ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳນົດເສັ້ນຕາຍ ໃນການປ່ອຍໂຕປະກັນ ຊາວຍີ່ປຸ່ນ 2 ຄົນ ຜ່ານພົ້ນໄປແລ້ວ


ISLAMIC STATE JAPAN CNPK
please wait

No media source currently available

0:00 0:01:07 0:00

ຊະຕາ​ກຳ ຂອງ​ໂຕ​ປະກັນ​ຍີ່ປຸ່ນ ​ສອງ​ຄົນ ທີ່​ຖືກ​ຈັບ ​ໂດຍພວກ​ຫົວ​
ຮຸນ​ແຮງ​ລັດ​ອິສລາມຍັງບໍ່ທັນເປັນທີ່ຮູ້ໄດ້ເທື່ອ ຫລັງ​ຈາກ​ເສັ້ນ​ຕາຍ
ທີ່ໃຫ້​ຈ່າຍ​ເງິນ​ກວ່າ 200 ລ້ານ​ໂດ​ລາ​ແລກກັບ​ການ​ປ່ອຍ​ໂຕປະກັນ
​ໄດ້​ໝົດ​ກຳນົດ​ໄປ​ແລ້ວ.

ຮອງ​ລັດຖະມົນ​ຕີຕ່າງປະ​ເທດຍີ່ປຸ່ນ ທ່ານ Yasuhide Nakaya-
ma ກ່າວ​ໃນ​ມື້ວັນ​ສຸກ​ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ ​ບໍ່ໄດ້​ລົດ
ລະ ໃນ​ຄວາມ​ພະຍາຍາມເພື່ອໃຫ້ມີການປ່ອຍ​ໂຕປະກັນທັງສອງ.

ທ່ານ Nakayama ກ່າວ​ວ່າ “ພວກ​ເຮົາ​ເນັ້ນ​ໜັກ​ໃສ່​ເລື້ອງນຶ່ງ ​ນັ້ນ
|ກໍຄືພວກ​ເຮົາ​ຈະ​ລົດລະ. ຂ້າ​ພະ​ເຈົ້າ​ເຊື່ອວ່າ ​ມັນ​ເປັນ​ໜ້າ​ທີ່​ຂອງຂ້າ​ພະ​ເຈົ້າ ​ເພື່ອໃຫ້ການ​ຄ້ຳປະກັນ​ວ່າພວກ​ເຮົາ​ຈະ​ໄດ້​ເຂົາ​ເຈົ້າ​ກັບ​ຄື​ນມາ​ຢ່າງແນ່ນອນແລະ​ຂ້າພະ​ເຈົ້າ​ຈະທຳຢ່າງ​ ສຸດ​ຂີດ.”

ທ່ານ Yoshihide Suga ຫົວໜ້າກອງເລຂາ ປະຈຳຄະນະ​ລັດຖະບານຍີ່ປຸ່ນ ກ່າວ​ວ່າ ຍີ່ ປຸ່ນກຳລັງໃຊ້ທຸກຊ່ອງທາງເທົ່າ​ທີ່​ສາມາດ​ເຮັດໄດ້ເພື່ອພະຍາຍາມເຂົ້າ​ໄປ​ເຖິງ​ພວກຈັບໂຕ ປະກັນແລະໃຫ້ປ່ອຍ​ໂຕ​ຜູ້​ຊາຍ​ທັງ​ສອງຄົນນີ້.

ກ່ອນ​ເສັ້ນ​ຕາຍ​ຜ່ານພົ້ນ​ໄປ ​ໃນ​ວັນ​ສຸກວານນີ້ ນາງ Junko Ishido ແມ່​ຂອງ​ທ້າວ Kenji Goto ນຶ່ງໃນສອງຄົນທີ່​ຖືກ​ຈັບເປັນໂຕປະກັນ​ນັ້ນໄດ້​ຮຽກຮ້ອງ​ໃຫ້ລັດຖະບານ​ຍີ່ປຸ່ນຈ່າຍ ເງິນ​ຄ່າ​ໄຖ່ ​ໃຫ້ແກ່ພວກ​ຫົວ​ຮຸນ​ແຮງລັດອິສລາມ ​ເພື່ອຊ່ວຍຊີວິດ​ລູກ​ຊາຍ​ຂອງ​ນາງ​ໄວ້.

ນາງເວົ້າວ່າ “​ເວລາ​ກຳລັງ​ໝົດ​ລົງແລ້ວ​. ຂໍໃຫ້ລັດຖະບານ​ຍີ່ປຸ່ນຊ່ວຍ​ກູ້ເອົາ​ຊີວິດ​ລູກ​ຊາຍ ຂອງ​ຂ້າ​ພະ​ເຈົ້າດ້ວຍ.”

XS
SM
MD
LG