ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ອິນ​ໂດ​ເນ​ເຊຍ ຈັບ​ກຸມ 74 ຄົນ ​ທີ່​ສົງ​ໄສວ່າ​ ​ເຊື່ອ​ມ​ໂຍງ​ ກັບ ກຸ່ມກໍ່​ການ​ຮ້າຍ ​ລັດ​ອິ​ສ​ລາມ


ເຈົ້​າ​ໜ້າ​ທີ່​ຕຳ​ຫລວດຢືນ​ຍາມ ​ຢູ່​ໃນ​ເຂດ​ທີ່ເກີດ​ເຫດລະ​ເບີດ ພາຍ​ຫລັງ​ທີ່​ໄດ້​ຈັບພວກຕ​້ອງ​ສົງ​ໄສວ່າມີ​ການ​ເຊື່ອ​ມ​ໂຍງ​ກັບກຸ່ມ ກໍ່​ການ​ຮ້າຍລັດ​ອິ​ສ​ລາມ ຢູ່ໃນ​ເມືອງເມ​ແດນ, ໃນ​ເກາະ​ສຸມາ​ຕ​ຣາ​ເໜືອ, ວັນ​ທີ 12 ມີ​ນາ, 2019
ເຈົ້​າ​ໜ້າ​ທີ່​ຕຳ​ຫລວດຢືນ​ຍາມ ​ຢູ່​ໃນ​ເຂດ​ທີ່ເກີດ​ເຫດລະ​ເບີດ ພາຍ​ຫລັງ​ທີ່​ໄດ້​ຈັບພວກຕ​້ອງ​ສົງ​ໄສວ່າມີ​ການ​ເຊື່ອ​ມ​ໂຍງ​ກັບກຸ່ມ ກໍ່​ການ​ຮ້າຍລັດ​ອິ​ສ​ລາມ ຢູ່ໃນ​ເມືອງເມ​ແດນ, ໃນ​ເກາະ​ສຸມາ​ຕ​ຣາ​ເໜືອ, ວັນ​ທີ 12 ມີ​ນາ, 2019

ພວກ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນ​ຫລວງ​ກາ​ຈາ​ຕາ​ເວົ້າ​ວ່າ ພວກ​ເພິ່ນ​ໄດ້​ຈັບ​ກຸມ 74 ຄົນ ​ທີ່​ສົງ​ໄສວ່າ​ທຳ​ການກໍ່​ການ​ຮ້າຍ ແລະ ເປັນ​ສະ​ມາ​ຊິກ​ຂອງກຸ່ມ​ຈາ​ມາ ອານ​ຊາ​ຣູດ ດາວ​ລາ (Jamaah Ansarud Daulah) ຫລື JAD ທີ່​ມີ​ສາຍ​ພົວ​ພັນ​ກັບກຸ່ມກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ຢູ່​ໃນ​ການ​ປະ​ຕິ​ບັດ​ງານ​ຕ້ານ​ການກໍ່​ການ​ຮ້າຍ​ ຢູ່​ທົ່ວ​ອິນ​ໂດ​ເນ​ເຊຍ ໃນ​ອາ​ທິດ​ຜ່ານ​ມາ.

ພວກ​ທີ່​ຕ້ອງ​ສົງ​ໄສ​ໄດ້​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ​ຕ້ານ​ການກໍ່​ການ​ຮ້າຍ​ຢູ່​ໃນ 10 ແຂວງ ພາຍ​ຫລັງ​ທີ່​ມີ​ການ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ໃສ່​ສະ​ຖາ​ນີ​ຕຳ​ຫລວດ​ໃນ​ເມືອງເມ​ແດນ (Medan), ໃນ​ເກາະ​ສຸມາ​ຕ​ຣາ​ເໜືອ, ອີງ​ຕາມຄຳ​ເວົ້າ​ຂອງຜູ້​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດ, ທ່ານ​ອິດ​ແຮມ ອາ​ຊິ​ສ (Idham Azis). ສ່ວນ​ໃຫຍ່​ຂອງການ​ຈັບ​ກຸມນັ້ນ, 30 ຄັ້ງ ແມ່ນ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເກາະສຸ​ມາ​ຕ​ຣາ​ເໜືອ.

“ນອກ​ຈາກ​ການ​ເປີດ​ເຜີຍ​ຊື່​ຂອງ​ພວກວາງ​ລະ​ເບີດ​ສະ​ຫລະ​ຊີບ​ແລ້ວ ກອງ​ບັນ​ຊາ​ການ​ຕຳ​ຫລວດ​ແຫ່ງ​ຊາດຂອງ​ອິນ​ໂດ​ເນ​ເຊຍຍັງ​ໄດ້​ຈັ​ບ​ກຸມ 74 ຄົນ ທີ່​ມີ​ການ​ເຊື່ອມ​ໂຍງ​ກັບ​ເຄືອ​ຂ່າຍກໍ່​ການ​ຮ້າຍຢູ່​ໃນ 10 ບ່ອນ​ໃນ​ຂົງ​ເຂດ ພາຍ​ໃນ 8 ມື້ ຫລັງ​ຈາກ​ເກີດ​ເຫດການນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ອາ​ຊີ​ສ (Azis) ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ວັນ​ພຸດ​ຜ່ານ​ມາ​ຢູ່​ໃນ​ກງ​ປະ​ຊຸມ​ຂອງ​ກຳ​ມາ​ທິ​ການ​ຄັ້ງ​ທີ III ຂອງ​ສະ​ພາ​ຕ່ຳຂອງ​ສາ​ທາ​ລະ​ນະ​ລັດ​ອິນ​ໂດ​ເນ​ເຊຍ.

ການ​ໂຈມ​ຕີສຳ​ນັກ​ງານ​ໃຫຍ່​ຂອງ​ຕຳ​ຫລວດຢູ່​ໃນເມືອງ​ເມ​ແດນ (Medan) ໃນ ​ອ​າ​ທິດ​ແລ້ວນີ້ ຖືກລາຍ​ງານວ່າ ມີ​ຄົນ​ໄດ້​ຮັບ​ບ​າດ​ເຈັບ 6 ຄົນ ແລະ​ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ຜູ້​ວາງ​ລະ​ເບີດ. ຕຳ​ຫລວດ​ຂອງ​ອິນ​ໂດ​ເນ​ເຊຍ ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ຕົວ​ຕົນ​ຂອງ​ຜູ້​ວາງ​ລະ​ເບີດ​ໃນ​ທັນ​ທີ​ທັນ​ໃດເທື່ອ, ແຕ່​ກໍ​ໄດ້​ເວົ້າ​ວ່າ ການ​ສືບ​ສວນ​ຂອງ​ຕົນໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ ຜູ້​ກ່ຽວ​ມີ​ການ​ເຊື່ອມ​ໂຍງ​ກັບ​ເຄືອ​ຂ່າຍ​ໃນ​ທ້ອງ​ຖິ່ນຂອງ​ກຸ່ມ ເຈເອດີ (JAD).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG