ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ ລັດອິສລາມ ແລະ ອາລ-ກາອີດາ ໄດ້ພິສູດແລ້ວ ວ່າ ເປັນກຸ່ມທີ່ມຸ້ງໝັ້ນ ແລະປັບໂຕ ຕໍ່ການກົດດັນໄດ້


ພາບຖ່າຍທີ່ບໍ່ລະບຸ ວັນເວລາ ນີ້ ຢູ່ໃນເວັບໄຊ້ ຂອງພວກຫົວຮຸນແຮງ ເມື່ອວັນທີ 14 ມັງກອນ 2014, ສະແດງໃຫ້ເຫັນ ພວກນັກລົບ ກຸ່ມ ອາລ-ກາອີດາ ທີ່ເປັນເຄືອຂ່າຍ ຂອງກຸ່ມລັດອິສລາມ ຂອງອີຣັກ ແລະ ກຸ່ມ ISIL ກຳລັງເດີນສວນສະໜາມ ໃນເມືອງ ຣັກກາ ຂອງຊີເຣຍ.
ພາບຖ່າຍທີ່ບໍ່ລະບຸ ວັນເວລາ ນີ້ ຢູ່ໃນເວັບໄຊ້ ຂອງພວກຫົວຮຸນແຮງ ເມື່ອວັນທີ 14 ມັງກອນ 2014, ສະແດງໃຫ້ເຫັນ ພວກນັກລົບ ກຸ່ມ ອາລ-ກາອີດາ ທີ່ເປັນເຄືອຂ່າຍ ຂອງກຸ່ມລັດອິສລາມ ຂອງອີຣັກ ແລະ ກຸ່ມ ISIL ກຳລັງເດີນສວນສະໜາມ ໃນເມືອງ ຣັກກາ ຂອງຊີເຣຍ.

ບັນດາເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດ ກ່າວວ່າ ເຖິງແມ່ນວ່າ ການຕໍ່ສູ້
ຕ້ານຢັນໄດ້ຄືບໜ້າໄປສ່ວນນຶ່ງແລ້ວ ແລະ ໄດ້ຍຶດພື້ນທີ່ຄືນມາຈາກກຸ່ມກໍ່ການຮ້າຍ ເຊັ່ນ
ກຸ່ມລັດອິສລາມ ແລະ ກຸ່ມອາລ-ກາອີດາ ກໍຕາມ ແຕ່ພື້ນທີ່ຂອງການກໍ່ການຮ້າຍ ຍັງມີ
ຄວາມສະຫລັບສັບຊ້ອນຫຼາຍຢູ່.

ທ່ານ ເນເຕັນ ເຊລສ໌ ເຈົ້າໜ້າທີ່ປະສານງານ ຕໍ່ຕ້ານການກໍ່ການຮ້າຍ ຂອງສະຫະລັດ
ໄດ້ ກ່າວໃນວັນພຸດວານນີ້ ໂດຍໃຊ້ຊື່ຫຍໍ້ຂອງກຸ່ມລັດອິສລາມ ວ່າ “ກຸ່ມ ISIS ກຸ່ມ
ອາລ-ກາອີດາ ແລະ ກຸ່ມເຄືອຂ່າຍຂອງພວກມັນ ໄດ້ພິສູດໃຫ້ເຫັນວ່າ ພວກເຂົາ
ມີຄວາມມຸ້ງໝັ້ນ ໜຽວແໜ້ນ ແລະ ສາມາດປັບເຂົ້າສະພາບການ. ພວກເຂົາ ໄດ້
ປັບປ່ຽນໂຕ ຕໍ່ສະພາບການເສີມຂະຫຍາຍ ຄວາມກົດດັນ ໃນການຕໍ່ຕ້ານການກໍ່
ການຮ້າຍ ຢູ່ໃນອີຣັກ ຊີເຣຍ ໂຊມາເລຍ ແລະແຫ່ງອື່ນໆ.”

ທ່ານ ເຊລສ໌ ໄດ້ໃຫ້ຄຳເຫັນດັ່ງກ່າວ ຢູ່ໃນກອງປະຊຸມຖະແຫລງ ແກ່ບັນດານັກຂ່າວ
ກ່ຽວກັບ ການເປີດເຜີຍ ບົດລາຍງານ ປະຈຳປີ 2017 ຂອງກະຊວງການຕ່າງປະເທດ
ເລື້ອງການກໍ່ການຮ້າຍຂອງປະເທດ ຊຶ່ງໄດ້ພົບເຫັນວ່າ ກຸ່ມ ລັດອິສລາມ ແລະ ກຸ່ມ
ອາລ-ກາອີດາ ກຳລັງກະຈາຍອອກໄປຫຼາຍຂຶ້ນ ໂດຍການຫັນປ່ຽນເຂົ້າຫາອິນເຕີເນັດ
ເພື່ອທີ່ຈະດົນບັນດານໃຈ ໃຫ້ພວກທີ່ສະໜັບສະໜູນ ຢູ່ຫ່າງໄກ ກໍ່ການໂຈມຕີ ດ້ວຍ
ການເຮັດໃຫ້ພວກເຂົາເຈົ້າ ຕົກເປັນເປົ້າໝາຍໃນການໂຈມຕີທາງທະຫານ ໜ້ອຍລົງ.

ກະຊວງການຕ່າງປະເທດ ລາຍງາານ ວ່າ ໃນຂະນະທີ່ ລັດອິສລາມ ສູນເສຍເນື້ອທີ່
ດິນແດນ ເມື່ອປີກາຍນີ້ ກຸ່ມດັ່ງກ່າວ ຍັງສືບຕໍ່ຫັນປ່ຽນ ອອກໄປຈາກສູນບັນຊາການ
ແລະ ໄດ້ຊຸກຍູ້ພວກທີ່ຈົງຮັກພັກດີ ຢູ່ໃນທົ່ວໂລກ ໃຫ້ໃຊ້ ທຸກໆອາວຸດ ທີ່ພວກເຈົ້າ
ສາມາດຊອກຫາມາໄດ້ ຕໍ່ ອັນທີ່ຕົນເອີ້ນວ່າ “ເປົ້າໝາຍທີ່ບໍ່ມີການປ້ອງກັນ” ນັ້ນ.
ບົດລາຍງານນີ້ ກ່າວວ່າ ໃນປີ 2017 ໄດ້ເຫັນມີການໂຈມຕີເຊັ່ນນັ້ນ ຢູ່ໃນເມືອງ
ແມນແຈັສເຕີ້ ບາຣເຊໂລນາ ຊາຍໄນ ມາຣາວີ ນະຄອນນິວຢອກ ແລະ ແຫ່ງອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG