ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມບັນດາປະເທດ ອິສລາມ ຈະປຶກສາຫາລື ແຜນການ ຢຶດເອົາເປັນ ຫົວເມືອງຂຶ້ນ ເຂດ West Bank ຂອງນາຍົກ ເນຕັນຢາຮູ


ບັນດາລັດຖະມົນຕີວ່າການຕ່າງປະເທດ ຂອງອົງການເພື່ອການຮ່ວມມືຂອງອິສລາມ ຫຼື OIC ຖ່າຍຮູບນຳກັນ ໃນລະຫວ່າງ ການກະກຽມກອງປະຊຸມ ສຸດຍອດ ຫຼາຍຮອບ ໃນເມືອງທ່າ ເຈດດາ (Jeddah) ຂອງຊາອຸດີ ອາຣາເບຍ, ວັນທີ 29 ພຶດສະພາ 2019.
ບັນດາລັດຖະມົນຕີວ່າການຕ່າງປະເທດ ຂອງອົງການເພື່ອການຮ່ວມມືຂອງອິສລາມ ຫຼື OIC ຖ່າຍຮູບນຳກັນ ໃນລະຫວ່າງ ການກະກຽມກອງປະຊຸມ ສຸດຍອດ ຫຼາຍຮອບ ໃນເມືອງທ່າ ເຈດດາ (Jeddah) ຂອງຊາອຸດີ ອາຣາເບຍ, ວັນທີ 29 ພຶດສະພາ 2019.

ອົງການເພື່ອການຮ່ວມມືຂອງອິສລາມ ຫຼືເອີ້ນຫຍໍ້ວ່າ OIC ຈະຈັດກອງປະຊຸມສຸກເສີນ
ໃນວັນອາທິດມື້ນີ້ ເພື່ອປຶກສາຫາລື ໃນເລື້ອງເຈດຈຳນົງຂອງນາຍົກລັດຖະມົນຕີ ຂອງ
ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທີ່ຈະຢຶດເອົາເປັນຫົວເມືອງຂຶ້ນ ພື້ນທີ່ສ່ວນ
ນຶ່ງຂອງເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ນັ້ນ.

ອົງການດັ່ງກ່າວ ທີ່ມີສະມາຊິກຈາກ 57 ປະເທດ ໄດ້ຂຽນທວີດລົງ ໃນວັນພຸດຜ່ານມານີ້
ທີ່ວ່າ ກອງປະຊຸມ ຈະຖືກຈັດຂຶ້ນ “ໂດຍການຂໍຮ້ອງຂອງຊາອຸດີອາຣາເບຍ” ຢູ່ໃນເມືອງ
ທ່າເຮືອ ເຈດດາ ຂອງຣາຊະອານາຈັກດັ່ງກ່າວນີ້.

ໃນວັນເສົາວານນີ້ ກະຊວງການຕ່າງປະເທດຂອງເທີກີ ໄດກ່າວໃນວັນອັງຄານຜ່ານມາ
ວ່າ ອົງການ OIC ຈະພົບປະເພື່ອປຶກສາຫາລື ກ່ຽວກັບ “ຖະແຫລງການຂອງທ່ານ
ເນຕັນຢາຮູ ໂດຍມີເຈດຕະນາທີ່ຈະຢຶດເອົາຮ່ອມພູຈໍແດັນ ແລະການຕັ້ງຖິ່ນຖານໃໝ່
ທີ່ຜິດກົດໝາຍ ຢູ່ໃນເຂດແວັສຕ໌ ແບັງ (West Bank) ໂດຍອິສຣາແອລ.

