ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ກຽມຮັບມື ກັບການປະທ້ວງ ຕໍ່ຕ້ານຮູບເງົາ ໝິ່ນປະໝາດ ອິສລາມ (ວີດີໂອ)


ພວກປະທ້ວງໃນປາກິສຖານ ພາກັນຈູດຢາງລົດ ຢູ່ທາງຫຼວງສາຍນຶ່ງ ໃນນະຄອນ Rawalpindi (21 ກັນຍາ 2012)
ພວກປະທ້ວງໃນປາກິສຖານ ພາກັນຈູດຢາງລົດ ຢູ່ທາງຫຼວງສາຍນຶ່ງ ໃນນະຄອນ Rawalpindi (21 ກັນຍາ 2012)
ປາກິສຖານ ໄດ້ຢຸດໃຫ້ບໍລິການ ທາງໂທລະສັບມືຖືເປັນການ
ຊົ່ວຄາວຢູ່ຕາມເມືອງໃຫຍ່ໆ ຂະນະທີ່ປະເທດດັ່ງກ່າວກຽມຮັບ
ມືກັບການປະທ້ວງຂະໜາດໃຫຍ່ຕໍ່ຕ້ານຮູບເງົາໝິ່ນປະໝາດ
ພະສາດສະດາມູຮຳມັດ ທີ່ສ້າງຢູ່ໃນສະຫະລັດ.

ເຈົ້າໜ້າທີ່ ກ່າວວ່າ ການໃຫ້ບໍລິການ ໄດ້ຢຸດຊະງັກລົງຢູ່ໃນ
15 ຫົວເມືອງ ຮວມທັງນະຄອນຫຼວງອິສລາມາບັດແລະ
ນະຄອນລາຮໍ ໃນພາກຕາເວັນອອກຂອງປະເທດ.

ວັນສຸກມື້ນີ້ ໄດ້ຖືກກຳນົດໃຫ້ເປັນວັນພັກແຫ່ງຊາດແລະເປັນວັນ
ສະແດງຄວາມຮັກຕໍ່ພະສາດສະດາມູຮຳມັດ ໂດຍທີ່ຕຳຫຼວດໄດ້
ຮຽກຮ້ອງໃຫ້ພວກເດີນຂະບວນ ທຳການປະທ້ວງແບບສະຫງົບ.

ນາຍົກລັດຖະມົນຕີ Raja Pervez Ashraf ກ່າວໃນວັນສຸກມື້ນີ້ວ່າ ປາກິສຖານມີຄວາມ ຮັບຜິດຊອບຮ່ວມກັນ ໃນການປະທ້ວງແບບສະຫງົບ ໂດຍບໍ່ໃຫ້ ເປັນອັນຕະລາຍ ຫຼືສ້າງ ຄວາມເສຍຫາຍໃຫ້ແກ່ຊີວິດແລະຊັບສິນ.

ນອກນັ້ນ ທ່ານ Ashraf ຍັງກ່າວຕໍ່ກອງປະຊຸມພວກຜູ້ນຳສາສະໜາ ແລະພວກນັກການ ເມືອງທີ່ນະຄອນຫຼວງອິສລາມາບັດວ່າ ປາກິສຖານກຳລັງຮຽກຮ້ອງໃຫ້ອົງການສະຫະປະ ຊາຊາດແລະອົງການຈັດຕັ້ງນາໆຊາດອື່ນໆ ຊອກຫາຊ່ອງທາງໃຫ້ມີການອອກກົດໝາຍ ຫ້າມການສະແດງຄວາມຄິດຄວາມເຫັນ ທີ່ຄຽດຊັງທຳນອງນີ້ ທີ່ທຽບເທົ່າກັບກົດໝາຍຕໍ່ ຕ້ານຊາວຢິວ ຫຼືການບ້າສາສະໜາແບບອື່ນໆອີກ.

ໂທລະພາບ ARY ຂອງປາກິສຖານ ລາຍງານວ່າ ພະນັກງານຂອງຕົນຄົນນຶ່ງ ໄດ້ຖືກຂ້າ ຕາຍໃນວັນສຸກມື້ນີ້ ທີ່ເມືອງ Peshawar ໃນພາກຕາເວັນຕົກສຽງເໜືອຂອງປະເທດ ຫຼັງ ຈາກມີລາຍງານວ່າຕຳຫຼວດໄດ້ຍິງປືນເຂົ້າໃສ່ພວກປະທ້ວງທີ່ພາກັນຈູດເຜົາໂຮງຮູບເງົາ.

ນອກນັ້ນ ໃນວັນສຸກມື້ນີ້ ພວກປະທ້ວງກຸ່ມນ້ອຍໆຈຸນຶ່ງໄດ້ແກວ່ງເກີບໃສ່ໂປສເຕີ້ ປະນາມ ສະຫະລັດ ອັງກິດ ອິສຣາແອລແລະທ່ານ Salman Rushdie ຢູ່ຕໍ່ໜ້າສະພາແຂວງປັນ ຈາບ ທີ່ນະຄອນລາຮໍ.

ເປັນທີ່ຄາດກັນວ່າ ການປະທ້ວງ ຈະມີເພີ່ມຂຶ້ນ ຫຼັງຈາກພິທີສູດມົນ ໃນຕອນທ່ຽງຂອງມື້ນີ້. ສະຖານທູດຂອງບັນດາປະເທດຕາເວັນຕົກຍັງຢູ່ໃນສະພາບທີ່ກຽມພ້ອມລະດັບສູງໃນທົ່ວ ບັນດາປະເທດ ທີ່ນັບຖືສາສະໜາອິສລາມ.

XS
SM
MD
LG