ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ລັດອິສລາມ ປ່ອຍໂຕປະກັນ ຊາວເທີກີ 49 ຄົນ (ສະໄລດ໌/ວີດີໂອ)


Freed Turkish hostages are welcomed at the airport in Ankara, Sept. 20, 2014.
Freed Turkish hostages are welcomed at the airport in Ankara, Sept. 20, 2014.

ນາຍົກລັດຖະມົນຕີເທີກີກ່າວວ່າ ໂຕປະກັນຊາວເທີກີ 49 ຄົນ
ທີ່ຖືກພວກຫົວຮຸນແຮງລັດອິສລາມຈັບໄປ ຢູ່ໃນປະເທດອີຣັກ
ເມື່ອເດືອນມິຖຸນາຜ່ານມານັ້ນ ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ
ແລ້ວ.

ທ່ານ Ahmet Davutoglu ກ່າວໃນວັນເສົາມື້ນີ້ວ່າ ໂຕປະກັນ
ໄດ້ຖືກປ່ອຍໃນຕອນເຊົ້າມື້ນີ້ແລະໄດ້ເດີນທາງໄປເຖິງປະເທດ ເທີກີດ້ວຍຄວາມປອດໄພແລ້ວ.

ໂຕປະກັນທີ່ຮວມທັງພວກນັກການທູດ ທະຫານແລະເດັກນ້ອຍ
ໄດ້ຖືກລັກພາໂຕໄປ ຈາກສະຖານກົງສຸນເທີກີ ທີ່ເມືອງ Mosul
ປະເທດອີຣັກ ເມື່ອວັນທີ 11 ມິຖຸນາຜ່ານມາ ໃນຂະນະທີ່ ພວກຫົວຮຸນແຮງລັດອິສລາມຕີ ເມືອງດັ່ງກ່າວແຕກ ໃນການເຂົ້າຢຶດເອົາບໍລິເວນອັນກວ້າງຂວາງຢູ່ໃນປະເທດອີຣັກແລະ ຊີເຣຍ.

TURKEY HOSTAGES VO
please wait
Embed

No media source currently available

0:00 0:00:48 0:00

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເທີກີເຮັດວິທີໃດ ຈຶ່ງມີການປ່ອຍໂຕປະກັນເຫຼົ່ານີ້ ແລະມີ ການຈ່າຍເງິນຄ່າໄຖ່ຫລືບໍ່.

ເທີກີ ຊຶ່ງເປັນສະມາຊິກຂອງອົງການເນໂຕ້ ໄດ້ສະແດງຄວາມລັງເລໃຈໃນການທີ່ຈະເຂົ້າ ຮ່ວມແນວໂຮມຕ້ານພວກຫົວຮຸນແຮງລັດອິສລາມໂດຍອ້າງເຫດຜົນໃນເລື່ອງຄວາມປອດ ໄພຂອງພົນລະເມືອງຕົນ 49 ຄົນ ທີ່ຖືກລັກພາໂຕໄປນັ້ນ.

ການປ່ອຍໂຕປະກັນເຫຼົ່ານີ້ແມ່ນກົງກັນຂ້າມກັບການຕັດຫົວເມື່ອໄວໆມານີ້ ຂອງນັກຂ່າວ ຊາວອາເມຣິກັນ 2 ຄົນແລະພະນັກງານໃຫ້ຄວາມຊ່ອຍເຫຼືອຊາວອັງກິດຜູ້ນຶ່ງ ໂດຍກຸ່ມລັດ ອິສລາມ.

ນາຍົກລັດຖະມົນຕີ Davutoglu ກ່າວວ່າ ການປ່ອຍໂຕປະກັນເຫຼົ່ານີ້ແມ່ນເປັນຜົນຂອງ ວິທີການປະຕິບັດງານໂດຍໜ່ວຍສືບລັບເທີກີ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມຕື່ມ.

ປະທານາທິບໍດີ Recep Tayyip Erdogan ກ່າວວ່າ ຊາວເທີກີໄດ້ຖືກປ່ອຍ ໃນການປະ ຕິບັດງານທີ່ສຳເລັດຜົນທີ່ໃຊ້ເວລາຕະຫຼອດຄືນ ທີ່ມີຂຶ້ນທ່າມກາງຄວາມລຶກລັບນັ້ນ.

ຄົນຂັບລົດບັນທຸກຊາວເທີກີ 32 ຄົນ ທີ່ຖືກຈັບໂຕໄປຄືກັນ ຢູ່ເມືອງ Mosul ເມື່ອວັນທີ 6 ເດືອນມິຖຸນາຜ່ານມານັ້ນ ໄດ້ຖືກປ່ອຍໂຕນຶ່ງເດືອນຕໍ່ມາ. ເທີກີບໍ່ຍອມໃຫ້ຂ່າວຄາວໃດໆ ກ່ຽວກັບການປ່ອຍໂຕພວກກ່ຽວ.

ໃນການເຄື່ອນໄຫວອີກດ້ານນຶ່ງນັ້ນ ຮອງນາຍົກລັດຖະມົນຕີເທີກີກ່າວໃນວັນເສົາມື້ນີ້ວ່າ ຊາວເຄີດຈາກຊີເຣຍຫຼາຍສິບພັນຄົນ ໄດ້ຂ້າມເຂົ້າໄປໃນເທີກີຫຼັງຈາກອັງກາຣາ ໄດ້ເປີດ ຊາຍແດນຂອງຕົນ.

ທ່ານ Numan Kurtulmas ກ່າວວ່າ ຊາວເຄີດຈາກຊີເຣຍປະມານ 45000 ຄົນ ໄດ້ຂ້າມ ຊາຍແດນເຂົ້າໄປໃນເທີກີ ຫລົບໜີການປະທະກັນກັບພວກຫົວຮຸນແຮງລັດອິສລາມ.

ທ່ານ Kurtulmas ເວົ້າວ່າ ເທີກີໄດ້ເປີດຊາຍແດນຂອງຕົນ 8 ຈຸດເພື່ອໃຫ້ຊາວເຄີດຂ້າມ ເຂົ້າໄປ.

XS
SM
MD
LG