ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະ​ຫານ​ ສ​ຫລ ເສຍ​ຊີ​ວິດ ໃນ​ເຫດ​ລະ​ເບີດ ທີ່​ອ້າງ​ເອົາ ຄວາມ​ຮັບ​ຜິດ​ຊອບ ໂດຍ​ກຸ່ມລັດ​ອິ​ສ​ລາມ ຢູ່​ຊີ​ເຣຍ


ພາບ​ເຫດ​ການ​​ໂຈມ​ຕີ​ດ້ວຍລະ​ເບີດ​ລະ​ຫຼະ​ຊີບ ໃນ​ເມືອງ​ມານ​ບີ​ຈ ປະ​ເທດ​ຊີ​ເຣຍ ວັນ​ທີ 16 ມັງ​ກອນ 2019.
ພາບ​ເຫດ​ການ​​ໂຈມ​ຕີ​ດ້ວຍລະ​ເບີດ​ລະ​ຫຼະ​ຊີບ ໃນ​ເມືອງ​ມານ​ບີ​ຈ ປະ​ເທດ​ຊີ​ເຣຍ ວັນ​ທີ 16 ມັງ​ກອນ 2019.

ຜູ້ໂຈມຕີດ້ວຍລະເບີດສະຫລະຊີບຄົນນຶ່ງ ໄດ້ແລ່ນແບບປ່ວງບ້າ ຜ່າຝຸງຊົນ ທີ່ໜາແໜ້ນ
ຢູ່ຂ້າງນອກຮ້ານອາຫານແຫ່ງນຶ່ງເຂົ້າໄປ ຢູ່ໃນເມືອງມານບີຈ ທາງ ພາກເໜືອຂອງຊີ
ເຣຍ ແລ້ວກໍ​ບີບ​ຄະ​ນວນລະເບີດ​ໃຫ້​ແຕກ​ຂຶ້ນ ໂດຍສັງຫານ​ທະ​ຫານອາເມ​ຣິກັນສີ່ຄົນ
ແລະເຮັດໃຫ້ມີຄຳຖາມຂຶ້ນມາວ່າ ຈະເກີດຫຍັງຂຶ້ນ ຫຼັງ ຈາກກຳລັງທະຫານອາເມຣິກັນ
ໄດ້ຖອນໂຕອອກໄປໝົດແລ້ວ.

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນທັນທີ ສຳລັບການໂຈມຕີດັ່ັງ ກ່າວ ໃນວັນພຸດວານນີ້ ທັງບອກວ່າ ມືລະເບີດ ແມ່ນນັກຕໍ່ສູ້ຊີເຣຍ ຂອງຕົນ ແລະເວົ້າວ່າ ເປົ້າໝາຍຂອງເຂົາ ແມ່ນແນໃສ່ ໜ່ວຍລາດຕະເວນຂອງສະຫະ ລັດກັບກຳລັງປະສົມ
ນາໆຊາດ.

ພວກທ່ານໝໍຢູ່ໃນເມືອງມານບີຈ ໄດ້ບອກວີໂອເອ ວ່າ ທະຫານສະຫະລັດສອງຄົນໄດ້
ເສຍຊີວິດຢູ່ກັບບ່ອນ. ພວກເຈົ້າໜ້າທີ່ ຂອງກຳລັງປະຊາທິປະໄຕຊີເຣຍ ທີ່ສະຫະລັດ
ໜູນຫຼັງ ເວົ້າວ່າ ພວກທີ່ໄດ້ຮັບບາດເຈັບ ໄດ້ຖືກນຳສົ່ງໄປສະຖານ ທີ່ປິ່ນປົວ ໃນອີຣັກ
ທີ່ຢູ່ໃກ້ໆຫັ້ນທັນທີ.

Four Americans Killed in Islamic State Attack in Syria
please wait

No media source currently available

0:00 0:01:51 0:00

ໃນຖະແຫລງການສະບັບນຶ່ງໃນຕອນບ່າຍວັນພຸດວານນີ້ ທະຫານສະຫະລັດເວົ້າວ່າ ພະນັກງານພົນລະເຮືອນຄົນນຶ່ງ ແລະສັນຍາຈ້າງດ້ານປ້ອງກັນປະ​ເທດຄົນ ນຶ່ງ ກໍໄດ້
ຖືກຂ້າໃນການລະເບີດດັ່ງກ່າວ. ທະຫານສາມຄົນໄດ້ຮັບບາດເຈັບ.

ກ່ອນໜ້ານັ້ນ ໂຄສົກຜູ້ນຶ່ງ ຂອງກຳລັງປະຕິບັດງານ Operation Inherent Resolve ທີ່ນຳໂດຍສະຫະລັດ ເວົ້າວ່າ ພວກອາເມຣິກັນ ແມ່ນໄດ້ປະກອບ ສ່ວນ ໃນການ “ລາດ
ຕະເວນປົກກະຕິ” ຢູ່ ໃນຂະນະທີ່ການໂຈມຕີເກີດຂຶ້ນ.

​ແຜນ​ທີ​ເມືອງ​ມານ​ປີ.
​ແຜນ​ທີ​ເມືອງ​ມານ​ປີ.

ທັງວີດິໂອ ແລະຮູບພາບ ຂອງສະຖານທີ່ເກີດເຫດ ໄດ້ສະແດງໃຫ້ເຫັນຊາກສົບຢູ່ພື້ນດິນ ແລະຝາອາຄານ ທີ່ເຕັມໄປດ້ວຍເລືອດ. ພວກເຫັນເຫດການທັງຫຼາຍ ກ່າວວ່າ ການໂຈມ
ຕີໄດ້ເກີດຂຶ້ນຢູ່ໃກ້ໆ ກັບຮ້ານອາຫານແຫ່ງນຶ່ງ ບ່ອນທີ່ຮູ້ກັນ ວ່າທະຫານອາເມຣິກັນ ມັກ
ໄປພົບພໍ້ກັນກັບທະ​ຫານ​ກຳ​ລັງປະສົມຂອງເຂົາເຈົ້າ.ກຸ່ມປົກ​ປ້ອງສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຢູ່ອັງກິດກ່າວວ່າ ຢ່າງໜ້ອຍ ພົນລະເຮືອນສິບຄົນໄດ້ເສຍຊີວິດ ໃນການ
ໂຈມຕີດັ່ງກ່າວ ລວມທັງພວກນັກລົບ ທີ່ສະຫະ​ລັດໜູນຫຼັງ 5 ຄົນ./

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG