ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຢ່າງໜ້ອຍ 42 ຄົນ ເສຍຊີວິດ ໃນເຫດລະ​ເບີດ ຢູ່ ເຢເມນ


Yemen
please wait
Embed

No media source currently available

0:00 0:00:52 0:00

ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບກ່ຽວ​ກັບ​ຄື້ນຟອງ​ຂອງ ການວາງ​ລະ​ເບີດ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ເຮັດ​ໃຫ້​ຢ່າງ​ໜ້ອຍ 42 ຄົນ​ເສຍ​ຊີວິດ​ ​ໃນ​ພາກ​ ໃຕ້​ຂອງ​ປະ​ເທດ​ເຢ​ເມນ.

​ເຫດ​ລະ​ເບີດ​ໄດ້​ແນ​ເປົ້າໝາຍ​ໃສ່​ກຳລັງ​ຮັກສາ​ຄວາ​ມປອດ​ໄພ ທີ່​ເມືອງ​ທ່າ Mu-kalla ​ແລະ​ເລີ້ມຂຶ້ນ​ປະມານໃນ​ຕອນ​ຕາ​ເວັນ​ຕົກໃນ​ຂະນະ​ທີ່​ພວກ​ທະຫານ​ພວມ ພາກັນຢຸດ ​ເຊົາ​ການອົດ​ອາຫານ​ໃນ​ເດືອນ​ສັກສິດຣາມາດາ​ນ.

​ເມືອງ Mukalla ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ນັກ​ລົບ​ອາລກາ​ອີ​ດາ​ມາ​ຈົນ​ຮອດ​ເດືອນ​ເມສາ​ປີນີ້ ​ເວລາ​ກຳລັງ​ນິຍົມ​ລັດຖະບານ​ເຂົ້າຢຶດ​ເອົາ​ຄືນ.

ການ​ເກີດ​ຄວາມ​ວຸ້ນວາຍ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ຫລາຍ​ປີ​ຢູ່ເຢ​ເມນ ຮວມທັງ​ບັນ
ຫາ​ຂັດ​ແຍ້​ງ​ໃນ​ປັດຈຸບັນ​ລະຫວ່າງ​ລັດຖະບານ​ແລະພວກກະບົດ​ Houthi ​ໄດ້​ອຳ ນວຍ​ໃຫ້​ກຸ່ມ​ຫົວຮຸນ​ແຮງ​ເຂົ້າຍຶດ​ເອົາ​ບາງເຂດ​ຂອງ​ປະ​ເທດ ​ແລະ​ທຳ​ການ​ໂຈມ​ຕີ.

ອົງການ​ສະຫະ​ປະຊາ​ຊາດ​ພວມ​ໃຫ້​ຄວາມ​ອຸບປະຖຳ​ໃນ​ການ​ເຈລະຈາ​ສັນຕິພາບ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ສ້າງຕັ້ງລັດຖະບານ​ສາມັກຄີ​ຊາດ ທີ່​ສາມາດ​ເຂົ້າຄວບ​ຄຸມ ປະ​ເທດ​ເຢ​ເມນ​ທັງ​ໝົດ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ ຍັງ​ບໍ່​ມີ​ການ​ຕົກລົງ​ກັນ​ເທື່ອ.

​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ພົບ​ປະ ກັບ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ ແລະ​ພວກ​ກະບົດ Houthi ເມື່ອວັນ​ອາທິດ​ຜ່ານມານີ້​ແລະ​ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ ຢ່າ​ໄດ້​ເຮັດ​ໃຫ້​ສະຖານະ​ການ​ເຊື່ອມ​ໂຊມ​ລົງ​ຕື່ມ.

ທູດ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ປະຈຳ​ເຢ​ເມ​ນ ທ່ານ Ismail Ould Cheikh Ahmed ກ່າວ​ໃນ​ອາທິດ​ແລ້ວນີ້ວ່າ ມີ​ຄວາມ​ຄືບ​ໜ້າ​ທີ່​ຊ້າ​ຫຼາຍ ​ໃນ​ໄລຍະ​ສອງ​ເດືອນ​ຜ່ານ​ມານີ້ ​ແຕ່​ໃນ​ມື້​ໃດ​ກໍ​ຕາມ ​ທີ່​ຍັງ​ບໍ່​ທັນ​ມີ​ການ​ຕົກລົງກັນ​ເທື່ອ​ນັ້ນ ກໍ​ແມ່ນ​ການ​ແກ່ຍາວ​ທີ່​ບໍ່​ຈຳ​ເປັນ ​ໃນ​ຄວາມ​ທຸກທໍລະ​ມານ​ຂອງ​ປະ​ເທດ​ຊາດ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG