ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງອີຣັກ ຂັບໄລ່ ກຸ່ມລັດອິສລາມ ອອກຈາກເມືອງ al-Baghdadi


In IS Fight, Worries Grow Over Iran, Sectarian Divide
please wait

No media source currently available

0:00 0:03:06 0:00

ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ກອງກຳລັງຂອງ
ອີຣັກໄດ້ຂັບໄລ່ພວກກະບົດລັດອິສລາມ ອອກຈາກເມືອງ al-
Baghdadi ໃນພາກຕາເວັນຕົກຂອງປະເທດໃກ້ກັບຄ້າຍທະ
ຫານແຫ່ງນຶ່ງ ບ່ອນທີ່ກຳລັງສະຫະລັດ ໃຫ້ການເຝິກແອບແກ່
ທະຫານອີຣັກນັ້ນ.

ໜ່ວຍປະຕິບັດງານຮ່ວມ ຂອງກຳລັງປະສົມ ຫລື CJTF ກ່າວ
ໃນມື້ວັນສຸກວານນີ້ວ່າ ທະຫານອີຣັກແລະພວກນັກລົບຊົນເຜົ່າ
ຈາກເຂດ Anbar ໄດ້ທຳການກວດລ້າງ ພວກຫົວຮຸນແຮງລັດ
ອິສລາມອອກຈາກເມືອງດັ່ງກ່າວດ້ວຍຄວາມສຳເລັດໂດຍສາ
ມາດເຂົ້າຍຶດເອົາປ້ອມຕຳຫຼວດແລະຂົວ 3 ແຫ່ງທີ່ຂ້າມແມ່ນ້ຳ
Euphrates ຄືນຈາກພວກຫົວຮຸນແຮງໄດ້.

ພວກຫົວຮຸນແຮງໄດ້ເຂົ້າຄວບຄຸມຂົວທັງ 3 ນັບແຕ່ເດືອນກັນຍາປີກາຍນີ້ເປັນຕົ້ນມາ.

ໃນເຫດການອີກດ້ານນຶ່ງນັ້ນ ນາຍທະຫານອະວຸໂສຂອງສະຫະລັດ ກ່າວໃນວັນສຸກວານ
ນີ້ວ່າ ທ່ານມີຄວາມວິຕົກກັງວົນ ກ່ຽວກັບການມີອິດທິພົນເພີ້ມຂຶ້ນ ຂອງອີຣ່ານ ຢູ່ໃນອີຣັກ ດ້ວຍການໃຫ້ຄວາມສະໜັບສະໜຸນ ຕໍ່ພວກທະຫານບ້ານຊາວຊີໄອທ໌. ນາຍພົນ Martin Dempsey ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ເວົ້າເຖິງຄວາມວິຕົກກັງ ວົນເຫຼົ່ານັ້ນກັບພວກນັກຂ່າວຢູ່ເທິງເຮືອບິນໃນຂະນະທີ່ທ່ານເດີນທາງໄປບາຫ໌ເຣນແລະ ອີຣັກ.

ການໃຫ້ຄວາມເຫັນຂອງທ່ານ ມີຂຶ້ນພຽງບໍ່ເທົ່າໃດມື້ ຫລັງຈາກອີຣັກ ເລີ້ມການປະຕິບັດ ງານເພື່ອເຂົ້າຍຶດເອົາເມືອງ Tikrit ຄືນຈາກກຸ່ມລັດອິສລາມ. ນາຍພົນ Dempsey ເວົ້າ
ວ່າ ທ່ານຢາກຮູ້ຄວາມຈິງຢ່າງຄັກແນ່ວ່າ ກິດຈະການຂອງສະຫະລັດ ແລະອີຣ່ານ ແມ່ນ ສະໜັບສະໜຸນກັນບໍ ແລະທ່ານຈະສະແດງຄວາມວິຕົກກັງວົນ ກ່ຽວກັບເລື້ອງນີ້ ຕໍ່ພວກ ຜູ້ນຳຂອງອີຣັກ. ພວກທະຫານບ້ານຊາວຊີໄອທ໌ ຊຶ່ງໄດ້ຮັບເງິນສະໜັບສະໜຸນ ແລະຕິດ ອາວຸດໂດຍອີຣ່ານ ແມ່ນເປັນກຳລັງສຳຄັນ ໃນການບຸກໂຈມຕີເມືອງ Tikrit.

In Their Own Words: Citizens of Kobani
please wait

No media source currently available

0:00 0:01:05 0:00

XS
SM
MD
LG