ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຮ້າຍແຮງ ຢູ່ວັດຂອງຊາວຊິກ ໃນອັຟການິສຖານ


IS Claims Afghanistan Sikh Temple Attack That Killed at Least 25
please wait

No media source currently available

0:00 0:00:18 0:00
ລິງໂດຍກົງ

ກຸ່ມລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ໂຈມຕີວັດຊາວຊິກ ໃນອັຟການິສຖານ.

ພວກເຈົ້າໜ້າທີ່ອັຟການິສຖານກ່າວວ່າ ພວກໂຈມຕີດ້ວຍລະເບີດສະຫຼະຊີບທີ່ຕິດອາວຸດ
ເຕັມອັດຕາ ໃນວັນພຸດວານນີ້ໄດ້ບຸກເຂົ້າໄປໃນວັດຂອງຊາວຊິກ ຢູ່ ນະຄອນຫຼວງກາບູລ
ຊຶ່ງໄດ້ສັງຫານພວກທີ່ໄປວັດດັ່ງກ່າວຢ່າງໜ້ອຍ 25 ຄົນ ແລະໄດ້ຮັບບາດເຈັບອີກ 8 ຄົນ.

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງແຜນບຸກໂຈມຕີຮ້າຍແຮງ ຢູ່
ໃນເຂດໃຈກາງນະຄອນຫຼວງຂອງອັຟການິສຖານດັ່ງກ່າວ ອີງຕາມການ ເຕືອນຂອງກຸ່ມ
ສືບລັບ Site ແລະການແປຂ່າວຂອງສື່ມວນຊົນຈີຮາດ.

ບໍ່ນານຫຼັງຈາກການໂຈມຕີ ໃນຕອນເຊົ້າໄດ້ເລີ້ມຂຶ້ນ ກຳລັງຮັກສາຄວາມປອດ ໄພອັຟກາ
ນິສຖານກໍໄດ້ໄປອ້ອມວັດດັ່ງກ່າວແລະໄດ້ສັງຫານພວກບຸກໂຈມຕີທັງ ໝົົດສີ່ຄົນ ໃນການ
ຍິງຕໍ່ສູ້ກັນ ເປັນເວລາຫຼາຍກວ່າຫ້າຊົ່ວໂມງ ອີງຕາມຄຳເວົ້າຂອງທ່ານຕາຣິກ ອາຣຽນໂຄສົ
ກກະຊວງພາຍໃນທີ່ໄດ້ກ່າວໄປ. ທ່ານບໍ່ໄດ້ແຈ້ງ ໃຫ້ຮູ້ກ່ຽວກັບຈຳນວນຜູ້ເສຍຊີວິດແລະ
ບາດເຈັບໃນທັນທີ.

ທ່ານໄດ້ໃຫ້ຂໍ້ສັງເກດວ່າຫຼາຍສິບຄົນໄດ້ຕົກຄ້າງຢູ່ໃນວັດ ລະຫວ່າງການບຸກຍຶດ ຊຶ່ງໄດ້ຖືກ
ຊ່ວຍອອກມາ. ປະມານ 150 ຄົນຢູ່ຂ້າງໃນວັດ ແລະໃນສູນກາງຊຸມ ຊົນ ອານາ ກາລີ ຮູນາ
ຢາ ທີ່ຕັ້ງຢູ່ໃກ້ຄຽງ ອີງຕາມຄຳເວົ້າ ຂອງສະມາຊິກສະພາຊົນກຸ່ມນ້ອຍຄົນນຶ່ງ ທີ່ກ່າວ
ຕໍ່ວີໂອເອ.

ກຸ່ມຫົວຮຸນແຮງຕາລິບານ ໄດ້ປະຕິເສດໃນທັນທີວ່າ ຕົນບໍ່ມີສ່ວນກ່ຽວຂ້ອງໃດໆນຳການ
ໂຈມຕີນີ້ ໂດຍເວົ້າວ່າ ຕົນບໍ່ໄດ້ມີສ່ວນກ່ຽວຂ້ອງ.

Officials in Afghanistan say heavily armed suicide bombers Wednesday stormed a minority Sikh worship place in Kabul, killing at least 25 worshippers and injuring at least eight others.

Islamic State claimed credit for plotting the deadly raid in a central part of the Afghan capital, according to the Site Intelligence Group provides alerts and translations of jihadist media outlets.

Shortly after the early morning attack began, Afghan security forces surrounded the temple and killed all four assailants in a standoff that lasted more than five hours, said Tariq Arian, a spokesman for the Interior Ministry. He did not immediately offer details about the number of casualties.

He noted dozens of people trapped inside the temple during the siege were also rescued. Some 150 people were inside the temple and adjacent community center, Anar Kali Hunaryar, a minority parliamentarian, told VOA.

The Islamist Taliban swiftly distanced itself from the attack saying the insurgent group was not involved.

XS
SM
MD
LG