ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອິສລາມ ອ້າງວ່າ ຕົນໄດ້ສັງຫານ ເຈົ້າແຂວງ ເອເດັນ ຂອງເຢເມັນ


ພວກຄົນຈຳນວນນຶ່ງ ເຕົ້າໂຮມກັບ ຢູ່ສະຖານທີ່ ການໂຈມຕີດ້ວຍລົດລະເບີດ ທີ່ໄດ້ສັງຫານຜູ້ປົກຄອງເມືອງທ່າ ອາເດນ໌ ຢູ່ພາກໃຕ້ ຂອງປະເທດເຢເມັນ, ວັນທີ 6 ທັນວາ 2015.
ພວກຄົນຈຳນວນນຶ່ງ ເຕົ້າໂຮມກັບ ຢູ່ສະຖານທີ່ ການໂຈມຕີດ້ວຍລົດລະເບີດ ທີ່ໄດ້ສັງຫານຜູ້ປົກຄອງເມືອງທ່າ ອາເດນ໌ ຢູ່ພາກໃຕ້ ຂອງປະເທດເຢເມັນ, ວັນທີ 6 ທັນວາ 2015.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການລະເບີດ
ໃນວັນອາທິດມື້ນີ້ຢູ່ພາກໃຕ້ຂອງປະເທດເຢເມນ ທີ່ໄດ້ເຮັດໃຫ້
ເຈົ້າແຂວງ Aden ເສຍຊີວິດ ພ້ອມດ້ວຍພວກຄຸ້ມກັນຂອງທ່ານ
ຫຼາຍຄົນ.

ລະເບີດໄດ້ແຕກໃສ່ຂະບວນລົດຂອງເຈົ້າແຂວງທ່ານ Gaafar
Mohammed Saad ໃນຂະນະທີ່ ທ່ານເດີນທາງໄປຫ້ອງການ
ຂອງທ່ານໃນເມືອງ Aden.

ເມືອງ Aden ໄດ້ເປັນພື້ນທີ່ການຕໍ່ສູ້ໃນປະເທດ ເຢເມນ ເຊິ່ງ
ເປັນບ່ອນທີ່ພວກກະບົດ Houthi ໄດ້ເຂົ້າຄວບຄຸມນະຄອນຫຼວງ
Sana’a, ເມື່ອປີກາຍນີ້ກ່ອນການບຸກເຂົ້າໄປໃນເມືອງ Aden ແລະ ກ່ອນການຂັບໄລ່
ປະທານາທິບໍດີ Abd Rabbu Mansour Hadi ອອກໄປປະເທດຊາອູດີອາເຣເບຍ.

ກຳລັງສະໜັບສະໜູນທ່ານ Hadi ທີ່ໄດ້ຮັບການໜູນຫຼັງ ໂດຍການໂຈມຕີທາງອາກາດ
ຂອງ ຊາອູດີອາເຣເບຍ ຕໍ່ມາໄດ້ຂັບໄລ່ພວກ Houthi ອອກຈາກເມືອງ Aden ແລະ ທ່ານ
Hadi ກໍໄດ້ກັບຄືນສູ່ເມືອງດັ່ງກ່າວໃນເດືອນແລ້ວນີ້.

ການຕໍ່ສູ້ໃນ ເຢເມນ ໄດ້ຂ້າປະຊາຊົນຫຼາຍພັນຄົນ ເຊິ່ງສ່ວນໃຫຍ່ແມ່ນພົນລະເຮືອນ ແລະ
ນຳໄປສູ່ສິ່ງ ທີ່ອົງການສະຫະປະຊາຊາດ ເອີ້ນວ່າ ວິກິດການດ້ານມະນຸດສະທຳ ໃນປະເທດ ດັ່ງກ່າວນັ້ນ.

Yemen Bomb Attack
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG