ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີນຶ່ງວັນ ຢູ່ໃນເມືອງນຶ່ງ ຂອງໂມຊຳບິກ


ພາບຖ່າຍໂດຍດາວທຽມ ຈາກ Planet Labs Inc. ສະແດງໃຫ້ເຫັນໂຮງແຮມ ອາມາຣູລາ ປາລມາ, ຢູ່ກາງ, ໂດຍມີເດີນລົງຈອດເຮລີຄັອບເຕີຢູ່ລຸ່ມດ້ານຊ້າຍ, ໃນເມືອງປາລມາຂອງໂມຊຳບິກ, ວັນທີ 7 ມັງກອນ 2021.
ພາບຖ່າຍໂດຍດາວທຽມ ຈາກ Planet Labs Inc. ສະແດງໃຫ້ເຫັນໂຮງແຮມ ອາມາຣູລາ ປາລມາ, ຢູ່ກາງ, ໂດຍມີເດີນລົງຈອດເຮລີຄັອບເຕີຢູ່ລຸ່ມດ້ານຊ້າຍ, ໃນເມືອງປາລມາຂອງໂມຊຳບິກ, ວັນທີ 7 ມັງກອນ 2021.

ກຸ່ມລັດອິສລາມ ຫຼື IS ໄດ້ອ້າງເອົາຄວາມຮັບຜິດຊອບໃນວັນຈັນວານນີ້ ຕໍ່ການໂຈມຕີເປັນເວລານຶ່ງວັນ ທີ່ເມືອງປາລມາ ທາງພາກເໜືອຂອງໂມຊຳບິກເມື່ອອາ ທິດແລ້ວນີ້ ແລະໄດ້ເຮັດໃຫ້ປະຊາຊົນຫຼາຍພັນຄົນຫລົບໜີໄພ.

ຫຼາຍສິບຄົນໄດ້ຖືກຂ້າຕາຍໃນການສູ້ລົບກັນຢ່າງຕໍ່ເນື່ອງທີ່ໄດ້ເລີ້ມຂຶ້ນອາທິດແລ້ວນີ້ທີ່ປະເທດໃນເຂດພາກໃຕ້ຂອງອາຟຣິກາ ອີງຕາມບັນດາເຈົ້າໜ້າທີ່ຂອງລັດຖະບານປະເທດດັ່ງກ່າວ.

ກຸ່ມຫົວຮຸນແຮງ IS ໄດ້ກ່າວໃນວັນຈັນວານນີ້ ໂດຍຜ່ານທາງອົງການຂ່າວອາມາກ (Amaq) ຂອງຕົນ ທີ່ວ່າບັດນີ້ ຕົນໄດ້ເຂົ້າຄວບຄຸມເມືອງປາລມາ ຊຶ່ງມີປະຊາຊົນອາໄສຢູ່ປະມານ 75,000 ຄົນ. ການກ່າວອ້າງດັ່ງກ່າວ ບໍ່ອາດສາ ມາດຢັ້ງຢືນໄດ້້ ຢ່າງເປັນອິດສະຫຼະ.

ໃນວັນອາທິດຜ່ານມານີ້ ບັນດາເຈົ້າໜ້າທີ່ຂອງໂມຊຳບິກ ໄດ້ກ່າວວ່າ ພວກເຂົາໄດ້ຕໍ່ສູ້ກັບພວກກະບົດ ຢູ່ໃນຫຼາຍແຫ່ງເພື່ອເຂົ້າຄວບຄຸມຕົວເມືອງຄືນມາຄືເກົ່າ.

ພວກຫົວຮຸນແຮງລັດອິສລາມໄດ້ເລີ້ມການໂຈມຕີທີ່ປະສານງານກັນເມື່ອວັນພຸດອາທິດແລ້ວນີ້ ຕໍ່ເມືອງປາລມາ ຊຶ່ງຕັ້ງຢູ່ຫ່າງຈາກໂຄງການແກັສ ປະມານ 10 ກິໂລແມັດ ທີ່ມີຫຼາຍປະເທດເຂົ້າຮ່ວມ ມູນຄ່າຫຼາຍພັນລ້ານໂດລາ ທີ່ບໍລິຫານໂດຍບໍລິສັດນ້ຳມັນທີ່ສຳຄັນໆ ລວມທັງບໍລິສັດພະລັງງານໂຕຕານຂອງຝຣັ່ງນຳດ້ວຍ.

ອົງການຂ່າວ AFP ຂອງຝຣັ່ງ ໄດ້ລາຍງານໃນວັນຈັນວານນີ້ວ່າ ເມືອງດັ່ງກ່າວ ເກືອບວ່າເປັນເມືອງຮ້າງ ຫຼັງຈາກທີ່ປະຊາຊົນຫຼາຍພັນຄົນໄດ້ຫລົບໜີການສູ້ລົບກັນແລ້ວ.

ພົນລະເມືອງຫຼາຍຄົນແລ່ນເຂົ້າໄປລີ້ໄພຢູ່ປ່າເຂດຮ້ອນຢູ່ອ້ອມຮອບເມືອງເພື່ອຫຼົບໜີຈາກຄວາມຮຸນແຮງ.

ເຖິງຢ່າງໃດກໍຕາມ ອົງການຂ່າວເອພີ ໄດ້ລາຍງານວ່າ ພວກພະນັກງານຊາວຕ່າງຊາດຈຳນວນຮ້ອຍກວ່າຄົນຈາກອາຟຣິກາໃຕ້ ອັງກິດ ແລະຝຣັ່ງ ໄດ້ພາກັນໄປເຕົ້າໂຮມຢູ່ໂຮງແຮມຫຼາຍແຫ່ງທີ່ຕົກເປັນເປົ້າໝາຍຢ່າງໄວວາສຳລັບການໂຈມຕີຂອງພວກຫົວຮຸນແຮງ.

ຈຳນວນຂອງຄົນທີ່ເສຍຊີວິດທັງໝົດ ແລະຫາຍສາບສູນຍ້ອນຄວາມຮຸນແຮງ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.

ໂຄສົກສຳລັບເລຂາທິການໃຫຍ່ອົງການສະຫະປະຊາຊາດ ແອນໂຕນີໂອ ກູແຕເຣສ ໄດ້ກ່າວໃນວັນຈັນວານນີ້ວ່າ “ພວກເຮົາແມ່ນເປັນຫ່ວງຢ່າງເລິກເຊິ່ງໂດຍສະຖານະການທີ່ກຳລັງຜັນປ່ຽນໃນເມືອງປາລມາ ບ່ອນທີ່ການໂຈມຕີດ້ວຍອາວຸດໄດ້ເລີ້ມຂຶ້ນໃນວັນທີ 24 ມີນາ ຊຶ່ງອີງຕາມລາຍງານ ມີຫຼາຍສິບຄົນໄດ້ຖືກຂ້າຕາຍ ລວມທັງບາງສ່ວນທີ່ພະຍາຍາມໜີໄປລີ້ໄພ ຢູ່ໂຮງແຮມບ່ອນທີ່ພວກເຂົາຫລົບໄພຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG