ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເວົ້າວ່າ ກຸ່ມລັດອິສລາມ ໃນ ອັຟການິສຖານ ຈະກຳຈັດບໍ່ໝົດ ຈັກເທື່ອ


ພວກລັດອິສລາມ ໂຄຣາຊານ ກຳລັງຊ້ອມຮົບຢູ່ສູນຝຶກຊ້ອມ "ອາບູ ອູໄບດາ ອາລ-ຈາຣາ" ໃນແຂວງ ນັນກາຮາ ທາງພາກຕາເວັນອອກຂອງປະເທດ ອັຟການິສຖານ. 6 ສິງຫາ, 2018. (ຮູບໄດ້ມາຈາກກຸ່ມສືບລັບ SITE)
ພວກລັດອິສລາມ ໂຄຣາຊານ ກຳລັງຊ້ອມຮົບຢູ່ສູນຝຶກຊ້ອມ "ອາບູ ອູໄບດາ ອາລ-ຈາຣາ" ໃນແຂວງ ນັນກາຮາ ທາງພາກຕາເວັນອອກຂອງປະເທດ ອັຟການິສຖານ. 6 ສິງຫາ, 2018. (ຮູບໄດ້ມາຈາກກຸ່ມສືບລັບ SITE)

ການເຄື່ອນໄຫວເພື່ອກຳຈັດ ແລະ ທຳລາຍກຸ່ມກໍ່ການຮ້າຍລັດອິສລາມໃນ ອັຟການິສ
ຖານ ທີ່ເພີ່ມທະວີຂຶ້ນນັ້ນ ແມ່ນໄດ້ມີຄວາມກ້າວໜ້າໃນ ບາງຂົງເຂດ ແຕ່ຮອດປັດຈຸບັນ
ນີ້ ຍັງບໍ່ສາມາດທີ່ຈະປ້ອງກັນກຸ່ມກໍ່ການ ຮ້າຍນີ້ບໍ່ໃຫ້ມີທີ່ໝັ້ນຂອງພວກເຂົາຢູ່ໃນປະ
ເທດດັ່ງກ່າວ, ອີງຕາມການຊັ່ງຊາຄັ້ງຫຼ້າສຸດ ຂອງອົງການສືບລັບ ສະຫະລັດ.

ກຸ່ມ IS ໂຄຣາຊານ ເຊື່ອວ່າມີນັກຮົບຫຼາຍກວ່າ 1,000 ຄົນ, ສ່ວນຫຼາຍແມ່ນອາໄສຢູ່
ໃນແຂວງ ນັນກາຮາ ຢູ່ພາກໃຕ້ຂອງປະເທດ ອັຟ ການິສຖານ, ພ້ອມກັບຈຳນວນເລັກ
ນ້ອຍທີ່ປະຕິບັດການໃນແຂວງ ຄູນາ ຕັ້ງຢູ່ພາກຕາເວັນອອກຂອງປະເທດ.

ພວກທີ່ຈົງຮັກພັກດີຕໍ່ທຸງສີດຳຂອງກຸ່ມ IS ທີ່ຍັງເຫຼືອຢູ່ນັ້ນລວມມີຄົນ ອັຟການິສຖານ
ໃນທ້ອງຖິ່ນ, ພ້ອມກັບພວກນັກຮົບຈາກປະເທດ ປາກິສຖານ ແລະ ອຸສເບັກກິສຖານ,
ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສປາບປາມລັດທິກໍ່ການຮ້າຍ ທີ່ກ່າວຕໍ່ວີໂອເອ
ເຊິ່ງນອກຈາກນັ້ນ ກໍຍັງມີການເຊື່ອວ່າ ພວກນັກຮົບ IS ໂຄຣາຊານ ກຳລັງທຳການປະ
ຕິ ບັດການໃນປະເທດ ປາກິສຖານ ນຳດ້ວຍ.

ໃນຂະນະທີ່ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ແລະ ສືບລັບ ສະຫະລັດ ໄດ້ເຕືອນວ່າ
ຄວນໃຫ້ລະມັດລະວັງກັບຈຳນວນຕົວເລກດັ່ງກ່າວ, ໃນເມື່ອການນັບຈຳນວນພວກນັກ
ຮົບກໍ່ການຮ້າຍນັ້ນ ແມ່ນຍັງໄກຈາກເລກຕົວຈິງ, ການກະປະມານໄດ້ສະເໜີວ່າພວກ
IS ໂຄຣາຊານ ໄດ້ຊອກຫາວິທີທາງ ເພື່ອຮັບມືກັບຄວາມພະຍາຍາມຂອງ ສະຫະລັດ
ທີ່ຈະກຳ ຈັດພວກເຂົາອອກໄປ.

ຄວາມພະຍາຍາມດັ່ງກ່າວລວມມີ ການໃຊ້ລະເບີດທີ່ບໍ່ແມ່ນລະເບີດນິວ ເຄລຍລູກໃຫຍ່
ທີ່ສຸດໃນຄັງອາວຸດ ສະຫະລັດ, ເຊິ່ງແມ່ນລະເບີດ GBU-43, ເພື່ອຖິ້ມໃສ່ເປົ້າໝາຍທີ່
ທຳນຽບຫ້າແຈໄດ້ເອີ້ນວ່າ ຖໍ້າຍາວ ແລະ ລະບົບອຸໂມງຂອງພວກ IS ໃນແຂວງ ນັນກາ
ຮາ ໃນເດືອນເມ ສາ 2017.

ຫຼາຍສັບປະດາຕໍ່ມາ, ໃນແຂວງ ນັນກາຮາ ເຊັ່ນດຽວກັນ, ກອງກຳລັງ ສະຫະລັດ ແລະ
ອັຟການິສຖານ ໄດ້ສັງຫານອະດີດຫົວໜ້າຂອງກຸ່ມ IS ໂຄຣາຊານ, ທ້າວ ອັບດູລ
ຮາຊິບ, ລຸນຫຼັງການຍິງຕໍ່ສູ້ກັນດົນ 3 ຊົ່ວໂມງ.

ຜູ້ທີ່ມາແທນຕຳແໜ່ງຂອງທ້າວ ຮາຊິບ, ຊື່ວ່າທ້າວ ອາບູ ຊາເຢັດ ກໍໄດ້ຖືກຂ້າຕາຍບໍ່
ດົນໃນເດືອນ ກໍລະກົດ 2017, ໃນຈຸດໃດນຶ່ງບັນດາເຈົ້າໜ້າທີ່ ສະຫະລັດ ກໍໄດ້ກ່າວ
ວ່າ ຕຳແໜ່ງຂອງພວກ IS ໃນ ອັຟການິສຖານ ໄດ້ຖືກຕັດລົງເປັນ 600 ຄົນ, ຈາກຈຳ
ນວນສູງສຸດຂອງກຸ່ມກໍ່ການຮ້າຍດັ່ງກ່າວປະມານ 3,000 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG