ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສູ້ລົບຢ່າງໜັກ ລະເບີດຂຶ້ນ ທີ່ເມືອງ Mosul ຂະນະທີ່ ກຳລັງອີຣັກ ບຸກເຂົ້າໄປ


ແມ່ຍິງຄົນນຶ່ງພວມແນມເບິ່ງໄຟໄໝ້ ບໍ່ນ້ຳມັນ ທີ່ຈູດໂດຍ ພວກຫົວຮຸນແຮງລັດອິສລາມ.
ແມ່ຍິງຄົນນຶ່ງພວມແນມເບິ່ງໄຟໄໝ້ ບໍ່ນ້ຳມັນ ທີ່ຈູດໂດຍ ພວກຫົວຮຸນແຮງລັດອິສລາມ.

ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໄດ້​ລະ​ເບີດ​ຂຶ້ນ ​ໃນ​ວັນ​ສຸກ​ວານ​ນີ້ ລະຫວ່າງ​ພວກ​ນັກ​ລົບຂອງ​ກຸ່ມ​ລັດ​ອິສລາມ ​ແລະ​ກຳລັງ​ພິ​ເສດ​ຂອງ​ອີຣັກ ຢູ່ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul ​ໃນ​ຂະນະ​ທີ່​ກຳລັງ​ຂອງ​ອີຣັກສືບ​ຕໍ່​ການ​ບຸກ​ໂຈມ​ຕີ​ເລິກ​ເຂົ້າ​ໄປ​ໃນ​ເຂດ​ທີ່​ໝັ້ນກຸ່ມ​ລັດ​ອິສລາມ ​ໂດຍ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ການ​ໂຈມ​ຕີ​ທາງອາກາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະ ລັດ.

ກຳລັງ​ພິ​ເສດ​ອີຣັກ​ໄດ້​ຖືກ​ຕ້ານ​ຢັນ​ຢ່າງ​ແຂງ​ຂັນ ​ເວລາ​ເຂົາ​ເຈົ້າຫຍັບໃກ້​ເຂົ້າ​ໄປ​ສູ່ເຂດ​ໃຈ ກາງ​ເມືອງ ​ຈາກກ້ຳ​ຕາ​ເວັນ​ອອກ ທັງໆ​ທີ່​ມີ​ລາຍ​ງານ​ຂ່າວ​ຢ່າງ​ກວ້າງຂວາງວ່າ ​ໃນ​ໄລຍະ​ສອງ​ສາມ​ອາທິດ​ຜ່ານ​ມານີ້ວ່າ ພວກ​ຜູ້ນຳ​ຂອງກຸ່ມ​ລັດ​ອິສລາມ ​ໄດ້ພາກັນ​ຫຼົບ​ໜີ​ໄປ​ຈາກ​ເຂດ​ກ້ຳ​ຕາ​ເວັນ​ອອກ ​ຂອງ​ເມືອງ Mosul ​ແລ້ວ. ພວກ​ທີ່ເຫັນ​ເຫດການ​ລາຍ​ງານ​ວ່າ ​ໄດ້​ເກີດ​ການ​ຍິງ​ຕໍ່ສູ້​ກັນ​ແບບ​ບໍ່​ມີ​ການ​ຢຸດ​ເຊົາ​ເປັນ​ເວລາ​ຫລາຍໆ​ຊົ່ວ​ໂມງ.

ການກະກຽມປ້ອງກັນ ເມືອງ Mosul ຂອງກຸ່ມລັດອິສລາມ ຖືກຖ່າຍພາບໄວ້ ກ່ອນການບຸກໂຈມຕີ
ການກະກຽມປ້ອງກັນ ເມືອງ Mosul ຂອງກຸ່ມລັດອິສລາມ ຖືກຖ່າຍພາບໄວ້ ກ່ອນການບຸກໂຈມຕີ

ທະຫານ​ຈາກ​ໜ່ວຍ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍປະກາດ​ຢູ່​ໃນ​ຖະ​ແຫຼງການ​ຂອງ​ກອງທັບ​ວ່າ ຕົນ​ຍຶດ​ໄດ້ 6 ​ເມືອງ​ແລ້ວ ​ໃນ​ເຂດ​ກ້ຳ​ຕາ​ເວັນ​ອອກ​ ຂອງ​ເມືອງ Mosul ​ໃນ​ວັນ​ສຸກ​ວານ​ນີ້ ​ແຕ່​ແນວ​ໃດ​ກໍ​ຕາມຜູ້​ທີ່​ເຫັນ​ເຫດການ​ຄົນ​ນຶ່ງ​ກ່າວ​ຕໍ່​ອົງການຂ່າວ​ຣອຍ​ເຕີ້ວ່າ ການ​ປະ​ທະ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ເມືອງ​ທີ່​ລາວ​ຢູ່ ຫລັງ​ຈາກທີ່​ໄດ້​ມີການ​ປະກາດ​ໄປ​ແລ້ວ.

ທີ່​ນະຄອນ​ເຈ​ນີວາ​ໃນ​ວັນ​ສຸກ​ວານ​ນີ້ ຫ້ອ​ງການ​ຂ້າ​ຫລວງ​ໃຫຍ່​ດ້ານ​ສິດທິ​ມະນຸດຂອງ​ອົງ ການ​ສະຫະ​ປະຊາ​ຊາດກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ ຍັງ​ສື​ບຕໍ່ ບັງຄັບ​ໃຫ້​ສົ່ງ​ພົນ ລະ​ເຮືອນ​ ໄປ​ຍັງ​ເມືອງ Mosul ​ແລະ​ເຂດ​ຊານ​ເມືອງ​ ເພື່ອ​ເປັນເຄື່ອງ​ກຳ​ບັງບໍ່​ໃຫ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ.

​ໂຄສົກ​ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ອົງການສະຫະ​ປະຊາ​ຊາດ ທ່ານ​ນາງ Ravina Shamdasani ກ່າວ​ວ່າ ກຸ່ມ​ລັດ​ອິສລາມ​ ທີ່​ເອີ້ນຫຍໍ້ ​ເປັນ​ພາສາ​ອັງກິດ​ວ່າ IS ຫຼື ISIL ນັ້ນມີ​ລາຍ​ງານ​ວ່າໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 50 ຄົນໃນ​ວັນ​ຈັນ​ແລ້ວທີ່​ຄ້າຍ Ghaz- lani ​ໃນ​ເມືອງ Mosul ຍ້ອນ​ຖືກ​ກ່າວ​ຫາ​ວ່າພາ​ກັນ​ໂຕນ​ທັບ. ທ່ານ​ນາງ​ກ່າວ​ວ່າ ນອກ​ນັ້ນຍັງ​ມີ​ລາຍ​ງານ​ຂ່າວ ​ທີ່​ໜ້າ​ເຊື່ອ​ຖື​ແຈ້ງວ່າ ມີ 380 ຄົນ​ໄດ້​ຖືກ​ຂ້າ​ໃນ​ມື້ວັນ​ພຸດແລ້ວຢູ່ ​ທີ່ເມືອງ Mosul ​ແລະ​ເມືອງ Kokjali ທີ່​ຕັ້ງຢູ່​ໃກ້​ຄຽງ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນຍັງ​ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບການ​ເສຍ​ຊີວິດ​ຂອງ ພົນລະ​ເຮືອນ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ ຮວມທັງ​ໃນ​ມື້ວັນ​ພຸດຜ່ານມາ​ ທີ່ແຈ້ງວ່າ ມີ​ແມ່ຍິງ 4 ຄົນເສຍ​ຊີວິດ​ແລະພົນລະ​ເຮືອນ​ອີກ 17 ຄົນ​ໄດ້​ຮັບບາດ​ເຈັບໃນ​ຄຸ້ມໆ​ນຶ່ງ​ທາງ ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ພວກ​ແນວ​ໂຮມ ​ພາຍ​ໃຕ້​ການ​ນຳພາ​ ຂອງ​ສະຫະລັດ ​ໄດ້​ເພີ້ມທະວີ​ຂຶ້ນ​ໃນ​ໄລຍະ​ສອງ​ມື້ຜ່ານ​ມາ​ນີ້ ​ໃນ​ການ​ບຸກ​ໂຈມ​ຕີ​ເຂົ້າຍຶດ​ເອົາ​ເມືອງ Mosul ທີ່ເລີ້ມມາ​ໄດ້​ສອງ​ອາທິດ​ກວ່າໆ​ແລ້ວນັ້ນ.

Iraq Mosul
please wait
Embed

No media source currently available

0:00 0:00:50 0:00

Heavy fighting erupted Friday between jihadists and Iraqi special forces in eastern Mosul as they continue their push deeper into the Islamic State stronghold, backed by U.S.-led airstrikes.

Iraqi special forces were met with fierce resistance when approaching the city's urban center from the east, despite widespread reports in recent weeks that Islamic State leaders had fled the eastern side of the city. Witnesses reported uninterrupted gunfire for hours.

Troops from the counterterrorism unit announced in a military statement that they had recaptured six districts of eastern Mosul Friday, though a witness told Reuters news agency that clashes continued in his district after the declaration.

In Geneva Friday, the Office of the High Commissioner for Human Rights said Islamic State militants were continuing to forcibly transfer civilians to the city of Mosul and its outskirts to shield themselves from air strikes.

Human rights spokeswoman Ravina Shamdasani says IS, also known as ISIL, reportedly killed 50 of its own militants last Monday in the Ghazlani military base in Mosul for alleged desertion. She says there also are credible reports of 380 people being killed on Wednesday in Mosul and the nearby town of Kokjali.

The U.N. agency says it has received reports of civilians killed by airstrikes, including one on Wednesday that reportedly killed four women and wounded 17 other civilians in a neighborhood in eastern Mosul.

Airstrikes by the U.S.-led coalition have intensified over the past two days, more than two weeks into the offensive on Mosul.

XS
SM
MD
LG