ທ່ານເນຕັນຢາຮູ ໄດ້ກ່າວໃນວັນອັງຄານຜ່ານມາ ວ່າ ທ່ານວາງແຜນທີ່ຈະຢຶດເອົາ ເປັນຫົວເມືອງຂຶ້ນ ພື້ນທີ່ສ່ວນນຶ່ງ ຂອງເຂດແວັສຕ໌ ແບັງ (West Bank) ທີ່ຕົນເຂົ້າ
ຄຸ້ມຄອງ ຖ້າວ່າ ທ່ານຊະນະການເລືອກຕັ້ງໃນສັບປະດາໜ້ານີ້ ອັນເປັນການເຄື່ອນ
ໄຫວ ທີ່ອາດປ່ຽນແປງບັນຫາຂັດແຍ້ງ ລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌
ທີ່ມີມາຍາວນານຢ່າງໃຫຍ່.

ທ່ານເນຕັນຢາຮູ ໄດ້ກ່າວ ໃນການປາໄສທີ່ໄດ້ຖືກຖ່າຍທອດຜ່ານໂທລະພາບ ວ່າ
ທ່ານມີເຈດຕະນາ ທີ່ຈະ “ນຳໃຊ້ອະທິປະໄຕຂອງອິສຣາແອລ ຕໍ່ຮ່ອມພູຈໍແດນ ແລະ
ເຂດພາກເໜືອຂອງທະເລ ແດດຊີ້ (Dead Sea) ຊຶ່ງເປັນພື້ນທີ່ທີ່ສຳຄັນທາງດ້ານຍຸດ
ທະສາດ ຖ້າຫາກທ່ານເປັນຜູ້ຊະນະເລີດ ໃນວັນທີ 17 ກັນຍາ ນີ້.

ສ່ວນປະທານ ຄະນະກຳມະການ ຂອງອົງການປົດປ່ອຍຂອງປາແລັສໄຕນ໌ ຫຼື PLO
ທ່ານຮານັນ ອາຊຣາວີ ໄດ້ຂຽນທວີດ ວ່າ ການຢຶດເອົາເປັນຫົວເມືອງຂຶ້ນ ຈະທຳລາຍ
ໂອກາດໃດໆ ຂອງການບັນລຸຂໍ້ຕົກລົງສັນຕິພາບ ລະຫວ່າງ ອິສຣາແອລ ກັບ
ປາແລັສໄຕນ໌.

ທ່ານອາຊຣາວີ ຂຽນທວີດອີກວ່າ “ການເອົາໃຈຕໍ່ຖານສຽງ ທີ່ຈຳແນກເຊື້ອຊາດ ຫົວ
ຮຸນແຮງ ຂອງທ່ານເນຕັນຢາຮູ ນັ້ນ ໄດ້ເຜີຍແບແຜນການດ້ານການເມືອງອັນແທ້ຈິງ
ໃນການຂະຫຍາຍ ‘ອິສຣາແອລ ໃຫ້ຍິ່ງໃຫຍ່ຂຶ້ນກວ່າເກົ່າ’ ຕໍ່ປະວັດສາດທັງໝົດ ຂອງ
ປາແລັສໄຕນ໌ ແລະດຳເນີນແຜນການຂ້າລ້າງຊົນຊາດຊົນເຜົ່າ ຂອງຜູ້ກ່ຽວ. ການເດີມ
ພັນແມ່ນຍົກເລີກທັງໝົດ! ເປັນການຮຸກຮານທີ່ອັນຕະຫຼາຍ. ເປັນການຂັດແຍ້ງຕະ-
ຫຼອດການ.”

ການປະກາດໂດຍທ່ານເນຕັນຢາຮູ ທີ່ໄດ້ຖືກຄາດການໄວ້ລ່ວງໜ້າ ບໍ່ດົນກ່ອນທີ່ຈະມີ
ການປະກາດນັ້ນ ນາຍົກລັດຖະມົນຕີ ຂອງປາແລັສໄຕນ໌ ທ່ານໂມຮຳມັດ ເຊີໄຕເຢ
(Mohammad Shtayyeh) ໄດ້ກ່າວວ່າ ຜູ້ນຳຂອງອິສຣາແອລ ເປັນ “ຜູ້ທຳລາຍຫລັກ ຂອງຂະບວນການສັນຕິພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG