ສະຫະລັດ ແລະ ຢູໂຣບ ປາກົດວ່າບໍ່ເຫັນພ້ອມກັນຢ່າງເລິກເຊິ່ງ ກ່ຽວກັບ ສະພາບຂອງສາຍພົວພັນຂ້າມມະຫາສະໝຸດ ແອັດແລນຕິກ ລຸນຫຼັງກອງປະຊຸມໃຫຍ່ດ້ານຄວາມໝັ້ນຄົງທີ່ສຳຄັນໃນປະເທດ ເຢຍຣະມັນ ໃນທ້າຍອາທິດທີ່ຜ່ານມາ, ເຊິ່ງມີບັນດາຜູ້ນຳການເມືອງ ແລະ ກອງທັບຫຼາຍຮ້ອຍຄົນຈາກທົ່ວໂລກເຂົ້າຮ່ວມ.
ປະທານາທິບໍດີ ເຢຍຣະມັນ ທ່ານ ແຟຣັ້ງ ວອລເທີ ສໄຕນມາຍເຢີ (Frank-Walter Steinmeier) ໄດ້ໄຂກອງປະຊຸມໃຫຍ່ດັ່ງກ່າວດ້ວຍການກ່າວຄຳປາໄສທີ່ກ່າວຫາລັດຖະບານ ວໍຊິງຕັນ ກ່ຽວກັບ ການປະຕິເສດຄວາມຄິດຂອງປະຊາຄົມນານາຊາດ ແລະ ໄດ້ເຕືອນ ກ່ຽວກັບ ໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກ ຣັດເຊຍ ແລະ ຈີນ.
ບັນດາຜູ້ແທນ ສະຫະລັດ, ທີ່ຖືກນຳພາໂດຍລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ມາກ ເອັສເປີ ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ, ໄດ້ປະຕິເສດການກ່າວອ້າງ ກ່ຽວກັບ ການແຕກແຍກຂອງສາຍພົວພັນຂ້າມມະຫາສະໝຸດແອັດແລນຕິກນັ້ນ.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນກອງປະຊຸມເມື່ອວັນເສົາທີ່ຜ່ານມາວ່າ “ຂໍ້ຄວາມທີ່ວ່ານັ້ນບໍ່ໄດ້ສົ່ງຜົນສະທ້ອນເຖິງຄວາມເປັນຈິງແຕ່ຢ່າງໃດ. ຂ້າພະເຈົ້າຍິນດີທີ່ຈະລາຍງານວ່າ ການພັງລົງຂອງພັນທະມິດຂ້າມມະຫາສະໝຸດ ແອັດແລນຕິກ ແມ່ນການເວົ້າເກີນຄວາມຈິງເປັນຢ່າງຍິ່ງ. ປະເທດຕາເວັນຕົກແມ່ນກຳລັງໄດ້ຊະນະເລີດ. ພວກເຮົາແມ່ນກຳລັງເຮັດມັນນຳກັນ.”
ທ່ານ ພອມພຽວ ໄດ້ກ່າວວ່າ ເພື່ອພິສູດຄວາມຈິງນັ້ນ, ຢູໂຣບ ຄວນຫັນໄປເບິ່ງກຳລັງທະຫານ ສະຫະລັດ ຫຼາຍສິບພັນຄົນ ທີ່ປ້ອງກັນເຂດຊາຍແດນຂອງບັນດາປະເທດ NATO ທີ່ຕິດກັບ ຣັດເຊຍ, ແລະ ບົດບາດການນຳພາຂອງ ອາເມຣິກາ ໃນການຕໍ່ສູ້ເອົາຊະນະກຸ່ມລັດອິສລາມ.
ລັດຖະມົນຕີ ພອມພຽວ ຍັງໄດ້ສັນຍາໃຫ້ເງິນຊ່ວຍເຫຼືອບັນດາປະເທດ ຢູໂຣບ ຕາເວັນອອກ 1 ຕື້ໂດລາ ເພື່ອສິ້ນສຸດການເພິ່ງພາອາໄສແກັສຂອງ ຣັດເຊຍ, ດ້ວຍການແນເປົ້າໃສ່ຂະຫຍາຍການສົ່ງອອກ ແກັສແຫຼວທຳມະຊາດຂອງ ສະຫະລັດ.
ສຳລັບ ຢູໂຣບ, ການພິຈາລະນາຕ່າງໆປາກົດວ່າແຕກຕ່າງຫຼາຍ. ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວວ່າ ສະຫະລັດ ໄດ້ທຳການທົບທວນຄືນສາຍພົວພັນຂອງເຂົາເຈົ້າກັບ ຢູໂຣບ, ແລະ ທະວີບດັ່ງກ່າວຕ້ອງຄວບຄຸມໂຊກຊະຕາຂອງເຂົາເຈົ້າເອງ.