ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ລັດ​ອິ​ສ​ລາມ ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ເຫດ​ລະ​ເບີດ​ຢູ່​ອີ​ຣ່ານ ທີ່​ສັງ​ຫານ 84 ຄົນ


ຊາຍ​ຄົນ​ນຶ່ງ​ກຳ​ລັງ​ຖືກ​ປອບ​ໃຈ​ໂດຍ​ຊາຍ​ອີກ​ຄົນຶ່ງ ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ໃກ້​ກັບ​ສົບ​ຄົນ​ຮັກ​ຂອງ​ລາວ ທີ່​ເສຍ​ຊີ​ວິດ​ໃນ​ເຫດ​ລະ​ເບີດ​ ທີ່​ເມືອງ​ເຄີ​ແມນ ປະ​ມານ 820 ກິ​ໂລ​ແມັດ ຫ່າງ​ຈາກ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ ເມື່ອ​ວັນ​ທີ 3 ມັງ​ກອນ 2024.
ຊາຍ​ຄົນ​ນຶ່ງ​ກຳ​ລັງ​ຖືກ​ປອບ​ໃຈ​ໂດຍ​ຊາຍ​ອີກ​ຄົນຶ່ງ ໃນ​ຂະ​ນະ​ທີ່​ລາວ​ນັ່ງ​ຢູ່​ໃກ້​ກັບ​ສົບ​ຄົນ​ຮັກ​ຂອງ​ລາວ ທີ່​ເສຍ​ຊີ​ວິດ​ໃນ​ເຫດ​ລະ​ເບີດ​ ທີ່​ເມືອງ​ເຄີ​ແມນ ປະ​ມານ 820 ກິ​ໂລ​ແມັດ ຫ່າງ​ຈາກ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ ເມື່ອ​ວັນ​ທີ 3 ມັງ​ກອນ 2024.

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ການ​ໂຈມ​ຕີດ້ວຍ​ລະ​ເບີດສະ​ຫຼະ​ຊີບ 2 ຄັ້ງ ທີ່​ໄດ້​ສັງ​ຫານ 84 ຄົນ​ຢູ່​ໃນ​ອີ​ຣ່ານ ທີ່​ໄດ້​ພາ​ກັນ​ໄປ​ເຕົ້າ​ໂຮມ​ກັນ​ ເພື່ອ​ຈັດ​ພິ​ທີ​ໄວ້​ອາ​ໄລ ທີ່​ຂຸມ​ຝັງ​ສົບ​ຂອງມື້​ລາງ​ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມານີ ຈາກ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ທີ່​ໄດ້​ຖືກ​ສັງ​ຫານ​ເມື່ອ 4 ປີ​ກ່ອນ ດ້ວຍ​ການ​ໂຈມ​ຕີ​ຂອງເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ສະ​ຫະ​ລັດ.

ຢູ່​ໃນ​ຖະ​ແຫຼງ​ການ ​ທີ່​ນຳ​ອອກ​ເຜີຍ​ແຜ່ ​ທາງ​ສື່​ສັງ​ຄົມ ກຸ່ມ​ລັດ​ອິ​ສ​ລາມ ​ກ່າວ​ວ່າ “ອ້າຍ​ນ້ອງ​ຜູ້​ສະ​ຫຼະ​ຊີບ” ສອງ​ຄົນໄດ້​ມຸ່ງ​ໜ້າ​ໄປ​ຍັງ​ບ່ອນ​ຝັງ​ສົບ​ຂອງ​ຊູ​ເລ​ມານີ ທີ່​ເມືອງ​ເຄີ​ແມນ ໃນ​ພາກ​ໃຕ້​ຂອງ​ອີ​ຣ່ານ ແລະ “ໄດ້​ບີບ​ຄະ​ນວນ​ສາຍ​ແອວ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ​ທ່າມ​ກາງ​ຝູງ​ຊົນ.”

ທ່ານ​ຊູ​ເລ​ມາ​ນີ ແມ່ນ​ຜູ້​ບັນ​ຊາ​ການ​ກຳ​ລັງ​ກຸ​ສ ຊຶ່ງ​ເປັນ​ໜ່ວຍ​ປະ​ຕິ​ບັດ​ງານ​ໃນ​ຕ່າງ​ປະ​ເທດ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ແມ່ນ​ສັດ​ຕູ​ທີ່​ຮ້າຍ​ກາດ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຊຶ່ງ​ເປັນກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ຂອງ​ນິ​ກາຍ​ຊຸນ​ນີ ທີ່​ໄດ້​ທຳ​ການ​ໂຈມ​ຕີ​ໃນ​ຫຼາຍໆ​ຄັ້ງ​ຜ່ານ​ມາ ຢູ່​ໃນ​ອີ​ຣ່ານ ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ນັບ​ຖື​ນິ​ກາຍ​ຊີ​ໄອ​ນັ້ນ.

ກຸ່ມ​ລັດ​ອິ​ສ​ລາມ​ໄດ້​ທຳ​ການ​ໂຈມ​ຕີ​ຢູ່​ອີ​ຣ່ານໃນ​ເດືອນ​ຕຸ​ລາ​ປີ 2022 ທີ່​ໄດ້​ສັງ​ຫານ 15 ຄົນ ຢູ່​ສະ​ຖານ​ທີ່​ສັກ​ສິດທາງ​ສາ​ສະ​ໜາ​ແຫ່ງ​ນຶ່ງ​.

ອີ​ຣ່ານ​ ໄດ້​ທຳ​ການ​ໄວ້​ທຸກ​ຢູ່​ໃນ​ທົ່ວ​ປະ​ເທດ ໃນ​ວັນ​ພະ​ຫັດ​ວານນີ້ ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ ຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ໃນ​ອາ​ທິດນີ້.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ຄົນ​ນຶ່ງ​ ເອີ້ນ​ເຫດ​ລະ​ເບີດນີ້​ວ່າ ເປັນ​ການ​ໂຈມ​ຕີ ​ຂອງ “ພວກ​ກໍ່​ການ​ຮ້າຍ.”

ເຫດ​ລະ​ເບີດ​ໃນ​ຄັ້ງ​ນີ້ ເກີດ​ຂຶ້​ນ​ທີ່​ເມືອງ​ເຄີແ​ມນ ປະ​ມານ 820 ກິ​ໂລ​ແມັດ​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ​ຂອງ​ອີ​ຣ່ານ ໄປ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້.

ອົງ​ການ​ຂ່າວ​ທັ​ສ​ນິມ (Tasnim) ໄດ້​ອ້າງ​ແຫຼ່ງ​ຂ່າວ​ທີ່​ກ່າວ​ວ່າ “2 ຖົງທີ່​ບັນ​ຈຸ​ລະ​ເບີດ​ໄດ້​ແຕກ​ຂຶ້ນ” ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ.

ສ່ວນ​ອົງ​ການ​ຂ່າວ​ອິ​ສ​ນາ (ISNA) ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ເມືອງ​ເຄີ​ແມນ​ ທ່ານ​ຊາ​ອີດ ຕາບ​ຣີ​ຊີ ທີ່​ກ່າວ​ວ່າ ເຫດ​ລະ​ເບີດ​ທັງ​ສອງ​ແຕກ​ຂຶ້ນ​ຫ່າງ​ກັນ 10 ນາ​ທີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອ​ັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG