ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ ລັດອິສລາມ ອ້າງວ່າ ໄດ້ຕັດຫົວ ໂຕປະກັນ ຊາວອັງກິດ


ພະນັກງານໃຫ້ຄວາມຊ່ອຍເຫຼືອອັງກິດ ທ່ານ Alan Henning ອູ້ມເດັກນ້ອຍຄົນນຶ່ງ ທີ່ສູນອົບພະຍົບ ໃນເຂດຊາຍແດນເທີກີ ຕິດກັບຊີເຣຍ.
ພະນັກງານໃຫ້ຄວາມຊ່ອຍເຫຼືອອັງກິດ ທ່ານ Alan Henning ອູ້ມເດັກນ້ອຍຄົນນຶ່ງ ທີ່ສູນອົບພະຍົບ ໃນເຂດຊາຍແດນເທີກີ ຕິດກັບຊີເຣຍ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ຮ່ວມສົມ
ທົບກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາແລະນາ
ຍົກລັດຖະມົນຕີອັງກິດ ທ່ານເດວິດ ແຄເມີຣອນປະນາມການຕັດ
ຫົວໂຕປະກັນຊາວອັງກິດ ໂດຍກຸ່ມກໍ່ການຮ້າຍລັດອິສລາມ.

ຖະແຫຼງການສະບັບນຶ່ງຂອງສະພາຄວາມໝັ້ນຄົງທີ່ນຳອອກເຜີຍ
ແຜ່ໃນຕອນແລງຂອງມື້ວັນສຸກວານນີ້ກ່າວວ່າ ສະຫະປະຊາຊາດ
ຂໍປະນາມຢ່າງແຮງຕໍ່ການຄາດຕະກຳທີ່ໂຫດຮ້າຍແລະຂີ້ຂາດຕາ
ຂາວ ທ່ານ Alan Henning ອາສາສະໝັກໃຫ້ຄວາມຊ່ອຍເຫລືອ ທາງດ້ານມະນຸດສະທຳຂອງອັງກິດ. ສະພາຄວາມໝັ້ນຄົງເວົ້າວ່າ
ອາຊະຍາກຳນີ້ ແມ່ນສິ່ງເຕືອນຄວາມຈຳທີ່ໜ້າເສົ້າສະຫຼົດໃຈກ່ຽວ
ກັບໄພອັນຕະລາຍເພີ້ມຂຶ້ນ ທີ່ພວກອາສາສະໝັກໃຫ້ການຊ່ອຍເຫຼືອທາງດ້ານມະນຸດສະ ທຳປະເຊີນໜ້າຢູ່ໃນຊີເຣຍ ແລະສະແດງໃຫ້ເຫັນເຖິງຄວາມໂຫດຫ້ຽມ ຂອງພວກຫົວຮຸນ ແຮງລັດອິສລາມ.

ກຸ່ມລັດອິສລາມໄດ້ນຳວີດີໂອອອກເຜີີຍແຜ່ ໃນຕອນແລງຂອງວັນສຸກວານນີ້ ສະແດງໃຫ້ ເຫັນການຕັດຫົວດັ່ງກ່າວ. ວີດີໂອນີ້ໄດ້ນຳອອກເຜີຍແຜ່ໃນວິທີດຽວກັນ ກັບທີ່ໄດ້ສະແດງ ໃຫ້ເຫັນກ່ຽວກັບການຕັດຫົວຂອງໂຕປະກັນຊາວຕາເວັນຕົກ 3 ຄົນ.

ວີດີໂອໄດ້ສິ້ນສຸດລົງ ດ້ວຍການຂົ່ມຂູ່ ຂອງພວກຫົວຮຸນແຮງລັດອິສລາມ ຕໍ່ໂຕປະກັນອີກ ຄົນນຶ່ງ ທີ່ລະບຸໂຕ ເປັນຊາວອາເມຣິກັນ ຊື່ວ່າ Peter Kassig. ເຈົ້າໜ້າທີ່ສະຫະລັດ ໃຫ້ ການຢືນຢັນວ່າ ທ່ານ Kassig ຖືກຈັບແທ້ ໂດຍກຸ່ມກໍ່ການຮ້າຍດັ່ງກ່າວນີ້.

ທ່ານໂອບາມາໄດ້ປະນາມຢ່າງແຮງຕໍ່ອັນທີ່ທ່ານເອີ້ນວ່າການຄາດຕະກຳທີ່ໂຫດຮ້າຍແລະ ກ່າວວ່າ ສະຫະລັດພ້ອມດ້ວຍພັນທະມິດ ຈະສືບຕໍ່ດຳເນີນມາດຕະການ ເພື່ອສ້າງຄວາມ ເສຍຫາຍ ແລະທຳລາຍກຸ່ມລັດອິສລາມ ໃນທີ່ສຸດນັ້ນ.

ສ່ວນກະຊວງການຕ່າງປະເທດອັງກິດກ່າວວ່າ ຕົນກຳລັງດຳເນີນງານເພື່ອກວດພິສູດເບິ່ງ ເນື້ອໄນຂອງວີດີີໂອ. ນາຍົກລັດຖະມົນຕີອັງກິດ ທ່ານເດວິດ ແຄເມີຣອນ ໄດ້ສົ່ງຂໍ້ຄວາມ ຜ່ານທາງ tweeter ເວົ້າວ່າ ການຄາດຕະກຳ ທີ່ໂຫດຮ້າຍ ຕໍ່ທ່ານ Alan Henning ໂດຍ ກຸ່ມ ISIL ນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມປ່າເຖື່ອນໄຮ້ວັດທະນະທຳຂອງພວກກໍ່ການ ຮ້າຍເຫຼົ່ານີ້.

BEHEADING VO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG