ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ກ່າວວ່າ ເມືອງ Aleppo ອາດຈະຖືກ ທຳລາຍ ໂດຍສິ້ນເຊີງ ພາຍໃນອີກ ບໍ່ເທົ່າ ໃດເດືອນ


ພະນັກງານໜ່ວຍປ້ອງກັນພົນລະເຮືອນ ໝວກເຫລັກຂາວ ຂຸດຫາຊາກສົບ ແລະພວກທີ່ລອດຊີວິດມາໄດ້ ຕາມຊາກຫັກພັງ ທີ່ຄຸ້ມ Bustan al-Basha ຂອງເມືອງ Aleppo.
ພະນັກງານໜ່ວຍປ້ອງກັນພົນລະເຮືອນ ໝວກເຫລັກຂາວ ຂຸດຫາຊາກສົບ ແລະພວກທີ່ລອດຊີວິດມາໄດ້ ຕາມຊາກຫັກພັງ ທີ່ຄຸ້ມ Bustan al-Basha ຂອງເມືອງ Aleppo.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ກ່ຽວ​ກັບ​ເລື້ອງຊີ​ເຣຍກ່າວວ່າ​ ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ອາດ​ຈະ​ຖືກ​ທຳລາຍ “ຢ່າງ​ຊິ້ນ​ເຊີງ” ພາຍ​ໃນ​ທ້າຍ​ປີນີ້ ຍ້ອນ​ການ​ປະຕິບັດ​ງານ​ທາງ​ທະຫານທີ່ “​ໂຫດ​ຫ້ຽມ ຢ່າງ​ຕໍ່ເນື່ອງ” ຢູ່​ໃນ​ເມືອງ​ດັ່ງກ່າວ ທີ່​ພົນລະ​ເຮືອນ 275,000 ຄົນ​ຖືກ​ປິດ​ລ້ອມ​ຢູ່​ນັ້ນ.

ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Staffan de Mistura ​ແລະ​ທີ່​ປຶກ ສາ​ພິ​ເສດ​ ທ່ານ Jan Egeland ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ກະບົດ al-Nusra ມອງ​ເບິ່ງ​ການ​ທຳລາຍ​ແລະ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງທີ່​ການ​ປະຕິ​ບັດ​ງານ​ຂອງ​ພວກ​ເຂົາ ມີ​ຜົນ​ກະ ທົບ​ຕໍ່​ພົນລະ​ເຮືອນ​ຂອງ​ປະ​ເທດ.

De Mistura on Situation in Aleppo, Syria
please wait

No media source currently available

0:00 0:00:55 0:00

ທ່ານ de Mistura ກ່າວ​ວ່າ “ນຶ່ງ​ພັນ​ຄົນ​ຂອງ​ພວກ​ທ່ານພວມ​ຕັດສິນໃຈ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ພົນລະ​ເຮືອນ 275,000 ຄົນ.” ນອກ​ນັ້ນ ທ່ານ​ຍັງ​ໄດ້​ຕ້ອງ​ຕິຣັດ​ເຊ ຕໍ່​ອັນ​ທີ່​ທ່ານ​ເອີ້ນ ວ່າ ການຖິ້ມລະ​ເບີດ​ເກີນ​ຂອບ​ເຂດ ໃສ່​ພາກ​ຕາ​ເວັນອອກເມືອງ Aleppo ​ເຮັດ​ໃຫ້​ພົນລະ​ເຮືອນ ​ຢູ່​ໃນ​ເມືອງ​ດັ່ງກ່າວ ​ຕົກ​ຢູ່​ໃນຄວາມ​ສ່ຽງ ​ເມື່ອ​ປຽບທຽບ​ໃສ່ ​ພວກ​ນັກ​ລົບກະບົດ​ຈຳ ນວນ​ພຽງ​ເລັກ​ນ້ອຍ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງຣັດ​ເຊຍ ພົນ​ຕີ Igor Kona- shenkov ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ມົສກູ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຫຼືຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ໃດໆ​ກໍ​ຕາມຕໍ່​ເຂດ​ຄວບ​ຄຸມ​ຂອງ​ລັດຖະບານຊີ​ເຣຍ​ແມ່ນເປັນ​ໄພ​ຂົ່ມຂູ່​ຢ່າງຈະ​ແຈ້ງ ຕໍ່​ເຈົ້າໜ້າ​ທີ່​ທະຫານ​ຂອງ​ຣັດ​ເຊ​ຍຢູ່​ໃນ​ຊີ​ເ​ຣຍ.

ທ່ານ​ກ່າວ​ຕື່ມ​ວ່າ ຖານ​ທັບຣັດ​ເຊຍ 2 ​ແຫ່ງໃນ​ຊີ​ເຣຍ ຄື​ຖານ​ທັບ​ອາກາດ ​ທີ່​ເມືອງ Khmei- min ​ແລະ​ຖານ​ທັບ​ເຮືອ​ທີ່​ເມືອງ Tartus ​ເວລາ​ນີ້ ​ແມ່ນ​ໄດ້​ຮັບ ການ​ປົກ​ປ້ອງໂດຍລະບົບ​ລູກ​ສອນ​ໄຟທີ່​ຍິງ​ຈາກ​ພາກພື້ນດິນ​ສູ່​ອາກາດ S-300 ​ແລະ S-400 ບວກ​ໃສ່​ກັບ​ລັດສະ ໝີ​ຂອງ​ລະບົບ​ລູກ​ສອນ​ໄຟ​ທັງ​ສອງແລ້ວມັນ ຈະ​ເປັນ​ທີ່​ແປກ​ໃຈ​ສຳລັບ​ເຮືອບິນ​ທີ່​ບໍ່​ມີ​ການ​ລະບຸ​ໃດໆ​ກໍ​ຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG