ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະສືບສວນ ສປຊ ກ່າວວ່າ ກຸ່ມລັດອິສລາມ ກຳລັງກໍ່ ອາຊະຍາກຳສົງຄາມ ໃນຊີເຣຍ


UN Report Accuses Islamic State of 'Massive Scale' War Crimes
please wait

No media source currently available

0:00 0:02:56 0:00

ຄະນະ​ສືບສວນ ສະຫະ​ປະຊາ​ຊາດ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
ລັດ​ອິສລາມ ກຳລັງ​ກໍ່ອາຊະຍາ​ກໍາ​ ສົງຄາມ ​ແລະ​ກໍ່ໂທດກຳ​ຕ້ານ​
ມະນຸດຊາດ ໃນຂອບເຂດ ທີ່ກວ້າງຂວາງ ຢູ່​ໃນ​ເຂດຕ່າງໆ ທີ່​
ກຸ່ມ​ດັ່ງກ່າວຄວບຄຸມ​ຢູ່ໃນ​ຊີ​ເຣຍ.

ຢູ່​ໃນ​ລາຍ​ງານທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນສຸກ​ວານນີ້ ຄະນະ​ສືບ
ສວນສະຫະ​ປະຊາ​ຊາດ ໄດ້ເພັ່ງເລັງ​ໃສ່ ການ​ປະພຶດ​ຂອງກຸ່ມ
ລັດ​ອິສລາມ​ໃນຊີ​ເຣຍ ທີ່​ພົ​ບ​ເຫັນ​ວ່າ ພວກ​ນັກ​ລົບຂອງກຸ່ມດັ່ງ
ກ່າວ ມີຄວາມຜິດໃນການ​ສັງຫານ​ໝູ່່່ ການຕັດ​ຫົວ ການທໍລະ
ມານ ການໃຊ້ຜູ້ຍິງເປັນຂ້າ​ທາດ​ທາງ​ເພດ ແລະ​ບັງຄັບ​ໃຫ້ຖືພາ.
ຄະ ນະ​ສືບສວນ ກ່າວ​ວ່າ ກຸ່ມດັ່ງກ່າວ​ຍັງ​ສົ່ງພວກ​ນັກ​ລົບ​ເຂົ້າ​ໄປ​ໃກ້​ເຂດຕ່າງໆທີ່ມີ ​ພົນລະ​ເຮືອນອາໄສຢູ່ ຮວມ​ທັງ​ບ້ານ​ເຮືອນ ​ແລະ​ໄຮ່ນາຮົ້ວສວນ.

ບັນດາ​ນັກຊ່ຽວຊານ ສະຫະ​ປະຊາຊາດ ກ່າວ​ວ່າ ພວກ​ເດັກ​ນ້ອຍແມ່ນ​ຮວ​ມຢູ່​ໃນ ບັນດາ​ຜູ້​ເຄາະ​ຮ້າຍ.

ອ້າງ​ອີງ​ຕາມ​ລາຍ​ງານແລ້ວ ບັນດາ​ຜູ້​ບັນຊາ​ການຂອງກຸ່ມລັດ​ອິສລາມ ​ໄດ້ “ປະ ພຶດ​ດ້ວຍ
​ຄວາມ​ພໍ​ໃຈ” ​ໃນ​ການ​ກໍ່​ອາ​ຊະຍະ​ກຳ​ສົງ​ຄາມ ​ແລະ​ກໍ່ໂທດກຳຕ້ານ​ມະ​ນຸດ​ຊາດ ​ໂດຍ​ໃຫ້​ຂໍ້
​ສັງ​ເກ​ດວ່າ ພວກເຂົາ “​ແຕ່ລະຄົນເປັນຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ.”

ຄະນະ​ສືບສວນສະຫະ​ປະຊາ​ຊາດ ​ໄດ້ຮຽກຮ້ອງໃຫ້ນຳເອົາໂຕຜູ້​ກະທຳ​ຄວາມ​ຜິດເຫຼົ່ານີ້
ມາດຳເນີນຄະດີຢູ່ສານອາຍານາໆຊາດ.

ລາຍ​ງານນີ້ແມ່ນອ້າງ​ອີງ​ຕາມການ​ສຳພາດ ກັບຫລາຍ​ກວ່າ 300 ຄົນ ຊຶ່ງ​ເປັນ​ຜູ້​ທີ່​ໄດ້​ຫລົບ
​ໜີຫລືຍັງອາໄສ​ຢູ່​ໃນ​ເຂດທີ່ກຸ່ມລັດ​ອິສລາມຄວບຄຸມ ທາງ​ພາກ​ຕາ​ເວັນ​ອອກ​ສຽງເໜືອຂອງ
ຊີ​ເຣຍ. ​

XS
SM
MD
LG