ມີລາຍງານວ່າ ສະຫະລັດໄດ້ຮັບຄວາມກ້າວໜ້າເພີ້ມຕື່ມ ໃນການດຳເນີນຄວາມພະຍາຍາມເພື່ອກຳຈັດສາຂາຂອງກຸ່ມກໍ່ການຮ້າຍລັດອິສລາມ ໃນອັຟການິສຖານ ໂດຍໃຫ້ການຢືນຢັນ ກ່ຽວກັບການເສຍຊີວິດຂອງໂຄສົກກຸ່ມດັ່ງກ່າວໃນການໂຈມຕີທາງອາກາດຂອງສະຫະລັດ.
ເຈົ້າໜ້າທີ່ທະຫານ ຂອງສະຫະລັດທ່ານນຶ່ງ ກ່າວໃນວັນພະຫັດວານນີ້ວ່າ ທ້າວ ສຸລຕານ ອາຊິສ ອາຊາມ (Sultan Aziz Azam) ໄດ້ຖືກຂ້າຕາຍ ໃນວັນອາທິດທີ 23 ທັນວາຜ່ານມານີ້ທີ່ແຂວງນານກາຮາຂອງອັຟການິສຖານ. ສະມາຊິກຄົນທີສອງຂອງກຸ່ມດັ່ງກ່າວກໍໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດເຊັ່ນດຽວກັນ.
ບໍ່ມີລາຍງານວ່າ ມີພົນລະເຮືອນເສຍຊີວິດໃນການໂຈມຕີດັ່ງກ່າວ ຊຶ່ງໄດ້ມີການເປີດເຜີຍເປັນເທື່ອທຳອິດໂດຍເຈົ້າໜ້າທີ່ອັຟການິສຖານ.
ໂຄສົກກະຊວງພາຍໃນອັຟການິສຖານ ກ່ອນໜ້ານີ້ໄດ້ກ່າວຕໍ່ວີໂອເອວ່ວາ ທ້າວອາຊາມຖືກຂ້າຕາຍພ້ອມກັບກຳລັງອາລັກຂາຂອງລາວ 3 ຄົນ.
ໂຄສົກກະຊວງພາຍໃນກ່າວຕື່ມວ່າ ທ້າວອາຊາມເປັນຜູ້ຮັບຜິດຊອບໃນການເກນເອົາພວກນັກລົບ ເພື່ອທຳການໂຈມຕີທີ່ສຳຄັນໆຕໍ່ພົນລະເຮືອນ.
ຂ່າວກ່ຽວກັບການໂຈມຕີທາງອາກາດ ມີຂຶ້ນຫຼັງຈາກທີ່ມີການອອກລາຍງານປະຈຳໄຕມາດໂດຍທຳນຽບຫ້າແຈຕໍ່ລັດຖະສະພາຊຶ່ງໄດ້ກ່າວຍ້ອງຍໍໃນຄວາມກ້າວໜ້າທັງຂອງກຳລັງສະຫະລັດ ແລະອັຟການິສຖານຕໍ່ພວກກໍ່ການຮ້າຍ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ ກຸ່ມລັດອິສລາມໂຄຣາຊານ ຫຼື ISIS-K ນັ້ນ.
ອີງຕາມລາຍງານຊຶ່ງກວມເອົາການປະຕິບັດງານແຕ່ເດືອນມິຖຸນາຫາທ້າຍເດືອນພະຈິກນັ້ນ ກ່າວວ່າ “ກຸ່ມລັດອິສລາມໂຄຣາຊານກຳລັງປະເຊີນກັບການສູນເສຍດິນແດນ ຜູ້ນຳພາ ແລະພະນັກງານຢູ່ທີ່ແຂວງນານກາຮາ.”
ແຕ່ຂະນະດຽວກັນ ທຳນຽບຫ້າແຈກໍເຕືອນວ່າ ເຖິງແມ່ນໄດ້ມີຄວາມກ້າວໜ້າຢູ່ທີ່ແຂວງນານກາຮາກໍຈິງ ກຸ່ມລັດອິສລາມໂຄຣາຊານແມ່ນພວມຊອກຫາທາງທີ່ຈະປະຕິບັດງານຕໍ່ໄປ.
ລາຍງານກ່າວວ່າ “ພວກເຂົາໄດ້ພາກັນຍົກຍ້າຍໄປຫຼົບລີ້ຢູ່ເຂດອື່ນຂອງປະເທດ ເຖິງແມ່ນໄດ້ອ່ອນກຳລັງລົງ ກຸ່ມລັດອິສລາມໂຄຣາຊານ ເບິ່ງຊົງວ່າ ຍັງຈະສືບຕໍ່ແຜນການປະຕິບັດງານ ເພື່ອທຳການໂຈມຕີທີ່ສຳຄັນໆ ໃນເຂດທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ.”
ການໂຈມຕີ ທີ່ສັງຫານໂຄສົກ ຂອງກຸ່ມລັດອິສລາມໂຄຣາຊານ ຍັງມີຂຶ້ນໃນຂະນະທີ່ລັດຖະບານປະທານາທິບໍດີດໍໂນລ ທຣຳ ມີລາຍງານວ່າກຳລັງພິຈາລະນາທີ່ຈະຖອນບາງສ່ວນຂອງກຳລັງສະຫະລັດອອກຈາກອັຟການິສຖານຊຶ່ງຈະຖອນກຳລັງທະຫານທີ່ມີຢູ່ທັງໝົດປະມານ 14,000 ຄົນເກືອບເຄິ່ງນຶ່ງກັບຄືນປະເທດ.