ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ປະກາດວ່າ ທ່ານ Olmert ມີຄວາມຜິດ ໃນສະຖານເບົາ


ພາບບັນທຶກ ໃນວັນທີ່ 17 ເດືອນມີນາ 17, 2009 ເວລານີ້ ທ່ານ Ehud Olmert ເປັນນາຍົກລັດຖະມົນຕີ ອິສຣາແອລ ກໍາລັງຖະການ ຕໍ່ບັນດານັກຂ່າວ.
ພາບບັນທຶກ ໃນວັນທີ່ 17 ເດືອນມີນາ 17, 2009 ເວລານີ້ ທ່ານ Ehud Olmert ເປັນນາຍົກລັດຖະມົນຕີ ອິສຣາແອລ ກໍາລັງຖະການ ຕໍ່ບັນດານັກຂ່າວ.

ສານ​ແຫ່ງ​ນຶ່ງ​ຂອງອິສຣາ​ແອ​ລ ​ໄດ້ປະກາດ​ວ່າ ອະດີດ​ນາຍົກລັດຖະມົນ​ຕີ Ehud Olmert ​
ບໍ່​ມີ​ຄວາມ​ຜິດໃນ​ສອງຂໍ້ກ່າວ​ຫາ​ສໍ້​ລາດ​ບັງ​ຫລວງທີ່​ສໍາຄັນ 2 ກະທົງ ຂະນະ​ທີ່ຕັດສິນລົງ​ໂທດ
ທ່ານ​ໃນ​ຄວາມ​ຜິດ​ສະຖານ​ເບົາ​ກວ່າ.

ສານ​ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ທ່ານ Olmert ​ໄດ້​ມີ​ຄວາມ​ຜິດ​ໃນຖານ​ລ່ວງ ລະ​ເມີດ​ຄວາມ
ໄວ້​ເນື້ອ​ເຊື່ອໃຈ ດ້ວຍ​ການໃຫ້ການຊ່ວຍ​ເຫຼືອ​ໝູ່​ຂອງ​ທ່ານ ​ໃນ​ຂະນະ​ທີ່​ຮັບ​ໄຊ້ເປັນລັດຖະ​ມົນ
ຕີ​ການ​ຄ້າ​ແລກ ​ແລະ​ອຸດສາຫະກໍາອຂອງ​ອິສຣາ ​ແອ​ລ.

ນອກ​ນັ້ນທ່ານ​ຍັງ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ ຮັບ​ເງິນ​ຄ່າແບບ​ຜິດ​ກົດໝາຍ ຈາກນັກ
ທຸ​ຣະກິດອາ​ເມຣິກັນ ​ແລະສົ່ງ​ໃບ​ບິ​ລ​ໄປ​ເກັບ​ເງິນ​ສອງ​ເທົ້າ​ນຳກຸ່ມ​ຊາວ ຢິວ ໃນ​ການ​ເດີນທາງ
​ອອກ​ໄປ​ຕ່າງປະ​ເທດ.

ທ່ານ Olmert ​ໄດ້​ປະຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ແຕ່​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງນາຍົກ
ລັດຖະມົນຕີ ຫຼັງຈາກ​ຖືກ​ຟ້ອງ​ຮ້ອງ​ໃນ​ປີ 2008.

ທ່ານ Olmert ​ຍັງ​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຄະດີ ກ່ຽວ​ກັບ​ການ​ສໍ້​ໂກງ​ທີ່​ນອງ​ນັນ​ໃນ​ຂະນະ​
ທີ່​ທ່ານ​ເປັນ​ເຈົ້າ​ຄອງ​ນະຄອນເຈຣູຊາ​ແລັມ.

XS
SM
MD
LG