ການໂຈມຕີດ້ວຍລະເບີດ ແລະປືນໃສ່ໂຮງແຮມແຫ່ງນຶ່ງໃນນະຄອນຫລວງກາ ບູລ ຂອງອັຟການິສຖານ ໃນວັນຈັນວານນີ້ ໄດ້ສັງຫານຜູ້ໂຈມຕີຢ່າງໜ້ອຍ 3 ຄົນ ແລະບາດເຈັບອີກ 21 ຄົນ, ໃນນັ້ນມີຊາວຕ່າງປະເທດ 2 ຄົນ.
ໂຮງແຮມທີ່ມີຊັ້ນຫຼາຍໃນຍ່ານການຄ້າ ຢູ່ໃຈກາງເມືອງຊາ-ອີ ນໍ (Shar-e Naw) ຂອງນະຄອນຫຼວງຂອງອັຟການິສຖານ ຊຶ່ງເປັນບ່ອນຢູ່ຂອງຄົນຕ່າງປະເທດ ຊຶ່ງໃນນັ້ນ ມີຊາວຈີນຫຼາຍຄົນ.
ໂຄສົກລັດຖະບານຕາລີບານ, ທ່ານຊາບີຮູລລາ ມູຈາຮິດ (Zabihullah Mujahid) ກ່າວວ່າ ມີມືປືນ 3 ຄົນບຸກເຂົ້າໄປໃນຕຶກດັ່ງກ່າວໃນຕອນບ່າຍ ກ່ອນທີ່ຈະຖືກໄລ່ຕາມຢ່າງວ່ອງໄວ ແລະຖືກຂ້າຕາຍໂດຍກຳລັງຮັກສາຄວາມປອດໄພ. ທ່ານກ່າວວ່າ ບໍ່ມີຊາວຕ່າງປະເທດຄົນໃດເສຍຊີວິດ.
ທ່ານມູຈາຮິດກ່າວຕື່ມວ່າ "ແຕ່ຢ່າງໃດກໍ່ຕາມ, ແຂກຕ່າງປະເທດສອງຄົນໄດ້ ຮັບບາດເຈັບເມື່ອພວກເຂົາເຈົ້າໂດດອອກຈາກປ່ອງຢ້ຽມເພື່ອເອົາຊີວິດລອດ." ທ່ານບໍ່ໄດ້ອະທິບາຍລະອຽດເພີ້ມເຕີມແຕ່ຢ່າງໃດ.
ອົງການມະນຸດສະທຳສາກົນແຫ່ງນຶ່ງທີ່ເອີ້ນວ່າ ສຸກເສີນ ຫລື EMERGENCY ໄດ້ລາຍງານວ່າ ມີຜູ້ເສຍຊີວິດທີ່ເພີ່ມຂຶ້ນ ໂດຍກ່າວວ່າ ການໂຈມຕີໄດ້ເກີດຂຶ້ນປະ ມານ 1 ກິໂລແມັດ ຫ່າງຈາກໂຮງໝໍໃນເຂດດັ່ງກ່າວ.
"ມາຮອດເວລານີ້, ພວກເຮົາໄດ້ຮັບຜູ້ບາດເຈັບ 21 ຄົນ - 3 ຄົນໄດ້ເສຍຊີວິດ ແລ້ວ ໃນເວລາມາຮອດໜີ້," ນັ້ນຄືຂໍ້ຄວາມທີ່ຂຽນລົງໃນທວີດເຕີ ໂດຍອົງການ ການກຸສົນທີ່ຕັ້ງຢູ່ໃນອີຕາລີ, ໂດຍບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງໃດ.