ການໂຈມຕີທາງອາກາດ ທີ່ສົງໄສວ່າເປັນການໂຈມຕີທີ່ນຳພາໂດຍ
ສະຫະລັດນັ້ນ ໄດ້ປະທະໃກ້ໆກັບເມືອງສຳຄັນຂອງຊີເຣຍ ທີ່ຕັ້ງຢູ່
ຊາຍແດນຕິດກັບເທີກີ ບ່ອນທີ່ພວກນັກລົບ ຊາວເຄີດ ໄດ້ພະຍາ
ຍາມຕ້ານຍັນ ການເຂົ້າຍຶດເອົາຂອງພວກຫົວຮຸນແຮງກຸ່ມລັດ
ອີສລາມ ມາເວລາເປັນຫຼາຍໆອາທິດແລ້ວນັ້ນ.
ການໂຈມຕີຂອງເຊົ້າວັນອັງຄານມື້ນີ້ ໄດ້ປະທະຢູ່ຂ້າງນອກເມືອງ
Kobani ທີ່ຮູ້ກັນໃນອີກຊື່ນຶ່ງວ່າ Ayn al-Arab ບ່ອນທີ່ການຕໍ່ສູ້
ກັນໄດ້ຍັງຜົນໃຫ້ ປະຊາຊົນຈຳນວນຫຼາຍໝື່ນຄົນ ຕ້ອງໄດ້ອົບພະຍົບຫລົບໜີ ເພື່ອຄວາມປອດໄພ ໄປຍັງເທີກີ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສຳນັກງານຕັ້ງຢູ່ອັງກິດ ກ່າວວ່າ ການປະທະກັນໄດ້ແກ່ຍາວອອກໄປຕະຫຼອດທັງຄືນ ໂດຍພວກຫົວຮຸນແຮງກຸ່ມລັດອີສລາມໄດ້ຍຶດເອົາຫຼາຍຕຶກ ໃນເຂດກ້ຳຕາເວັນຕົກສຽງໃຕ້ ຂອງເມືອງ.
ການຍຶດໄດ້ເມືອງ Kobani ນັ້ນ ແມ່ນຈະອຳນວຍໃຫ້ພວກຫົວຮຸນແຮງກຸ່ມລັດອີສລາມ ຄວບຄຸມເຂດຊາຍແດນຊີເຣຍ ທີ່ຕິດກັບເທີກີ.