ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫລາຍແສນຄົນ ທໍາການ ປະທ້ວງ ໃນອີສຣາແອນ


ປະຊາຊົນອີສຣາແອນຫລາຍແສນຄົນທໍາການປະທ້ວງຄ່າຄອງຊີບສູງ
ໃນໃຈກາງກຸງ Tel Aviv,
ວັນທີ 6 ສິງຫາ, 2011.
ປະຊາຊົນອີສຣາແອນຫລາຍແສນຄົນທໍາການປະທ້ວງຄ່າຄອງຊີບສູງ ໃນໃຈກາງກຸງ Tel Aviv, ວັນທີ 6 ສິງຫາ, 2011.


















ປະຊາຊົນ​ອີສຣາ​ແອນ​ຫລາຍ​ແສນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ຢູ່​ຕາມຖະໜົນ​ສາຍ​ຕ່າງໆ​ ໃນ​ກຸງ Tel Aviv ​ແລະ​ໃນ​ຫົວ​ເມືອງ​ອື່ນໆ​ອີກ​ຂອງ​ອີສຣາ​ແອນ​ໃນ​ຄືນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ຄ່າ​ຄອງ​ຊີບ​ສູງ​ໃນ​ປະ​ເທດ ​ແລະ​ເພື່ອ​ທວງ​ໃຫ້​ລັດຖະບານ​ທໍາ​ການ​ປະຕິ​ຮູບ​ຕ່າງໆ​ ທີ່​ມີ​ວັດຖຸປະສົງ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ເປັນ​ທໍາ​ທາງ​ດ້ານ​ສັງຄົມ.

ຕໍາຫລວດ​ແລະ​ສື່​ມວນ​ຊົນ​ອີສຣາ​ແອນ​ກະ​ປະມານ​ວ່າ ມີ​ຜູ້​ຄົນ​ໄປ​ຮ່ວມການ​ປະ​ທ້ວງ​ປະມານ 3 ​ແສນ​ຄົນ​ໃນ​ກຸງ Tel Aviv ​ແລະ​ຢ່າງ​ໜ້ອຍ 2 ໝື່ນ​ຄົນ​ໃນ​ນະຄອນ Jerusalem ​ແລະ​ອີກ​ຫລາຍ​ພັນ​ຄົນ​ໃນ​ປະຊາ​ຄົມ​ຕ່າງໆ​ໃນ​ທົ່ວ​ພາກ​ເໜືອ ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ອີສຣາ​ແອນ.

ມີ​ການ​ເຊື່ອ​ກັນ​ວ່າ ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ທີ່​ມີ​ການ​ປະສານ​ງານ​ກັນ​ນີ້ ​ເປັນ​ນຶ່ງ​ໃນ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງ​ອີສຣາແອນ.

ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ໃນ​ກາງ​ເດືອນ​ກໍລະ​ກົດຜ່ານ​ມາ ໂດຍ​ພວກນັກເຄື່ອນ​ໄຫວ​ທາງ​ດ້ານ​
ສັງຄົມທີ່​ພາກັນ​ຈັດ​ຕັ້ງ​ຄ້າຍ​ຜ້າ​ໃບ​ຂຶ້ນ​ບົນ​ຖະໜົນ​ສາຍ​ນຶ່ງໃນ​ຄຸ້ມຄົນສັງຄົມ​ຊັ້ນ​ສູງ​ແລະ​ຮັ່ງມີ​ໃນ​
ກຸງ Tel Aviv ​ເພື່ອເນ້ນໃຫ້​ເຫັນ​ຄ່າ​ບ້ານ​ເຮືອນ​ແລະ​ທີ່​ດິນ​ທີ່​ແພງ​ ​ແລະ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​
ການ​ສ້າງບ່ອນ​ພັກ​ອາ​ໄສ​ໃນ​ລາຄາ​ທີ່​ຍ່ອມ​ເຍົາສາມາດ​ຈ່າຍ​ໄດ້.

ນັບ​ແຕ່​ນັ້ນ​ມາ ຂະ​ບວນການ​ດັ່ງກ່າວ​ໄດ້​ແຜ່​ລາມ​ອອກ​ໄປ​ຍັງ​ທົ່ວ​ປະ​ເທດ ​ໂດຍ​ດຶງ​ດູດ​ເອົາ​ພໍ່​
ແມ່ ທ່ານໝໍ ພວກ​ນາຍຄູ​ແລະ​ພວກ​ວິຊາ​ຊີບ​ອື່ນໆ​ ທີ່​ພາກັນ​ມີ​ຄວາມ​ໂມ​ໂຫ​ໂທ​ໂສ​ນໍາ​ເງີ​ນ
ເດືອນ​ຕໍ່າ ຄ່າ​ພາສີ​ສູງ​ແລະລາຄາ​ເຂົ້າປາ​ອາຫານ​ແລະ​ນໍ້າມັນທີ່​ແພງ​ຂຶ້ນ​ນັບ​ມື້​ນັ້ນ.

ພວກ​ຜູ້​ນໍາໃນ​ການ​ປະ​ທ້ວງ​ກ່າວ​ວ່າ ພວກ​ປະ​ທ້ວງ​ຢາກ​ໃຫ້​ລັດຖະບານທໍາ​ການ​ປະຕິ​ຮູບ​ລະ
ບົບ​ການ​ເສດຖະກິດ​ຂອງ​ອີສຣາ​ແອນ​ໃນ​ແນວທາງທ່ີ​ຜ່ອນຄາຍ​ຄ່າ​ຄອງ​ຊີ​ບລົງ​ແລະ​ລົດ​ຜ່ອນ
ຄວາມ​ແຕກ​ໂຕນ​ກັນ​ໃນ​ດ້ານລາຍ​ໄດ້​ລະຫວ່າງ​ພວກ​ຄົນ​ຮັ່ງ​ແລະ​ຄົນ​ທຸກ​ນັ້ນ.

ລັດຖະບານ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​
ຕອບ​ສະໜອງ​ຕໍ່​ພວກ​ປະ​ທ້ວງ ​ໂດຍ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ​ ທີ່​ຍົກ​ເລີກ​ຂໍ້​ຫ້າມ​ຕໍ່
ການກໍ່ສ້າງບ້ານ​ເຮືອນ​ໃສ່​ທີ່​ດິນ​ບາງ​ຕອນ ​ແລະ​ສະ​ເໜີລົດ​ຄ່າ​ພາສີ​ໃຫ້. ພວກ​ຜູ້​ນໍາ​ໃນ​ການ
ປະ​ທ້ວງ​ປະຕິ​ເສດ​ຕໍ່​ບາດກ້າວ​ເຫລົ່າ​ນີ້​ວ່າ ບໍ່​ພຽງພໍ.

ນອກ​ນັ້ນ​ທ່ານ​ເນ​ທັນ​ຢາ​ຮູ​ຍັງ​ໃຫ້​ຄໍາ​ປະຕິຍານ​ ທີ່​ຈະຫລີກ​ລ້ຽງ​ໃນ​ອັນ​ທີ່ທ່ານ​ເອີ້ນ​ວ່າ ການ
ເອົາ​ມາດ​ຕະການ​ຢ່າງ​ຟ້າວ​ຟັ່ງ​ແລະ​ຂາດ​ຄວາມ​ຮັບຜິດຊອບ​ ທີ່​ອາດສາມາດ​ແກ່ດຶງ​ເສດຖະ
ກິດທີ່​ກໍາລັງ​ເຕີບ​ໂຕຂອງອີສຣາ​ແອນ​ ເຂົ້າໄປ​ສູ່ວິ​ກິດ​ການ​ໜີ້​ສິນແບບ​ຂອງ​ຢູ​ໂຣບ ​ໄດ້ນັ້ນ.

XS
SM
MD
LG