ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ລັດ​ອິ​ສ​ລາມ ​ດີ້ນ​ຮົນ ຮື້​ຟື້ນ​ເອົາ ການ​ໂຄ​ສະ​ນາ ທາງ​ສື່​ສັງ​ຄົມ ກັບ​ຄືນ​ມາ ຫ​ຼັງ​ຈາກ ​ຖືກ​ທຳ​ລາຍ ໂດຍ​​ປະ​ເທດຕາ​ເວັນ​ຕົກ


ຮູບເຄື່ອງ​ໝາຍ​ສາມ​ມິ​ຕິຂອງ Twitter ແລະ​ທຸງ​ລັດ​ອິ​ສ​ລາມ ຖ່າຍໃນ​ວັນ​ທີ 18 ກຸມ​ພາ, 2016. ພວກ​ຫົວ​ແຮງ​ຈັດ​ໃນ​ຕາ​ເວັນ​ຕົກ "ໃຊ້​ມະ​ຫາ​ວິ​ທະ​ຍາ​ໄລ, ໂບດ ແລະອົງ​ການ​ຂ່າວ, ພ້ອມ​ທັງ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ເປົ່າ​ສະ​ໝອງ​ຄົນ ​ໃຫ້​ມີ​ຫົວ​ແຮງ​ຈັດ,” ອີງຕາມ​ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ລັດ​ອິ​ສລາມ​
ຮູບເຄື່ອງ​ໝາຍ​ສາມ​ມິ​ຕິຂອງ Twitter ແລະ​ທຸງ​ລັດ​ອິ​ສ​ລາມ ຖ່າຍໃນ​ວັນ​ທີ 18 ກຸມ​ພາ, 2016. ພວກ​ຫົວ​ແຮງ​ຈັດ​ໃນ​ຕາ​ເວັນ​ຕົກ "ໃຊ້​ມະ​ຫາ​ວິ​ທະ​ຍາ​ໄລ, ໂບດ ແລະອົງ​ການ​ຂ່າວ, ພ້ອມ​ທັງ​ສື່​ສັງ​ຄົມ​ອອນ​ລາຍ ເພື່ອ​ເປົ່າ​ສະ​ໝອງ​ຄົນ ​ໃຫ້​ມີ​ຫົວ​ແຮງ​ຈັດ,” ອີງຕາມ​ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ລັດ​ອິ​ສລາມ​

ພວກ​ສື່ມວນ​ຊົນ​ທີ່​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ກຸ່ມ​ລັດ​ອິ​ສ​ລາມ ປາ​ກົດ​ວ່າ ​ໄດ້​ພາ​ກັນວົນ ວາຍ​ຢູ່ໃນ​ອິນ​ເຕີ​ເນັດ ​ມາ​ໄດ້​ນຶ່ງ​ສັບ​ປະ​ດາ​ແລ້ວ ຫຼັງ​ຈາກ​ທີ່ ​ບັນ​ຊີ​ສົ່ງ​ຂໍ້​ຄວາມ ຫຼາຍ​ສິບ​ພັນ​ບັນ​ຊີ​ຂອງ​ພວກ​ເຂົາ​ເຈົ້າ ​ທີ່​ໄດ້ນຳໃຊ້ເພື່ອ​ເຜີຍ​ແຜ່ຂ່າວ​ສານ​ອອກ​ໄປນັ້ນ ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ໃນ​ຢູ​ໂຣບ ແລະ​ພວກ​ເຂົາກໍຍັງ​ພະ​ຍາ​ຍາມ​ທີ່​ຈະ​ກອບ​ກູ້ເອົາ​ບັນ​ຊີທັງຫຼາຍເຫຼົ່າ​ນັ້ນ ​ຄືນມາ​.

ບໍ່​ຄືກັບ​ຄວາມ​ພະ​ຍາ​ຍາມ​ທີ່ໄດ້​ເຮັດ​ຜ່ານ​ມາ ເພື່ອກີດ​ກັນ​ຄວາ​ມ​ພະ​ຍາ​ຍາມ​ໃນ​ການ​ເຜີຍ​ແຜ່ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ດັ່ງ​ກ່າວ ຊຶ່ງ​ພຽງ​ແຕ່​ເຮັດ​ໃຫ້ເກີດ​ຄວາມ​ຫຍຸ້ງ​ຍາກ​ຊົ່ວ​ຄາວ​ເທົ່າ​ນັ້ນ ດັ່ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕໍ່​ຕ້ານ​ການກໍ່​ການ​ຮ້າຍ ແລະ​ບັນ​ດາ​ນັກ​ວິ​ເຄາະໄດ້​ກ່າວ​ ໃນ​ການເອົາ​ມາດ​ຕະ​ການ​ປິດ​ບັນ​ຊີຄັ້ງຫຼ້າ​ສຸດນັ້ນ ຊຶ່ງ ປາ​ກົດ​ວ່າ ສົ່ງ​ຜົນ​ກະ​ທົບ​ຢ່າງ​ຍືນ​ຍົງ.

“ໃນ​ຊ່ວງ​ເວ​ລານີ້ ຕາມ​ທີ່​ພວກ​ເຮົາ​ຮູ້​ຈັກ ​ມາ​ເຖິງ​ເວ​ລານີ້ ກຸ່ມ ລັດ​ອິ​ສ​ລາມ ຫຼື IS ບໍ່​ມີ​ໜ້າ​ຢູ່​ໃນ​ອິນ​ເຕີ​ເນັດ​ອີກ​ຕໍ່​ໄປ​ແລ້ວ” ນັ້ນ​ແມ່ນ​ຄຳ​ເວົ້​າ​ຂອງ​ທ່ານ​ແອ​ຣິກ ແວນ ເດີ ໄຊຕ໌ (Eric Van Der Sypt) ໂຄ​ສົກ​ປະ​ຈຳ​ສຳ​ນັກ​ງານ​ໄອ​ຍະ​ການ​ຂອງ​ແບ​ລຈ້ຽມ ທີ່​ໄດ້​ກ່າວ​ໄປ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫລງຂ່າວ ຢູ່​ທີ່ນະ​ຄອນເຮກ ​ຂອງ​ປະ​ເທດ​ເນ​ເທີ​ແລນ. ທ່ານ​ກ່າວ​ອີກວ່າ “ພວກ​ເຮົາ​ຈະ​ເບິ່ງວ່າ ພວກ​ເຂົາ ຈະ​ຟື້ນ​ຟູ​ການບໍ​ລິ​ການ​ຄືນ​ອີກ ໄດ້​ໄວ​ຊ່ຳ​ໃດ ຖ້າ​ຫາກ​ມັນ​ເປັນ​ໄປ​ໄດ້ຫຼືບໍ່.”

ມາ​ເຖິງ​ເວ​ລານີ້ ຜົນ​ຂອງ​ປະ​ຕິ​ບັດ​ການ​ໂດຍໜ່ວຍ​ງານ​ຕຳຫຼວດ​ສາ​ກົນ​ຂອງ​ຢູ​ໂຣບ ຫຼື Europol ແລະ ​ໜ່ວຍ​ງານສົ່ງ​ຂ່າວ​ຕໍ່​ໃນ​ອິນ​ເຕີ​ເນັດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ​ທີ່​ເຮັດ​ວຽກ​ຮ່ວມ​ກັບ ບັນ​ດາ​ບໍ​ລິ​ສັດ​ໃຫ້​ການ​ບໍ​ລິ​ການ​ດ້ານ​ອິນ​ເຕີ​ເນັດ ເຊັ່ນ​ວ່າ ບໍ​ລິ​ສັດ ​ເທ​ເລ​ແກ​ຣມ ທວີດ​ເຕີ້ ກູ​ໂກ​ລ ແລະ ອິ​ນ​ສ​ຕາ​ແກ​ຣມ (Telegram Twitter Google Instagram) ຊຶ່ງ​ປາ​ກົດ​ວ່າ ການ​ຮ່ວມ​ມື​ດັ່ງ​ກ່າວນັ້ນ ​ໄດ້​ຮັບ ​ຜົນ​ທີ່​ດີຫຼາຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ເປັນ​ພຽງ​ການ​ປາບ​ປາມ​ໃນບໍ​ລິ​ສັດ ເທ​ເລ​ແກ​ຣມ ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ຕາງ​ໜ້າ​ກຸ່ມ​ລັດ​ອິ​ສ​ລາມ ແລະ​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ກຸ່ມນີ້ ມັກ​ນຳ​ໃຊ້​ມາ​ດົນ​ນານ ທີ່ເຫັນ​ວ່າ​ມີ​ປະ​ສິດ​ທິ​ພາບ​ເປັນ​ພິ​ເສດ.

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ ໃນດ້ານ​ການ​ຕໍ່​ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ສະ​ຫະ​ລັດ ທ່ານ​ນຶ່ງ ​ໄດ້ກ່າວຕໍ່​ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ໃນ​ເດືອນ​ພະ​ຈິກ ​ວ່າ “​ບໍ​ລິ​ສັດ​ເທ​ເລ​ແກ​ຣມ ໄດ້​ລຶບ​ພວກ​ໂປຣ​ແກ​ຣມ​ ແລະຊ່ອງທາງຕ່າງໆ ກວ່າ 43,000 ອັນ ທີ່​ພົວ​ພັນ​ກັບ​ພວກກໍ່​ການ​ຮ້າຍນັ້ນ ອອກ ອັນ​ເປັນ​ຈຳ​ນວນຫຼາຍ​ທີ່​ສຸດໃນ​ແຕ່​ລະ​ເດືອນ ​ນັບ​ຕັ້ງ​ແຕ່​ບໍ​ລິ​ສັດ​ເທ​ເລ​ແກ​ຣມ ໄດ້​ເລີ້ມ​ໃຫ້​ການ​ບໍ​ລິ​ການ​ດ້ານ​ຂໍ້​ມູນ​ແບບນັ້ນ ​ໃນ​ເດືອນ​ກັນ​ຍາ ປີ 2016 ເປັນ​ຕົ້ນ​ມາ.”

ນອກ​ຈາກນັ້ນ​ແລ້ວ ​ເຈົ້າ​ໜ້າ​ທີ່​ທ່ານນີ້ ໄດ້​ກ່າວ​ອີກວ່າ ການ​ພະ​ຍາຍ​າມ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ທີ່​ຈະ​ຈັດ​ຕັ້ງ​ ຫຼື ສ້າງ​ຕັ້ງບັນ​ຊີໃໝ່​ຕ່າງໆຂອງ​ຕົນຂຶ້ນນັ້ນ ກໍ​ບໍ່​ໄດ້​ຮັບ​ຜົນ​ດີ​ເລີຍ.

ເຈົ້າ​ໜ້າ​ທີ່​ທ່ານນີ້ ເວົ້າ​ວ່າ “ບໍ​ລິ​ສັດ​ເທ​ເລແກ​ຣມ ໄດ້ຜັນຂະ​ຫຍາຍ ແລະສ້າງ ຄວາມ​ເຂັມ​ແຂງ ໃນ​ການກວດ​ຫາ​ເນື້ອ​ຫາທີ່​ກ່ຽວຂ້ອງ​ການກໍ່​ການ​ຮ້າຍ​ຂອງ​ຕົນ​ໃນຊ່ອງ​ທາງ​ ແລະ​ກຸ່ມຕ່າງໆ ແລະ​ພະ​ຍາ​ຍາມ​ລຶບ​ມັນ​ອອກ ໃນ​ທັນ​ທີທີ່ມີ​ຜົນ​ສະ​ທ້ອນ​ຈາກ​ມາດ​ຕະ​ການ​ເມື່ອ​ມໍ່​ມານີ້​ໂດຍ​ຕຳ​ຫຼວດ​ຢູ​ໂຣບ ເພື່ອ​ສະ​ກັດ​ກັ້ນ ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ທາງ​ອິນ​ເຕີ​ເນັດ.”

ປາ​ກົດ​ວ່າ ກຸ່ມ​ລັດ​ອິ​ສ​ລາມ ກໍ​ບໍ່​ປ​ະ​ສົບ​ຜົນ​ສຳ​ເລັດ​ແຕ່​ຢ່າງ​ໃດ​ເລີຍ ໃນ​ການ​ຍົກ​ຍ້າຍ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ຊວນ​ເຊື່ອ ແລະ​ການ​ເຜີຍ​ແຜ່​ຂ່າວ​ສານ​ຂອງ​ຕົນ ​ໃນ​ສື່​ສັງ​ຄົມ​ອືື່ນໆ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG