ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ກ່າວວ່າ ໂຮງແຮມ ໃນນະຄອນຫຼວງກາບູລ ຖືກໂຈມຕີ ເຮັດໃຫ້ ມີພົນລະເມືອງຈີນ 5 ຄົນ ຖືກບາດເຈັບ


ຄວັນ​ໄດ້​ພຸ​້ງ​ຂຶ້ນ​ຈາກ​ບ່ອນ​ເກີດ​ເຫດ​ການ​ໂຈມ​ຕີໃນຍ່ານ​ການ​ຄ້າ ຊາ-ອີ ນໍ ໃນ​ນະ​ຄອນຫຼວງ​ກາ​ບູ​ລຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 12 ທັນ​ວາ, 2022.
ຄວັນ​ໄດ້​ພຸ​້ງ​ຂຶ້ນ​ຈາກ​ບ່ອນ​ເກີດ​ເຫດ​ການ​ໂຈມ​ຕີໃນຍ່ານ​ການ​ຄ້າ ຊາ-ອີ ນໍ ໃນ​ນະ​ຄອນຫຼວງ​ກາ​ບູ​ລຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 12 ທັນ​ວາ, 2022.

ຈີນໄດ້ຢືນຢັນ ໃນວັນອັງຄານວານນີ້ ວ່າ ພົນລະເມືອງຈີນຫ້າຄົນ ໄດ້ຮັບບາດ ເຈັບໃນການໂຈມຕີທີ່ຮ້າຍແຮງ ດ້ວຍລະເບີດແລະການຍິງປືນ ທີ່ແນເປົ້າໝາຍໃສ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງກາບູລຂອງອັຟການິສຖານ ໃນມື້ກ່ອນນັ້ນ.

ສ່ວນກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບຄວາມຮຸນແຮງໃນວັນຈັນຜ່ານມານີ້ ໂດຍກ່າວວ່າ ກຸ່ມເຄືອຂ່າຍໃນຂົງເຂດຂອງຕົນ ຄືກຸ່ມລັດອິສລາມ ໃນແຂວງໂຄຣາຊານ ຫຼື ISIS-K ໄດ້ປະຕິບັດການໂຈມຕີດັ່ງກ່າວ ແລະໄດ້ແນເປົ້າໝາຍໃສ່ພວກພົນລະເມືອງຊາວຈີນ ພ້ອມທັງພວກສະມາຊິກຂອງກຸ່ມຕາລີບານ ນຳດ້ວຍ.

ໂຄສົກກະຊວງການຕ່າງປະເທດຈີນ ຫວັງ ເວິນບິນ ໄດ້ກ່າວໃນກອງປະຊຸມຖະ ແຫລງຂ່າວຕາມປົກກະຕິ ທີ່ນະຄອນຫຼວງປັກກິ່ງ ວ່າ ລັດຖະບານຂອງທ່ານ ໄດ້ຮູ້ສຶກ “ຕື່ນຕົກໃຈຢ່າງເລິກເຊິ່ງ” ແລະໄດ້ກ່າວປະນາມການໂຈມຕີ ທີ່ຍ່ານເຂດການຄ້າໃນໃຈກາງເມືອງ ຊາຣ-ອີ ນໍ (Shar-e Naw) ຂອງນະຄອນ ຫຼວງອັຟການິສຖານ.

ທ່ານຫວັງ ໄດ້ເວົ້າວ່າ “ຕາມທີ່ພວກເຮົາຮູ້ຈັກ ພົນລະເມືອງຈີນ ຫ້າຄົນ ໄດ້ຮັບບາດເຈັບ ໃນການໂຈມຕີກໍ່ການຮ້າຍ ແລະທະຫານອັຟການິສຖານ ພ້ອມທັງຕຳຫຼວດ ຈຳນວນນຶ່ງ ຍັງໄດ້ຖືກຂ້າຕາຍ.”

ທ່ານກ່າວຕື່ມວ່າ “ຈີນຮຽກຮ້ອງຕໍ່ຝ່າຍອັຟການິສຖານ ຈະບໍ່ລົດລະຄວາມພະຍາ ຍາມໃນການຊອກຫາ ແລະຊ່ອຍກອບກູ້ຊີວິດຊາວຈີນ ແລະໃນເວລາດຽວກັນ ເປີດການສືບສວນສອບສວນຢ່າງຮອບດ້ານ, ລົງໂທດພວກໂຈມຕີຢ່າງໜັກ ແລະເພີ້ມທະວີການປົກປ້ອງພົນລະເມືອງຊາວຈີນດ້ວຍຄວາມຈິງໃຈ ແລະອົງການຈັດຕັ້ງຕ່າງໆ ໃນອັຟການິສຖານ.”

ທ່ານຫວັງ ໄດ້ໃຫ້ຄຳແນະນຳ ສຳລັບພົນລະເມືອງຊາວຈີນ ອີກເທື່ອນຶ່ງວ່າ ໃຫ້ອອກຈາກປະເທດໃນເຂດເອເຊຍໃຕ້ ໄວທີ່ສຸດເທົ່າທີ່ເປັນໄປໄດ້.

ໂຄສົກລັດຖະບານຕາລີບານ ຊາບີຮູລາ ມູຈາຮີດ ໄດ້ກ່າວໃນວັນຈັນນີ້ ວ່າ ມືປືນສາມຄົນ ໄດ້ບຸກເຂົ້າໄປໃນໂຮງແຮມຫຼາຍຊັ້ນ ໃນຕອນບ່າຍ ກ່ອນທີ່ຈະຖືກກຳລັງຮັກສາຄວາມປອດໄພ ເຂົ້າສະກັດກັ້ນຢ່າງວ່ອງໄວ ແລະ ໄດ້ສັງຫານພວກເຂົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG