ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການເດີນຂະບວນ ຮອບໃໝ່ ໃນປະເທດ ທີ່ນັບຖືສາສະໜາອິສລາມ (ວີດິໂອ)


ຊາວມຸສລິມ ພາກັນຈູດທຸງສະຫະລັດ ແລະຮູບຂອງປະທານາທິບໍດີ Barrack Obama ໃນການປະທ້ວງ ຢູ່ນະຄອນ Kano ຂອງ ໄນເຈີເຣຍ ໃນວັນເສົາ ທີ 22 ກັນຍາ, 2012.
ຊາວມຸສລິມ ພາກັນຈູດທຸງສະຫະລັດ ແລະຮູບຂອງປະທານາທິບໍດີ Barrack Obama ໃນການປະທ້ວງ ຢູ່ນະຄອນ Kano ຂອງ ໄນເຈີເຣຍ ໃນວັນເສົາ ທີ 22 ກັນຍາ, 2012.
ພວກເດີນຂະບວນໃນປະເທດຕ່າງໆ ທີ່ນັບຖືສາສະໜາອິສລາມ
ແລະແຫ່ງອື່ນໆອີກ ໄດ້ທໍາການປະທ້ວງຮອບໃໝ່ ໃນວັນເສົາ
ວານນີ້ ເພື່ອຕໍ່ຕ້ານຮູບເງົາທາງອິນເຕີແນັດ ທີ່ສ້າງຢູ່ສະຫະລັດ ເຍາະເຍີ້ຍພະສາສະດາມູຮຳມັດນັ້ນ.

ຢູ່ Dhaka ນະຄອນຫລວງຂອງ Bangladesh ນັ້ນ ຢ່າງໜ້ອຍ
ມີ 10 ຄົນເສຍຊີວິດ ໃນຂະນະທີ່ມີການປະທະກັນລະຫວ່າງຕໍາ
ຫລວດ ແລະ ພວກປະທ້ວງ.

ກໍາລັງຮັກສາຄວາມສະຫງົບ ໄດ້ຍິງລະເບີດນໍ້າຕາ ແລະໃຊ້ໄມ້
ຄ້ອນໄລ່ຕີ ເພື່ອເຮັດໃຫ້ພວກປະທ້ວງຫລາຍຮ້ອຍຄົນ ທີ່ແກວ່ງ
ກ້ອນຫີນໃສ່ຕໍາຫລວດ ສະຫລາຍຕົວໄປ ຊຶ່ງພວກດັ່ງກ່າວ ເປັນ
ສະມາຊິກຂອງອົງການພັນທະມິດຂອງກຸ່ມອິສລາມປະມານຫລາຍກວ່າສິບກຸ່ມ. ພວກທີ່
ເຫັນເຫດການເວົ້າວ່າ ພວກປະທ້ວງໄດ້ຈູດເຜົາລົດ ລວມທັງລົດຕູ້ ຄັນນຶ່ງຂອງຕໍາຫລວດ. ພວກປະທ້ວງ ຈໍານວນນຶ່ງ ໄດ້ຖືກຈັບ.

ກຸ່ມພັນທະມິດທີ່ນໍາພາການເດີນຂະບວນ ໄດ້ຮຽກຮ້ອງໃຫ້ມີການນັດຢຸດງານທົ່ວປະເທດ ໃນວັນອາທິດມື້ນີ້ ເພື່ອປະທ້ວງຮູບເງົາວີດິໂອທາງອິນເຕີແນັດ ທີ່ສ້າງຢູ່ສະຫະລັດນັ້ນ.

ສ່ວນຢູ່ປາກິສຖານ ລັດຖະມົນຕີທ່ານນຶ່ງ ໄດ້ປະກາດການຕັ້ງລາງວັນ 1 ແສນ ໂດລາ ໃຫ້ຜູ້ໃດກໍຕາມ ທີ່ສາມາດສັງຫານຜູ້ສ້າງຮູບເງົາເລື້ອງນັ້ນໄດ້. ລັດຖະມົນຕີ ທ່ານນີ້ໄດ້ ຊຸກຍູ້ໃຫ້ກຸ່ມ Taliban ແລະ al-Qaida ຊ່ວຍຊອກຫາ ແລະຂ້າຜູ້ສ້າງຮູບເງົາດັ່ງກ່າວ.

ນອກນັ້ນແລ້ວ ຍັງມີປະຊາຊົນຈຳນວນຫຼາຍກວ່ານຶ່ງພັນຄົນ ພາກັນໂຮມຊຸມນຸມປະທ້ວງ ທີ່ນະຄອນຫຼວງອິສລາມາບັດ ຂອງປາກິສຖານ ເພື່ອຮຽກຮ້ອງໃຫ້ມີການລົງໂທດ ຕໍ່ຜູ້ ສ້າງຮູບເງົາດັ່ງກ່າວ ອີກດ້ວຍ.

ພ້ອມກັນນີ້ ຊາວມຸສລິມຈຳນວນຫຼາຍພັນຄົນ ຢູ່ໄນເຈີເຣຍ ທີ່ຄັດຄ້ານຕໍ່ຮູບເງົາເລື້ອງນັ້ນ ກໍໄດ້ພາກັນລົງສູ່ຖະໜົນຫົນທາງໃນນະຄອນກາໂນ ຊຶ່ງເປັນຫົວເມືອງໃຫຍ່ທີ່ສຸດ ໃນເຂດ ພາກເໜືອຂອງປະເທດ ທີ່ປະຊາຊົນສ່ວນໃຫຍ່ແມ່ນຊາວມຸສລິມນັ້ນ. ພວກເດີນຂະບວນ ໄດ້ພາກັນຍ່າງໄປຫາທໍານຽບຂອງ Emir ຂອງເມືອງກາໂນ ຊຶ່ງເປັນຜູ້ນໍາດ້ານຈິດໃຈ ສູງສຸດຂອງຊາວມຸສລິມ ໃນຂົງເຂດດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບການປະທ້ວງຢູ່ປະເທດຕ່າງໆ ທີ່ຖືສາສະໜາອິສລາມ

XS
SM
MD
LG