ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານຮູບເງົາ ໝິ່ນປະໝາດ ອິສລາມ ຢູ່ປາກິສຖານ (ສະໄລດ໌)


ຕຳຫຼວດ ພວມຂັບໄລ່ພວກປະທ້ວງ ຕໍ່ຕ້ານສະຫະລັດ ທີ່ເມືອງ Peshawar ໃນປາກິສຖານ (21 ກັນຍາ 2012)
ຕຳຫຼວດ ພວມຂັບໄລ່ພວກປະທ້ວງ ຕໍ່ຕ້ານສະຫະລັດ ທີ່ເມືອງ Peshawar ໃນປາກິສຖານ (21 ກັນຍາ 2012)
ການປະທ້ວງຮອບໃໝ່ໄດ້ລະເບີດຂຶ້ນອີກຢູ່ໃນປະເທດຕ່າງໆທີ່
ນັບຖືສາສະໜາອິສລາມໃນວັນສຸກວານນີ້ ຊຶ່ງໄດ້ເລີ້ມຂຶ້ນຍ້ອນ
ຮູບເງົາທາງອິນເຕີແນັດທີ່ສ້າງຢູ່ສະຫະລັດ ເຍາະເຍີ້ຍພະສາດ
ສະດາມູຮຳມັດນັ້ນ.

ປະຊາຊົນຈຳນວນຫຼາຍພັນຄົນໄດ້ພາກັນລົງສູ່ຖະໜົນຫົນທາງ
ຢູ່ປາກິສຖານ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ບໍ່ຕໍ່າກວ່າ 17 ຄົນແລະ
ໄດ້ຮັບບາດເຈັບອີກ ຫຼາຍສິບຄົນໃນ ການປະທະກັນລະຫວ່າງ ກຳລັງຮັກສາຄວາມສະຫງົບກັບພວກປະທ້ວງ. ຄວາມຮຸນແຮງ
ທີ່ຮ້າຍແຮງສຸດ ແມ່ນມີຂຶ້ນ ທີ່ນະຄອນກາຣາຈີ ໃນພາກໃຕ້ປາ
ກິສຖານ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 12 ຄົນ.

ນອກນັ້ນແລ້ວ ຍັງມີການໂຮມຊຸມນຸມປະທ້ວງ ທີ່ນະຄອນຫຼວງ
ອິສລາມາບັດ ເມືອງ Peshawar ແລະນະຄອນລາຮໍອີກດ້ວຍ.

ກະຊວງການຕ່າງປະເທດປາກິສຖານກ່າວວ່າ ຕົນໄດ້ຮຽກໂຕນັກການທູດສະຫະລັດທ່ານ Richard Hoagland ເຂົ້າພົບເພື່ອທຳການປະທ້ວງຢ່າງແຮງກ່ຽວກັບຮູບເງົາດັ່ງກ່າວ. ທ່ານ Hoagland ໄດ້ກ່າວຢໍ້າເຖິງການປະນາມຂອງສະຫະລັດຕໍ່ຮູບເງົາເລື່ອງນີ້ແລະເນັ້ນໜັກວ່າ ລັດຖະບານສະຫະລັດບໍ່ມີຫຍັງກ່ຽວຂ້ອງກັບຮູບເງົານີ້ເລີຍ.

ສະຖານທູດສະຫະລັດໃນປາກິສຖານ ໄດ້ລົງໂຄສະນາ ຜ່ານໂທລະພາບປາກິສຖານທີ່ສະ ແດງໃຫ້ເຫັນວ່າ ທັງປະທານາທິບໍດີບາຣັກ ໂອບາມາ ແລະລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ກໍໄດ້ປະນາມຮູບເງົານີ້.

ລັດຖະບານປາກິສຖານ ໄດ້ປະກາດໃຫ້ວັນສຸກວານນີ້ ເປັນວັນພັກແຫ່ງຊາດ ແລະວັນສະ
ແດງຄວາມຮັກຕໍ່ພະສາດສະດາມູຮຳມັດ.

ພ້ອມກັນນີ້ ກໍຍັງມີຊາວມຸສລິມຈຳນວນຫຼາຍໆພັນຄົນ ທຳການປະທ້ວງຢູ່ໃນປະເທດອື່ນໆ
ອີກ ຮວມທັງ ອັຟການິສຖານ ອິນເດຍ ສຣີລັງກາ ບັງກລາແດັສ ອີຣັກ ເລບານອນ ແລະ ອິນໂດເນເຊຍ. ພວກປະທ້ວງຈຳນວນນຶ່ງໄດ້ພາກັນຈູດທຸງຊາດອາເມຣິກາແລະຫຸ່ນຂອງ ປະທານາທິບໍດີໂອບາມາ.

ສະຖານທູດສະຫະລັດຢູ່ໃນປະເທດຕ່າງໆ ທີ່ນັບຖືສາສະໜາອິສລາມ ຍັງສືບຕໍ່ເອົາມາດ
ຕະການລະມັດລະວັງໃນລະດັບສູງ ກ່ຽວກັບການປະທ້ວງ.

XS
SM
MD
LG