ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຈົ້າໜ້າ​ທີ່​ ສຫລ ​​ອອກ​ຄຳ​ເຕືອນ​ ກ່ຽວ​ກັບ ​ຄວາມ​ສາມາດ​ ຂອງກຸ່ມ​ລັດ​ອິສລາມ


ພວກຫົວຮຸນແຮງລັດອິສລາມ ຢືນຢູ່ທາງຫລັງ ຊາວເອທິໂອເປຍ ທີ່ນັບຖືສາສະໜາຄຣິສ ຢູ່ໃນລີເບຍ.
ພວກຫົວຮຸນແຮງລັດອິສລາມ ຢືນຢູ່ທາງຫລັງ ຊາວເອທິໂອເປຍ ທີ່ນັບຖືສາສະໜາຄຣິສ ຢູ່ໃນລີເບຍ.

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດໄດ້​ອອກ​ຄຳ​ເຕືອນ​ ກ່ຽວ​ກັບ​ຄວາມ​ສາມາດ​ຂອງກຸ່ມ​ລັດ​ອິສ ລາມ ທີ່​ຊັກ​ຊວນ​ໃຫ້ກໍ່​ການ​ຮ້າຍ​ຢູ່​ທົ່ວ​ໂລກ ຮວມທັງ​ສະຫະລັດ ປາດ​ສະ​ຈາກ​ຄຳ​ສັ່ງ ຫລື​ ມີ​ການ​ຕິດ​ຕໍ່​ໂດຍກົງ ​ກັບ​ບັນດາ​ຜູ້​ກໍ່​ການ​ຮ້າຍ.

“ພວກ​ເຮົາ​ພວມ​ຢູ່​ພາຍ​ໃຕ້​ການ​ຂົ່ມຂູ່​ແບບ​ໃໝ່ ​ຂອງ​ພວກ​ກໍ່​ການ​ຮ້າຍ​ ຢູ່​ໃນ​ທົ່ວ​ ໂລກ​. ຮອງ​ລັດຖະມົນຕີກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​ຂອງສະຫະລັດ ທ່ານ Alejan- dro Mayorkas ລາຍ​ງານ​ຕໍ່​ຄະນະກຳມະການ​ຂອງ​ສະພາ​ສູງ​ສະຫະລັດ ​ໃນ​ວັນ​ພະຫັດ ​ວານ​ນີ້​. ພວກ​ເຮົາ​ໄດ້​ເຄື່ອນ​ຍ້າຍ​ຈາກ​ການ​ໂຈມ​ຕີ​ໂດ​ຍກົງ​ຂອງ​ກໍ່​ການ​ຮ້າຍ​ໃນ​ໂລກ ທີ່​ ເພີ້​ມຂຶ້ນ​ຮວມທັງ​ການ​ຂົ່​ມຂູ່ ຂອງ​ການ​ກໍ່​ການ​ຮ້າຍ​ທີ່​ຊັກ​ຊວນ​ໃຫ້​ມີໂຈມ​ຕີ ​ໂດຍ​ທີ່​ຜູ້​ໂຈມ​ຕີ ​ອາດ​ບໍ່​ເຄີຍ​ໄດ້​ພົບ​ໜ້າ​ຕໍ່​ໜ້າ​ກັບ​ສະມາຊິກ​ຄົນ​ໃດ​ຄົນ​ນຶ່ງ​ ຂອງ​ອົງການ​ກໍ່​ການ​ຮ້າຍ ​ແຕ່ ​ແທນ​ທີ່​ໄດ້ຖືກ​ຊັກ​ຊວນ​ຈາກ​ການ​ສົ່ງ ຂ່າວສານ ​ແລ​ະໂຄສະນາ​ຊວນ​ເ​ຊື່​ອຂອງກຸ່ມ ISIL”.

ທ່ານ Mayorkas ​ກ່າວ​ເພີ້​ມອີກ​ວ່າ​ “ຕາມ​ປົກກະຕິ​ແລ້ວ ການ​ຊັກ​ຊວນ​ດັ່ງກ່າວແມ່ນ ຍາກຂຶ້ນສຳລັບ​ການສືບລັບ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຈະ​ຈັບ​ໄດ້ ​ແລະ​ອາດ​ສາ ມາດ​ເກີດ​ຂຶ້ນ ​ກ່ອນໂດຍ​ມີ​ການ​ເຕືອນ​ລ່ວງ​ໜ້າ​ພຽງ​ໜ້ອຍດຽວ​ ຫລື​ບໍ່​ມີເລີຍ​ກໍ​ເປັນ ​ໄດ້​.”

ຮູບພາບຜູ້ເຄາະຮ້າຍ 14 ຄົນທີ່ຖືກສັງຫານຢູ່ເມືອງ San Bernardino.
ຮູບພາບຜູ້ເຄາະຮ້າຍ 14 ຄົນທີ່ຖືກສັງຫານຢູ່ເມືອງ San Bernardino.

ຜູ້ຕາງໜ້າ​ສູງ​ສຸດ​ພັກ​ເດ​ໂມ​ແຄຣັດ ​ໃນຄະນະ​ກຳມະການ ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ ​ຂອງ​ສະພາ​ສູງ ​ເຫັນ​ພ້ອມ​ກັບການ​ສັ່ງ​ຊາໂດຍ​ໃຫ້​ຂໍ້​ສັງ​ເກດກ່ຽວ​ກັບການ​ໂຈມ​ຕີ​ກໍ່​ການ​ ຮ້າ​ຍປີ​ກາຍ​ ​ໃນເມືອງ San Bernardino ລັດ California ທີ່ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ.

ຕຳຫລວດຝຣັ່ງກຳລັງລາດຕະເວນຢູ່ ອະນຸສາວະລີ Monument a la Republique ໃນນະຄອນ ປາຣີ Place de la Republique.
ຕຳຫລວດຝຣັ່ງກຳລັງລາດຕະເວນຢູ່ ອະນຸສາວະລີ Monument a la Republique ໃນນະຄອນ ປາຣີ Place de la Republique.

ສະມາຊິກ​ສະພາ​ສູງ​ທ່ານ Tom Carper ຈາກ​ລັດ Delaware ກ່າວ​ວ່າ “ພວກ​ເຮົາ​ອາດ ​ປິດ​ການ​ເດີນທາງ​ ​ແລະ​ບໍ່​ໃຫ້​ຄົນ​ຕ່າງ​ດ້າວ​ເຂົ້າມາ​ປະ​ເທດທັງ​ໝົດ ​ແລະ​ຍັງ​ຈະ​ບໍ່​ເປັນ​ທີ່​ ປອດ​ໄພ​ຈາກ​ການ​ຂົ່ມຂູ່. ​ບໍ່​ເປັນ​ຈັ່ງໂຊກ​ ກຸ່ມ ISIS ຮູ້​ດີ​ທີ່​ສຸດ​ໃນ​ທາງໂຈມ​ຕີອາ​ເມຣິກາ ກໍ​ ຄື​ໃຫ້​ຊາວ​ອາ​ເມຣິກັນ ເປັນ​ຜູ້​ກະທຳ​ເອງ. ​ເພາະສະ​ນັ້ນ ກຸ່ມ ISIS ​ໄດ້​ເນັ້ນ​ໜັກ​ໃສ່​ການ​ໃຊ້​ ສື່​ສັງຄົມ ​ແລະ​ອິນ​ເຕີ​ແນັດ ​ເພື່ອ​ລ້າງ​ສະໝອງ​ຊາວ​ອາ​ເມຣິກັນ ຢູ່​ທີ່​ບ້ານ​ເຮືອນ​ເຂົາ​ເຈົ້າ.

ທ່ານ Carper ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ຕ້ອງ​ປະຕິບັດ​ໃຫ້​ແນ່ນອນ​ວ່າ ​ເວລາ​ໃດ ກຸ່ມ ISIS ທຳ​ການ​ຂົນ​ຂວຍ​ເອົາ​ຊາວ​ອາ​ເມຣິກັນ ການ​ສົ່ງຂໍ້ຄວາມ​ຂອງ​ເຂົາ​ເຈົ້າ​ບໍ່​ເປັນ​ທີ່​ໄດ້ຍິນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG