ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ມຸສລີມ ໄນຈີເຣຍ ບຸກໂຈມຕີຄຸກ ແລະປ່ອຍນັກໂທດ 119 ຄົນ


ພວກຫົວຮຸນແຮງມຸສລິມ ພາກັນບຸກໂຈມຕີຄຸກແຫ່ງນຶ່ງທີ່ຢູ່ໄກ້ກັບນະ ຄອນຫລວງໄນຈີເຣຍ ໂດຍສັງຫານຍາມຜູ້ນຶ່ງ ແລະປ່ອຍນັກໂທດ 119 ຄົນ ໃຫ້ຫລົບນີໄປໃນຄວາມມືດ
ພວກຫົວຮຸນແຮງມຸສລິມ ພາກັນບຸກໂຈມຕີຄຸກແຫ່ງນຶ່ງທີ່ຢູ່ໄກ້ກັບນະ ຄອນຫລວງໄນຈີເຣຍ ໂດຍສັງຫານຍາມຜູ້ນຶ່ງ ແລະປ່ອຍນັກໂທດ 119 ຄົນ ໃຫ້ຫລົບນີໄປໃນຄວາມມືດ

ພວກ​ຫົວ​ຮຸ​ນ​ແຮງມຸສລິ​ມ ​ໄດ້ພາກັນ​ບຸກ​ໂຈມ​ຕີ​ຄຸກແຫ່ງ​ນຶ່ງທີ່ຢູ່​ໃກ້​ກັບ​ນະຄອນຫລວງ​
ໄນຈີ​ເຣຍ ​ໂດຍ​ໄດ້​ສັງຫານ​ຍາມ​ຜູ້​ນຶ່ງ​ແລະປ່ອຍ​ພວກນັກ​ໂທດ 119 ຄົນ​ ​ໃຫ້ຫຼົບໜີໄປ
ໃນຄວາມມືດ.

ຜູ້​ເຫັນ​ເຫດການກ່າ​ວວ່າ ມີ​ມື​ປືນ​ປະມານ 20 ຄົນ​ພາກັນ​ຂີ່​ລົດ​ຈັກເຂົ້າ​ໄປ​ຫາ​ຄຸກທີ່​ຕັ້ງ​ຢູ່​
ໃນ​ເມືອງ Kotonkarifi ຊຶ່ງພວກ​ມື​ປືນ​ ໄດ້​ຍິງ​ພວກຍາມ ​ແລ້ວກໍ​ລະ​ເບີດປະຕູ​ໃຫຍ່​ທາງ​ເຂົ້າ.

ກຸ່​ມຫົວ​ຮຸນ​ແຮງມຸສລິ​ມ ນິຍົມ​ແນວທາງ​ເດີມ​ຈັດ Boko Haram ​ໄດ້​ປະກາດໃນ​ວັນພ​ະຫັດ
ວານ​ນີ້ວ່າ ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ບຸກໂຈມ​ຕີ ​ແລະ​ກ່າວ​ວ່າ​ເຂົາ​ເຈົ້າ​ຢາກປ່ອຍ
ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ 7 ຄົນ​ທີ່​ຖືກ​ຄຸມຂັງ​ຢູ່​ທີ່ນັ້ນ ​ແຕ່​ວ່າມີ​ພວກ​ນັກ​ໂທດ 119 ຄົນ​ພາກັນ

ເອົາ​ຕົວ​ຫລົບ​ໜີ​ໄປ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​25 ຄົນ​ໄດ້​ຖືກ​ຈັບ​ກຸມຄືນ​ອີກ.

ກຸ່ມ Boko Haram ທີ່ມີ​ຄວາມ​ໝາຍວ່າ “ການ​ສຶກສາ​ຂອງ​ປະ​ເທດຕາ​ເວັນ​ຕົກນັ້ນ​ເປັນ
ບາບ” ​ເປັນ​ຜູ້ຮັບຜິດຊອບ​ຕໍ່​ການເສຍ​ຊີວິດ​ຂອງປະຊາຊົນຈໍາ​ນວນ​ຫລາຍ​ຮ້ອຍ​ຄົນຢູ່​ທາງ
ພາກ​ເໜືອ​ຂອງໄນ​ຈີ​ເຣຍ. ກຸ່​ມດັ່ງ​ກ່າວນີ້ ​ຕ້ອງການ​ນຳ​ໃຊ້ກົດໝາຍອັນເຄັ່ງຄັດ ​ຂອງ​ສາສະ
ໜາ​ອິສລາມ ​ແລະ​ຂູ່​ຂວັນ​ທີ່ຈະ​ຂ້າຊາວ​ຄຣິສຕຽນ​ທີ່​ພາກັນອາ​ໄສ​ຢູ່​ໃນ​ພາກ​ເໜືອ​ຂອງ ​
ໄນ​ຈີ​ເຣຍ ທີ່​ປະຊາຊົນສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ.

XS
SM
MD
LG