ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ກ່າວ​ວ່າ ລັດ​ອິ​ສ​ລາມ ໄດ້​ເສຍ​ໄຊ​ແລ້ວ


ຄວັນ​ພວມ​ພຸ່ງ​ຂຶ້ນ ຈາກ​ຄຸ້ມ​ທີ່​ໝັ້ນ ຂອງ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ເມືອງ​ບາ​ກຸ​ສ ແຂວງ​ເດຍ​ແອ​ລ​ຊົວ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 18 ມີ​ນາ 2019.
ຄວັນ​ພວມ​ພຸ່ງ​ຂຶ້ນ ຈາກ​ຄຸ້ມ​ທີ່​ໝັ້ນ ຂອງ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ເມືອງ​ບາ​ກຸ​ສ ແຂວງ​ເດຍ​ແອ​ລ​ຊົວ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 18 ມີ​ນາ 2019.

ກຳ​ລັງ​ຊີ​ເຣຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ຕົນ​ໄດ້​ປົດ​ປ່ອຍ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ ຂອງ​ກຸ່ມ​ລັດ​ອິ​ສ​ລາ​ມ​ ໃນ​ປະ​ເທດ​ຊີ​ເຣຍ​ແລ້ວ.

ທ່ານ​ມຸ​ສ​ຕາ​ຟາ ບາ​ລີ ໂຄ​ສົກ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ເອີ້ນ​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​ວ່າ SDF ໄດ້ຂຽນ​ລົງ​ໃນ​ທະວີດ​ເຕີ້​ວ່າ “ເມືອງ​ບາ​ກຸ​ສ​ຖືກ​ປົດ​ປ່ອຍ​ແລ້ວ ແລະ​ໄຊ​ຊະ​ນະ​ທາງ​ທະ​ຫານ​ຕໍ່​ກຸ່ມດາ​ແອັ​ສ ໄດ້​ບັນ​ລຸ​ແລ້ວ” ຊຶ່ງ​ໝາຍ​ເຖິງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ຊື່​ຫຍໍ້​ເປັນ​ພາ​ສາ​ອາ​ຣັບ.

ກຳ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່​ທຳ​ການ​ສູ້​ລົບ​ເພື່ອ​ປາບປາມ​ພວກ​ກໍ່​ການ​ຮ້າຍ​ຈຸນີ້ ທີ່​ຍັງ​ຫຼົງ​ເຫຼືອ​ຢູ່.

ໃນ​ຈຸດ​ສູງ​ສຸດ​ເມື່ອ​ປີ 2014, ກຸ່ມ​ລັດ​ອິ​ສ​ລາມ​ໄດ້​ປົກ​ຄອງ​ດິນ​ແດນ​ທີ່​ເນັ່ງ​ແຕ່​ປະເທດ​ຊີ​ເຣຍ​ເຂົ້າ​ໄປ​ໃນ​ອີ​ຣັກ ແລະ​ມີ​ເມືອງ​ຫຼວງ​ເຖິງ 2 ແຫ່ງ ຄື​ເມືອງ​ຣັກ​ກາ​ໃນປະ​ເທດ​ຊີ​ເຣຍ ແລະ​ເມືອງ​ໂມ​ຊູ​ລ ໃນ​ປະ​ເທດ​ອີ​ຣັກ.

ນັບ​ແຕ່ນັ້ນ​ມາ ກຳ​ລັງ​ແນວ​ໂຮມ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ພ້ອມ​ກັບ​ພາ​ຄີ​ທາ​ງ​ພາກ​ພື້ນ​ດິນ ໄດ້​ບຸກ​ໂຈມ​ຕີ​ດິນ​ແດນ​ທີ່​ກຸ່ມ​ດັ່ງ​ກ່າວ​ຄວບ​ຄຸມ.

ດິນ​ແດນ​ບ່ອນ​ສຸດ​ທ້າຍ ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸ​ມ ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ແມ່ນ​ຄ້າຍສອງ ສາມ ແຫ່ງ​ຂອງ​ກຸ່ມ​ດັ່ງ​ກ່​າວທີ່​ເມືອງ​ບາ​ກຸ​ສ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ຊີ​ເຣຍ ຊຶ່ງ​ພວມ​ຄ່ອຍໆ​ຫຼຸດ​ໄປ​ຈາກ​ການ​ຄວບ​ຄຸມ​ຂອງ​ກຸ່ມໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ຫາ​ຕອນ​ເຊົ້າ​ຂອງມື້​ວັນ​ສຸກ ຫຼັງ​ຈາກ​ພວກ​ແນວ​ໂຮມ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຮອບໃໝ່ ແນ​ໃສ່​ທີ່​ໝັ້ນ​ຂອງກຸ່ມ​ດັ່ງ​ກ່າວທີ່​ຍັງ​ຄວບ​ຄຸມ​ຢູ່.

ທັງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍແລະ​ເຈົ້າ​ໜ້າ​ທີ່​ຂອງ​ພວກ​ແນວ​ໂຮມ ຕ່າງ​ກໍ​ເຕືອນ​ວ່າ ຍັງ​ບໍ່​ຮູ້​ຈຳ​ນວນ​ທີ່​ແນ່ນອນ​ເທື່ອ​ຂອງ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ ທີ່​ຍັງ​ຕໍ່​ສູ້​ຢູ່​ຕາມ​ຂຸມ​ຫລົບ​ໄພ​ ໃນ​ຕາ​ໜ່າງ​ຖ້ຳ​ແລະ​ອຸ​ໂມງ​ທີ່​ຊັບ​ຊ້ອນນັ້ນ.

ອຸ​ໂມງ ທີ່​ເຊື່ອ​ກັນ​ວ່າຢ່າງ​ໜ້ອຍຍາວ​ເຖິງ 2 ກິ​ໂລ​ແມັດນັ້ນຊ່ວຍ​ໃຫ້​ພວກ​ນັກ​ລົບລັດ​ອິ​ສ​ລາມ​ຫຼາຍ​ສິບ​ພັນ​ຄົນ ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ​ຫລົບ​ລີ້​ຢູ່ ໃນ​ລະຫວ່າງ​ການ​ບຸກ​ໂຈມ​ຕີ​ໃນ​ຂັ້ນ​ຕົ້ນ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ແລະ​ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ຮ່ອງ​ຮອຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ອຸ​ໂມງ​ບາງ​ແຫ່ງ​ນັ້ນອາດ​ຕໍ່​ເຂົ້າ​ໄປ​ເຖິງ​ປະ​ເທດ​ອີ​ຣັກ.

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ອັງ​ກິດ ກ່າວ​ວ່​າ ໃນ​ໄລຍະ​ສອງ​ສາມມື້​ຜ່ານ​ມານີ້ ກຳ​ລັງ​ທີ່​ໜຸນ​ຫຼັງ​ໂດຍ​ສະ​ຫະ​ລັດ​ໄດ້​ປະ​ເຊີນ​ໜ້າ​ ກັບ
ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ຫຼາຍກວ່າ 300 ຄົນ ຢູ່​ໃນ​ຖ້ຳ​ແຫ່ງ​ນຶ່ງ ແລະ​ຕ້ອງ​ໄດ້​ຮ້ອງ​ຂໍ​ການ​ສະ​ໜັບ​ສະ​ໜຸນ​ທາງ​ອາ​ກາດ.

ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໄດ້​ລະ​ມັດ​ລະ​ວັງ ກ່ຽວ​ກັບ​ການ​ປະ​ກາດ​ໄຊ​ຊະ​ນະ​ຕໍ່​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ເມືອງ​ບາ​ກຸ​ສ ໂດຍ​ຊີ້​ໃຫ້​ເຫັນ​ເຖິງ​ການ​ທຳ​ນາຍ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ລົງ​ຂອງ​ກຸ່ມ​ດັ່ງ​ກ່າວໃນ​ໄລ​ຍະ​ຫຼາຍໆ​ເດືອນ​ຜ່ານ​ມາ ທີ່​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວວ່າ ຟ້າວ​ຟັ່ງ​ຈົນ​ເກີນ​ໄປ​ນັ້ນ.

ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ທຳ​ນາຍ​ຫຼາຍ​ຄັ້ງ​ມາ​ແລ້ວ ເຖິງ​ການ​ອະ​ວະ​ສານ​ລົງ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ໂດຍ​ບອກພວກ​ນັກ​ຂ່າວ​ເມື່ອ​ວັນ​ພຸດ​ຜ່ານ​ມານີ້ວ່າລັດ​ອິ​ສ​ລາມ​ຈະ “ສິ້ນ​ສຸດ​ລົງ​ໃນ​ຄືນນີ້” ເຖິງ​ແມ່ນ​ຍັງ​ມີ​ການ​ສູ້​ລົບ​ກັນ​ຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG