ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

5 ຄົນ ເສຍຊິວິດ ໃນການໂຈມຕີ ຢູ່ເຊສເນຍ ທາງພາກໃຕ້ ຂອງ ຣັດເຊຍ


ພາບທີ່ຖ່າຍໂດຍພະນັກງານໂທລະພາບ RU-RTR ຂອງຣັດເຊຍ ສະແດງໃຫ້ເຫັນວ່າ ພວກນັກສືບສວນ ກວດເບິ່ງລົດຄັນນຶ່ງ ທີ່ສົງໄສວ່າ ໃຊ້ເພື່ອທໍາການໂຈມຕີ ຕໍາຫລວດ ຢູ່ໃນນະຄອນຫລວງ ໂກຣສນີ ຂອງຂົງເຂດດັ່ງກ່າວ ໃນຣັດເຊຍ ໃນວັນທີ 20 ສິງຫາ 2018.
ພາບທີ່ຖ່າຍໂດຍພະນັກງານໂທລະພາບ RU-RTR ຂອງຣັດເຊຍ ສະແດງໃຫ້ເຫັນວ່າ ພວກນັກສືບສວນ ກວດເບິ່ງລົດຄັນນຶ່ງ ທີ່ສົງໄສວ່າ ໃຊ້ເພື່ອທໍາການໂຈມຕີ ຕໍາຫລວດ ຢູ່ໃນນະຄອນຫລວງ ໂກຣສນີ ຂອງຂົງເຂດດັ່ງກ່າວ ໃນຣັດເຊຍ ໃນວັນທີ 20 ສິງຫາ 2018.

ພວກເຈົ້າໜ້າທີ່ໃນແຂວງເຊສເນຍ (Chechnya) ຢູ່ທາງພາກໃຕ້ຂອງຣັດເຊຍເວົ້າ
ວ່າ ພວກຫົວຮຸນແຮງຢູ່ໃນຂົງເຂດດັ່ງກ່າວ ໄດ້ທຳການໂຈມຕີຫລາຍໆບັ້ນ ຕໍ່ປ້ອມ
ຕໍາຫລວດ ໃນວັນຈັນວານນີ້ ຊຶ່ງເຮັດໃຫ້ນັກລົບຂອງພວກເຂົາ 5 ຄົນເສຍຊີວິດ
ແລະເຈົ້າໜ້າທີ່ຕໍາຫລວດຫລາຍຄົນ ໄດ້ຮັບບາດເຈັບ.

ຕໍາຫລວດເວົ້າວ່າ ຜູ້ທໍາການໂຈມຕີທີ່ໃຊ້ມີດສອງຄົນ ໄດ້ລັກເຂົ້າໄປໃນປ້ອມຕໍາຫລວດ
ຢູ່ໃນເມືອງຊາລີ (Shali) ຢູ່ທາງພາກໃຕ້ຂອງປະເທດ ແລະແທງຕໍາຫລວດ 2 ຄົນ.
ພວກເຂົາເຈົ້າເວົ້າວ່າ ຕໍາຫລວດດັ່ງກ່າວໄດ້ຍິງ ແລະສັງຫານພວກທໍາການໂຈຕີນັ້ນ.

ຢູ່ໃນອີກເຫດການນຶ່ງຕ່າງຫາກນັ້ນ ຕໍາຫລວດເວົ້າວ່າ ຜູ້ທໍາການໂຈມຕີສອງຄົນ ໃນ
ເມືອງຊາລີ (Shali) ພະຍາຍາມທີ່ຈະທຳການໂຈມຕີສະຫຼະຊີບດ້ວຍລົດບັນ ທຸກລະ
ເບີດ, ແຕ່ວ່າ ລະເບີດບໍ່ແຕກຊໍ້າ.

ແລະມີການໂຈມຕີອີກບັ້ນນຶ່ງຢູ່ໃນເມືອງໂກຣສນີ (Grozny) ນະຄອນຫລວງຂອງ
ຂົງເຂດດັ່ງກ່າວ ຊຶ່ງເຈົ້າໜ້າທີ່ເວົ້າວ່າ ຜູ້ທໍາການໂຈມຕີຄົນນຶ່ງຂັບລົດໄປ ຕໍາເຈົ້າໜ້າ
ທີ່ຕໍາຫລວດສອງຄົນ ຊຶ່ງເຮັດໃຫ້ພວກເຂົາເຈົ້າໄດ້ຮັບບາດເຈັບ. ພວກເຂົາເຈົ້າຍັງເວົ້າ
ວ່າ ຕໍາຫລວດໄດ້ຍິງປືນໃສ່ ແລະສັງຫານຄົນຂັບລົດນັ້ນ.

ອົງການຂ່າວຂອງຣັດເຊຍ ຍັງໄດ້ລາຍງານອີກວ່າ ມີການໂຈມຕີ ຢູ່ໃນບ້ານ ເມັສເຄີ-
ເຢີດທ໌ (Mesker-Yurt) ຢູູ່ນອກເມືອງຊາລີ (Shali) ທີ່ມີຜູ້ທໍາການໂຈມຕີຄົນນຶ່ງທີ່ຖື
ຖົງຍ່າມພາຍໃສ່ຫລັງ ບີບຄະນວນລະເບີດ ໃຫ້ແຕກຂຶ້ນຢູ່ປ້ອມຕໍາຫລວດແຫ່ງນຶ່ງແຕ່
ວ່າ ບໍ່ໄດ້ເຮັດໃຫ້ໃຜໄດ້ຮັບບາດເຈັບແຕ່ຢ່າງໃດ. ພວກເຈົ້າໜ້າທີ່ເວົ້າວ່າ ຜູ້ວາງລະເບີດ
ສະຫລະຊີບຄົນນັ້ນ ລອດຊີວິດມາໄດ້ ແລະໄດ້ຖືກນໍາໄປປິ່ນປົວຢູ່ໂຮງໝໍ. ທ່ານແຣມ
ແຊນ ຄາດີຣອຟ (Ramzan Kadyrov) ຜູ້ນໍາຂອງເຊັສເນຍ ທີ່ເດີນທາງໄປຍັງຊາອຸດີ
ອາຣາເບຍ ໃນວັນຈັນວານນີ້ເວົ້າວ່າ ການໂຈມຕີດັ່ງກ່າວ ແມ່ນແນໃສ່ເຮັດໃຫ້ຄົນບໍ່ສົນ
ໃຈຕໍ່ການສະຫລອງບຸນ ອິດ-ອາລ-ອາດາ ( Eid al-Adha) ຂອງຊາວມຸສລິມ.

ທ່ານ ແຣມແຊນ ຄາດີຣອຟ (Ramzan Kadyrov) ຜູ້ນໍາຂອງເຊັສເນຍ ກ່າວຄໍາປາໄສ ຢູ່ນະຄອນຫລວງ ໂກຣສນີ (Grozny) ຂອງຂົງເຂດດັ່ງກ່າວ ໃນວັນທີ 4 ກັນຍາ 2017.
ທ່ານ ແຣມແຊນ ຄາດີຣອຟ (Ramzan Kadyrov) ຜູ້ນໍາຂອງເຊັສເນຍ ກ່າວຄໍາປາໄສ ຢູ່ນະຄອນຫລວງ ໂກຣສນີ (Grozny) ຂອງຂົງເຂດດັ່ງກ່າວ ໃນວັນທີ 4 ກັນຍາ 2017.

ມົສກູໄດ້ທໍາສົງຄາມກັບພວກຢາກແບ່ງແຍກດິນແດນໃນເຂດເຊັສເນຍ ຊຶ່ງເປັນຂົງ
ເຂດທີ່ມີຄົນມຸສລິມອາໄສຢູ່ເປັນສ່ວນຫລາຍນັ້ນ 2 ຄັ້ງ ນັບແຕ່ມີການແຕກສະຫລາຍ
ຂອງສະຫະພາບໂຊຫວຽດໃນປີ 1991 ເປັນຕົ້ນມາ. ຫາກແຕ່ວ່າ ມີການໂຈມຕີ ຂອງ
ພວກກໍ່ການຮ້າຍຢູ່ຂ້ອນຂ້າງວ່າ ດົນໆເທື່ອນຶ່ງ ຢູ່ໃນຂົງເຂດດັ່ງກ່າວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG