ທຳນຽບຂາວໄດ້ປະນາມ “ໃນຄຳເວົ້າທີ່ແຮງທີ່ສຸດ” ຕໍ່ການສັງຫານໝູ່ຊາວຄຣິສຕຽນ Ethiopia 30 ຄົນໃນລີເບຍ ທີ່ກຸ່ມລັດອິສລາມໄດ້ກ່າວອ້າງນັ້ນ.
ໂຄສົກຍິງປະຈຳທຳນຽບຂາວ ກ່າວໃນວັນອາທິດວານນີ້ວ່າ
“ການທີ່ ພວກກໍ່ການຮ້າຍເຫຼົ່ານັ້ນ ສັງຫານພວກຜູ້ຊາຍ
ເຫຼົ່ານີ້ ຍ້ອນຄວາມເຊື່ອ ຖືທາງສາສະໜາຂອງເຂົາເຈົ້າ
ເທົ່ານັ້ນ ສະແດງໃຫ້ເຫັນຄວາມໂຫດຫ້ຽມອັນຊົ່ວຮ້າຍ
ແລະໄຮ້ຄວາມຮູ້ສຶກຂອງພວກກໍ່ການຮ໊າຍ.”
ໂຄສົກຍິງກ່າວຕໍ່ໄປວ່າ ການສັງຫານສະແດງໃຫ້ເຫັນຄວາມຈຳເປັນຢ່າງຮີບດ່ວນ ສຳລັບການແກ້ໄຂບັນຫາຄວາມວຸ້ນວາຍທາງການເມືອງໃນລີເບຍ ແລະການປຸ້ມລຸມສາມັກຄີກັນຕໍ່ຕ້ານພວກກຸ່ມກໍ່ການຮ້າຍ.
ໃນການອ້າງເອົາຄວາມຮັບຜິດຊອບສຳລັບການສັງຫານໝູ່ທີ່ວ່ານີ້ ກຸ່ມລັດອິສລາມໄດ້ລົງພາບວີດີໂອ ສະແດງໃຫ້ເຫັນພວກຜູ້ຊາຍເຫຼົ່ານີ້ ນັ່ງຄຸເຂົ່າ ຢູ່ໃນຊາຍຫາດແຫ່ງໜຶ່ງ ແລະຖືກຕັດຫົວ ສ່ວນພວກອື່ນໆນັ້ນ ຖືກຍິງໃສ່ງ່ອນດົ້ນ ຊຶ່ງຄ້າຍຄືກັນກັບພາບວີດີໂອ ທີ່ເປີດເຜີຍອອກມາ ໃນເດືອນກຸມພາຜ່ານມາ ທີ່ສະແດງໃຫ້ເຫັນພວກຫົວຮຸນແຮງກຸ່ມລັດອິສລາມ ຕັດຫົວພວກຊາວຄຣິສຕຽນອີຈິບນັ້ນ.
ເຈົ້າໜ້າທີ່ສັນນິບາດຊາດອາຫຣັບທ່ານໜຶ່ງ ກ່າວຕໍ່ອົງການ
ຂ່າວຝຣັ່ງ ວ່າ ພວກຫົວໜ້າທະຫານຈາກພາກພື້ນ ຈະພົບປະ
ກັນທີ່ນະຄອນຫຼວງ ໄຄໂຣ ໃນສັບປະດານີ້ ເພື່ອໂອ້ລົມສົນທະ
ນາກັນເລື້ອງ ການຈັດຕັ້ງກຳລັງທະຫານຮ່ວມຂຶ້ນ ເພື່ອຕໍ່ຕ້ານ
ພວກຫົວຮຸນແຮງກຸ່ມລັດອິສລາມ.
ສະຫະລັດ ກຳລັງນຳພາກຸ່ມປະສົມນາໆຊາດຢູແລ້ວ ທຳການ
ໂຈມຕີທາງອາກາດຕໍ່ເປົ້າໝາຍແຫ່ງຕ່າງໆຂອງກຸ່ມລັດອິສລາມ
ໃນຊີເຣຍ ແລະໃນອີຣັກ ຊຶ່ງໄດ້ອຳນວຍໃຫ້ພວກກຳລັງຂອງອີຣັກ
ຍຶດເອົາຫຼາຍເຂດຄືນມາໄດ້ ຈາກພວກຫົວຮຸນແຮງ.