້ເຫັນນັກຮົບຄົນນຶ່ງຈາກກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ຍິງປືນຂອງລາວ ໃນລະຫວ່າງການປະທະກັນກັບນັກຮົບ ກຸ່ມລັດອິສລາມ ໃນເມືອງ Raqqa ທີ່ຕັ້ງຢູ່ພາກເໜືອຂອງປະເທດ ຊີເຣຍ.

ນັກຮົບລັດອິສລາມກຸ່ມນຶ່ງໄດ້ອົບພະຍົບອອກຈາກເມືອງ Raqqa ຂອງ ປະທດ ຊີເຣຍ
ພາຍໃຕ້ຂໍ້ຕົກລົງການຖອນຕົວກັບທະຫານບ້ານ ທີ່ໄດ້ ຮັບການໜູນຫຼັງໂດຍ ສະຫະ
ລັດ ທີ່ປິດລ້ອມພວກເຂົາ.

ໂຄສົກຂອງທະຫານບ້ານຄົນນຶ່ງໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກນັກ ຮົບໄດ້ເອົາບັນ
ດາພົນລະເຮືອຢູ່ນຳພວກເຂົາ ເພື່ອໃຊ້ເປັນເຄື່ອງກຳບັງ ມະນຸດ.

ໃນຂະນະດຽວກັນ, ການຕໍ່ສູ້ ລະຫວ່າງກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການ
ໜູນລັງໂດຍ ສະຫະລັດ ແລະ ພວກຫົວຮຸນແຮງ ລັດອິສລາມ ກໍໄດ້ສືບຕໍ່ໄປ.

ກ່ອນໜ້ານັ້ນ, ໂຄສົກຄົນນຶ່ງ ກ່າວວ່າ ນັກຮົບລັດອິສລາມຄົນໃດທີ່ ຍັງເຫຼືອຢູ່ໃນເມືອງ
ແມ່ນຈະຖືກບັງຄັບໃຫ້ “ຍອມຈຳນົນ ຫຼື ຕາຍ.”

ໃນວັນສຸກທີ່ຜ່ານມາ, ພົນລະເຮືອນຈຳນວນຫຼວງຫຼາຍໄດ້ຫຼົບໜີອອກ ຈາກເມືອງ
Raqqa ກ່ອນການຜັກດັນເຂົ້າເມືອງ ທີ່ຄາດວ່າຈະເປັນ ຄັ້ງສຸດທ້າຍ ໂດຍນັກຮົບທີ່ໄດ້
ຮັບການໜູນຫຼັງໂດຍ ສະຫະລັດ ທີ່ ເພັ່ງເລັງໃສ່ການຍຶດເອົາເມືອງດັ່ງກ່າວ ຈາກພວກ
ຫົວຮຸນແຮງລັດອິສລາມ.

ພົນລະເຮືອນຫຼາຍຮ້ອຍຄົນ ໄດ້ໜີອອກຈາກເມືອງ Raqqa ໄປ ໃນບໍ່ເທົ່າໃດມື້ ທີ່ຜ່ານ
ມາ ຈາກໝູ່ບ້ານທີ່ຍັງເຫຼືອຢູ່ຈາກການຖືກຄວບຄຸມໂດຍ ພວກນັກຮົບລັດອິສລາມ,
ເຂົາເຈົ້າໄດ້ສວຍໃຊ້ໂອກາດຈາກ ການຕໍ່ສູ້ ທີ່ໄດ້ຜ່ອນເບົາລົງໂດຍກອງກຳລັງພັນທະ
ມິດ ເຊິ່ງມີຈຸດປະສົງເພື່ອຊ່ວຍ ເຫຼືອພົນລະເມືອງອົບພະຍົບອອກຈາກພື້ນທີ່ຢ່າງປອດ
ໄພ.

ບັນດາຜູ້ອາໄສຢູ່ໃນທ້ອງຖິ່ນ ກ່າວວ່າ ພວກນັກຮົບ IS ຢູ່ໃນທ້ອງ ຖິ່ນ ໄດ້ຍອມຈຳນົນ
ເມື່ອບໍ່ດົນມານີ້, ແຕ່ພວກຫົວຮຸນແຮງຍັງຄົງຄວບຄຸມ ໃນບາງຂົງເຂດຂອງເມືອງດັ່ງກ່າວ,
ລວມທັງສະໜາມກິລາ ແລະ ໂຮງໝໍແຫ່ງຊາດ.

ປະຊາຊົນຫຼາຍຄົນຜູ້ທີ່ໄດ້ຫຼົບໜີອອກຈາກເມືອງ ໄດ້ເປັນໂຣກຂາດອາຫານ ຫຼັງຈາກບໍ່
ສາມາດອອກໄປໃສໄດ້ ຍ້ອນການຕໍ່ສູ້ກັນມາເປັນເວລາຫຼາຍເດືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG