ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ພວມ​ປ່ຽນ​ແປງ ​ບົດ​ບາດ​ຂອງ​ຕົນ ຢູ່​ໃນ​ມຽນ​ມາ​ ຫຼື​ບໍ່?


ສະ​ມ​າ​ຊິກ​​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊົນ​ກຸ່ມ​ນ້ອຍ ນຶ່ງ​ໃນ​ສາມ​ພັນ​ທະ​ມິດ​ພະ​ລາ​ດອນ​ພາບ ກວດ​ເບິ່ງ​ປືນ​ໃຫຍ່ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ຢຶດ​ມາ​ຈາກ​ພວກ​ທະ​ຫານກອງ​ທັບ​ມຽນ​ມາ ທີ່​ເມືອງ​ແສນ​ຫວີ ເມື່ອ​ວັນ​ທີ 24 ພະ​ຈິກ 2023. (Kokang online media via AP)
ສະ​ມ​າ​ຊິກ​​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊົນ​ກຸ່ມ​ນ້ອຍ ນຶ່ງ​ໃນ​ສາມ​ພັນ​ທະ​ມິດ​ພະ​ລາ​ດອນ​ພາບ ກວດ​ເບິ່ງ​ປືນ​ໃຫຍ່ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ຢຶດ​ມາ​ຈາກ​ພວກ​ທະ​ຫານກອງ​ທັບ​ມຽນ​ມາ ທີ່​ເມືອງ​ແສນ​ຫວີ ເມື່ອ​ວັນ​ທີ 24 ພະ​ຈິກ 2023. (Kokang online media via AP)

ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ ​ລະ​ຫວ່າງ​ກຸ່ມ​ກະ​ບົດ ແລະ​ພວກ​ທະ​ຫານເພີ້​ມ​ທະ​ວີ​ຂຶ້ນ ໃນ​ປະ​ເທດ​ມຽນ​ມາ ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ໄທ​ພວມ​ຫັນ​ປ່ຽນ​ແນວ​ທາງ​ ໃນ​ການ​ຮັບ​ມື​ ກັບ​ປະ​ເທດເພື່ອນ​ບ້ານຂອງ​ຕົນ ແລະ​ໄດ້​ເນັ້ນ​ໜັກ​ຫຼາຍ​ຂຶ້ນ ​ໃນ​ການ​ເອົາ​ບົດ​ບາດ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

ມຽນ​ມາ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ​ ນັບ​ຕັ້ງ​ແຕ່​ພວກ​ທະ​ຫານ​ໄດ້​ກໍ່​ລັດ​ຖະ​ປະ​ຫານ​ເມື່ອ​ເດືອນ​ກຸມ​ພາ​ປີ 2021 ໂດຍ​ທີ່​ການ​ຕໍ່​ສູ້​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ປະ​ເທດ. ພວກ​ນັກ​ຊ່ຽວ​ຊານ​ຄາດ​ວ່າ ການ​ສູ້​ລົບ​ກັນ​ທີ່​ເພີ້ມຂຶ້ນນີ້​ ຈະ​ພາ​ໃຫ້​ມີ​ ​ພວກ​ອົບ​ພະ​ຍົບ​ຫຼົບ​ໜີຫຼາຍ​ຕື່ມ​ຂຶ້ນ ຂ້າມ​ຊາຍ​ແດນ​ທີ່​ຍາວ 2,400 ກິ​ໂລ​ແມັດ ທີ່​ຕິດ​ກັບ​ປະ​ເທດ​ໄທ.

ແລະ​ດ້ວຍ​ເຫດ​ຜົນ​ນີ້ ຈຶ່ງ​ຊຸກ​ຍູ້​ໃຫ້​ໄທ ​ດຳ​ເນີນ​ການ​ເພີ້ມ​ຕື່ມ ​ເພື່ອ​ຊ່ວຍ​ເຫຼືອ​ພວກ​ອົ​ບ​ພະ​ຍົບ ອີງ​ຕາມ​ລັດ​ຖະ​ບານ​ຂອງໄທ.

ໃນ​ຕົ້ນ​ເດືອນນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດ​ໄທ ທ່ານ​ປານ​ປ​ຣີ ພາ​ຫິດ​ທາ​ນຸ​ກອນ (Parnpree Bahiddha-Nukara) ກ່າວ​ວ່າ ໄທ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ບ່ອນ​ພັກ​ພາ​ອາ​ໄສ ເພື່ອ​ຮັບ​ເອົາ​ອົບ​ພະ​ຍົບ​ມຽນ​ມາ ໜັງ​ສື​ພິມ​ບາງກອກ​ໂພດ​ລາຍ​ງານ.

“ຖ້າ​ຄວາມ​ຮຸນ​ແຮງ​ຫາກ​ເພີ້ມ​ຂຶ້ນ ມັນ​ອາດ​ຈະ​ມີ​ພວກ​ອົບ​ພະ​ຍົບ ​ຫຼັ່ງ​ໄຫຼ​ໜີ​ໄປທົ່ວ​ທຸກ​ສາ​ລະ​ທິດ ບໍ່​ພຽງ​ແຕ່​ມາ​ສູ່​ປະ​ເທດ​ໄທ​ເທົ່າ​ນັ້ນ” ໜັງ​ສື​ພິມ​ດັ່ງ​ກ່າວ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ​.

ໃນ​ອາ​ທິດ​ແລ້ວນີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄທ​ກ່າວ​ວ່າ ຕົນ​ໄດ້​ຕົກ​ລົງ​ກັບ​ມຽນ​ມາ​ເພື່ອ​ສ້າງ​ຕັ້ງ​ຄະ​ນະ​ປະ​ຕິ​ບັດ​ງານ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ້ມ​ຂຶ້ນ ​ທາງ​ດ້ານ​ມະນຸ​ດ​ສະ​ທຳ ​ແກ່​ພວກ​ອົບ​ພະ​ຍົບ​ຫຼົບ​ໄພ​ຢູ່​ໃນ​ມຽນ​ມາ ລະ​ຫວ່າງ​ທີ່​ເກີດ​ບັນ​ຫາ​ຂັດ​ແຍ້ງ. ການ​ປະ​ກາດ​ດັ່ງ​ກ່າວ​ມີ​ຂຶ້ນ ໂດຍ​ຜ່ານ​ທາງ​ຖະ​ແຫຼງ​ການ ຫຼັງ​ຈາກ​ທ່ານ​ປານ​ປ​ຣີ ​ໄດ້​ພົບ​ປະ​ກັບ​ທ່ານ​ອູ ທານ ສ​ເວ (U Than Swe) ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຂອງ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG