ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ປອດ​ໄພຫຼືບໍ່, ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ຖອຍ​ຈາກ​ສົງ​ຄາ​ມ ການ​ຄ້າກັບ ຈີນ


ການ​ເກັບ​ພາ​ສີ ສິນ​ຄ້າ ຈີນ ໂດຍ ສະ​ຫະ​ລັດ ໄດ້​ກະ​ຕຸ້ນ​ໃຫ້​ບໍ​ລິ​ສັດ​ຕ່າງໆ ພະ​ຍາ​ຍາມ​ໃສ່​ປ້າຍ​ທີ່​ຂຽນ​ວ່າ "ຜະ​ລິດ​ໃນ ຫວຽນາມ" ເພື່ອຫຼີກ​ລ່ຽງ​ພາ​ສີ. (VOA)
ການ​ເກັບ​ພາ​ສີ ສິນ​ຄ້າ ຈີນ ໂດຍ ສະ​ຫະ​ລັດ ໄດ້​ກະ​ຕຸ້ນ​ໃຫ້​ບໍ​ລິ​ສັດ​ຕ່າງໆ ພະ​ຍາ​ຍາມ​ໃສ່​ປ້າຍ​ທີ່​ຂຽນ​ວ່າ "ຜະ​ລິດ​ໃນ ຫວຽນາມ" ເພື່ອຫຼີກ​ລ່ຽງ​ພາ​ສີ. (VOA)

ຈີນ ແລະ ສະ​ຫະ​ລັດ ຫາ​ກໍ່​ໄດ້​ດຳ​ເນີນ​ການ​ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ​ໃນ​ເດືອນ​ນີ້ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ມີການ​ສະ​ຫງົບ​ເສິກ​ຊົ່ວ​ຄາວ ໃນ​ສົງ​ຄາມ​ການ​ຄ້າ​ດົນ​ສອງ​ປີ​ຂອງ​ເຂົາ​ເຈົ້າ. ຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ ຫວຽດ​ນາມ, ເຊິ່ງ​ແມ່ນນຶ່ງ​ໃນ​ປະ​ເທດ​ທີ່​ສຳ​ຄັນ​ທັງ​ຫຼາຍ​ທີ່ຕົກ​ຢູ່​ໃນ​ລະ​ຫວ່າງ​ກາງ​ຂອງ​ຄວາມ​ຂັດ​ແຍ້ງ​ນັ້ນ, ໄດ້​ກ່າວ​ວ່າ ການ​ສະ​ຫງົບ​ເສິກ​ນັ້ນ​ແມ່ນ​ຂ່າວ​ດີ ຫຼື ຂ່າວ​ຮ້າຍ?

ຫຼາຍ​ຄົນ​ໃນ​ທົ່ວ​ໂລກ​ໄດ້​ມີ​ຄວາມ​ຫວັງ ​ສຳ​ລັບ​ການ​ສິ້ນ​ສຸດ​ສົງ​ຄາມ​ການ​ຄ້າ​ຢ່າງ​ຖາ​ວອນ ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ, ເຊິ່ງ​ໄດ້ຫຼຸດ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2019 ເຖິງ 3 ເປີ​ເຊັນ, ແທນ​ທີ່​ຈະ​ແມ່ນ 3.8 ເປີ​ເຊັນ, ອີງ​ຕາມ​ອົງ​ການກອງ​ທຶນ​ສາ​ກົນ. ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ວ່າ​ນັ້ນ​ແມ່ນ​ລວມ​ມີ​ຊາວ ຫວຽດ​ນາມ. ແນວ​ໃດ​ກໍ​ຕາມ ມັນ​ຫຍັງ​ມີ​ເຫດ​ຜົນ​ບາງ​ຢ່າງ​ທີ່​ສົງ​ຄາມ​ການ​ຄ້າ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ອາດ​ເປັນ​ຂໍ້​ດີ​ໃຫ້ ຫວຽດ​ນາມ.

ທຳ​ອິດ, ເຊິ່ງ​ເຫັນ​ໄດ້​ຊັດ​ເຈນ​ທີ່​ສຸດ​, ກໍ​ແມ່ນການ​ກຳ​ນົດ​ພາ​ສີ​ຂອງ ສະ​ຫະ​ລັດ ຕໍ່​ການ​ສິນ​ຄ້າ​ສົ່ງ​ອອກ​ ຈີນ ຈະ​ກະ​ຕຸ້ນ​ໃຫ້​ບໍ​ລິ​ສັດ​ຕ່າງໆ ​ຍ້າຍ​ອອກ​ຈາກ ຈີນ ໄປ​ຫາ ຫວຽດ​ນາມ ທີ່​ຢູ່​ໃກ້​ຄຽງ ເພື່ອຫຼີກ​ລ່ຽງ​ພາ​ສີ. ດັ່ງ​ຜົນ​ທີ່​ອອກ​ມານັ້ນ, ການ​ສົ່ງ​ອອກ​ຂອງ​ ຫວຽດ​ນາມ ຫາ ສະ​ຫະ​ລັດ ໄດ້​ເພີ່ມ​ຂຶ້ນ 28 ເປີ​ເຊັນ ໃນ​ສາມ​ເດືອນ​ທຳ​ອິດ​ຂອງ​ປີ 2019.

ສອງ, ສະ​ຫະ​ລັດ ອາດ​ສັບ​ສົນກັບ​ສົງ​ຄາມ​ການ​ຄ້າ, ເຊິ່ງ​ແມ່ນ​ຜົນ​ປະ​ໂຫຍດ​ທີ່​ອາດ​ເປັນ​ໄປ​ໄດ້​ສຳ​ລັບ ຫວຽດ​ນາມ ທີ່ບໍ່​ຄ່ອຍ​ຖືກ​ເວົ້າ​ເຖິງຫຼາຍ​ປານ​ໃດ.

ທ່ານ ເຟ​ຣດ​ ເບີກ, ຄູ່​ຮ່ວມ​ບໍ​ລິ​ຫານ​ສຳ​ລັບ​ບໍ​ລິ​ສັດ ເບ​ເກີ ແລະ ແມັກ​ເຄັນ​ຊີ ຫວຽດ​ນາມ, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ກົດ​ໝາຍ, ໃນ​ທ້າຍ​ປີ​ກາຍນນີ້​ໄດ້​ກ່າວ​ວ່າ “ຫວຽດ​ນາມ ຫວັງ​ວ່າ ຈີນ ຈະ​ດຶງ ສະ​ຫະ​ລັດ ອອກ​ຈາກ​ການ​ເຈ​ລະ​ຈາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG