ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ພາຍຸໄອຊິກ ທີ່ມີລົມແຮງເພີ່ມຂຶ້ນ ມຸ່ງໜ້າສູ່ແຄມຝັ່ງ ສະຫະລັດ (ວີດີໂອ)


ນັກພະຍາກອນອາກາດຂັ້ນສຸງ ທ້່ານ Stacy Stewart ກໍາລັງຕິດຕາມນໍາ ຮອງຮອຍຂອງ ພາຍຸ ໄອຊິກ ທີ່ສຸນກາງ ເຮິລິເຄນແຫ່ງຊາດ ທີເມືອງ Miami ລັດ Florida.
ບັນດາ​ນັກ​ພະຍາກອນ​ອາກາດສະຫະລັດກ່າວ​ວ່າ ພາ​ຍຸ​ເຂດ​ຮ້ອນ​ໄອ​ຊິກ ກໍາ​ລັງ​ຈະຫັນ​ປ່ຽນມາ​ເປັນລົມ​ພາຍຸ​ເຮີ​ຣິ​ເຄນ ​ໃນ​ຂະນະ​ທີ່​ພາຍຸ​ຫົວນີ້ເຄື່ອນ​ເຂົ້າ​ໄປ​ໃກ້ໆ ນະຄອນ​ New Orleans.

ຄາດ​ວ່າ ລົມ​ພາຍຸຫົວນີ້​ຈະ​ເພີ້​ມຄວາມ​ແຮງຂື້ນ​ມາ​ເປັນເຮີ​ຣິ​ເຄນ ​ໃນ​ວັນ​ອັງຄານ ​ມື້ນີ້ ແລະ​ຈະ​ສືບ​ຕໍ່ເພີ້​ມຄວາມ​ແຮງຂຶ້ນ ຈົນ​ກວ່າ​ພັດ​ເຂົ້າປະ​ທະ​ແຄມ​ຝັ່ງ​ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ ຫລືຕອນ​ເຊົ້າຂອງ​ວັນ​ພຸດ​ມື້ອື່ນ.

ປະຊາຊົນ​ທີ່​ອາ​ໄສ​ຢູ່ເລາະຕາມ​ແຄມອ່າວ​ພາກ​ເໜືອ ກໍາລັງ​ພາກັນຕຽມ​ຮັບມື​ກັບ​ລົມໄອ​ຊິກ ທີ່​ຈະ​ນໍາເອົາ​ສະພາບພາຍຸ​ຝົນ
ມາສູ່​ແຕ່​ລັດ​ລຸຍ​ຊິ​ອານາ ຫາ​ລັດ​ຟຣໍລິ​ດາ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານນີ້.

ປະທາ​ນາ​ທິບໍດີ Barack Obama ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ສຳ​ຫຼັບ​ລັດ​ລຸຍ​ຊິ​ອານາ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ຈາກ​ພາຍຸ​ເຮີ​ລິ​ເຄນກາ​ຕຣີນາ​ເ​ມື່ອ​ 7 ປີ​ກ່ອນນັ້ນ.
​ຜູ້​ປົກຄອງລັດ​ລຸຍ​ຊິ​ອານາ ທ່ານ Bobby Jindal ​ໄດ້​ຮຽກຮ້ອງ​ໃຫ້​ປະ​ຊາຊົນທີ່ ຢູ່​ໃນ​ເຂດ​ອັນ​ຕະລາຍ ​ຈົ່ງ​ພາກັນ​ອົບ​ພະຍົບອອກໜີ.

ປັດຈຸບັນ​ນີ້ລົມ​ພາຍຸ​ໄອ​ຊິກ ແມ່ນ​ມີຄວາມ​ແຮງ​ເຖິງ 110 ​ກິ​ໂລ​ແມດ ຕໍ່​ຊົ່ວ​ໂມງ ​ແລະພວກ​ນັກ​ພະ​ຍາກ​ອນອາກາດກ່າວ​ວ່າ ມັນ​ອາດ​ຈະ​ເຮັດ​ໃຫ້​ມີ​ຝົນ​ຕົກ​ໜັກ​ເຖິງ 30 ຊັງ​ຕິ​ແມດ ຢູ່​ຕາ​ມ​ເຂດຊາຍ​ຝັ່ງ ​ແລ​ະຫຼາຍ​ເຖິງ 50 ຊັງ​ຕີ​ແມດ ຢູ່​ຕາມ​ບ່ອນ​ສອກ​ຫລີກຫ່າງ​ໄກ.

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG