ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ຈະ​ພົບ​ປະ​ກັບ ນາຍົກອີຣັກ ທ່ານ Haider al-Abadi ຢູ່​ທີ່​ເຢຍຣະມັນ


ນາຍົກລັດຖະມົນຕີອີຣັກ ທ່ານ Haider Al-Abadi ແລະປະທານາທິບໍດີ ສະຫະລັດ ທ່ານ Barack Obama ລຸກຂຶ້ນຈາກຕັ່ງ ຫຼັງຈາກທີ່ໄດ້ພົບປະກັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ເມສາ 2015.
ນາຍົກລັດຖະມົນຕີອີຣັກ ທ່ານ Haider Al-Abadi ແລະປະທານາທິບໍດີ ສະຫະລັດ ທ່ານ Barack Obama ລຸກຂຶ້ນຈາກຕັ່ງ ຫຼັງຈາກທີ່ໄດ້ພົບປະກັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 14 ເມສາ 2015.

ທຳ​ນຽບຂາວ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ວ່າ ປະທາ​ນາ​ທິບໍດີ​
ສະຫະລັດ ທ່ານ Barack Obama ຈະ​ພົບ​ປະ​ກັບ ນາຍົກ
ລັດຖະມົນຕີອີຣັກ ທ່ານ Haider al-Abadi ຢູ່​ທີ່​ເຢຍຣະມັນ ​
ໃນ​ອາທິດ​ໜ້ານີ້ ຢູ່​ນອກ​ກອງ​ປະຊຸມ​ສຸ​ດຍອດ ກຸ່ມ 7 ປະ​ເທດ
ທີ່ຈະເລີນທາງດ້ານອຸດສາຫະກຳ.

ກອງ​ປະຊຸມດັ່ງກ່າວ​ມີ​ຂຶ້ນ ຫຼັງຈາກ​ທີ່ໄດ້​ມີ​ການ​ເຈລະຈາ​
ລະດັບລັດຖະມົນຕີ ຢູ່​ທີ່​ນະຄອນປາຣີ ​ໃນ​ອາທິດ​ນີ້ ​ໂດຍ​ມີ
​ທ່ານ al-Abadi ​ເຂົ້າຮ່ວມ​ດ້ວຍ​ນັ້ນ ​ເພື່ອປຶກສາ​ຫາລື ​ເລື້ອງ​
ການ​ສະໜັບ​ໜຸນ ຕໍ່ກອງ​ກຳລັງ​ອີຣັກ ໂດຍ​ທະຫານຕ່າງ​ປະເທດ ​ໃນ​ການ​ສູ້​ລົບກັບ​ພວກຫົວ​ຮຸນ​ແຮງລັດອິສລາມ ຫຼື IS.

ພວກຊົນເຜົ່າ ຊູນີ ຕິິດອາວຸດ ປິດບັງໜ້າ ຢຸດຢືນຖ່າຍຮູບ ໃນລະຫວ່າງທຳການລາດຕະເວນ ນອກເມືອງ Fallujah ຂອງອີຣັກ, ວັນທີ 28 ເມສາ 2014.
ພວກຊົນເຜົ່າ ຊູນີ ຕິິດອາວຸດ ປິດບັງໜ້າ ຢຸດຢືນຖ່າຍຮູບ ໃນລະຫວ່າງທຳການລາດຕະເວນ ນອກເມືອງ Fallujah ຂອງອີຣັກ, ວັນທີ 28 ເມສາ 2014.

ສະຫະລັດ ​ເປັນ​ຫົວໜ້າ​ນຳພາ​ແນວ​ໂຮມ​ນາໆ​ຊາດ ປະຕິບັດ​
ການ​ໂຈມ​ຕີ​ທາງ​ອາກາ​ດ ໃນແຕ່​ລະ​ວັນ ​ໂດຍ​ມີເປົ້າໝາຍ​ແນ​
ໃສ່ ຕໍ່​ຕ້ານ​ພວກ IS ລວມທັງ 8 ​ເປົ້າໝາຍ​ໃນ​ຊີ​ເຣຍ​ ແລະ 9
​ເປົ້າໝາຍ ​ໃນ​ອີຣັກ ເມື່ອຄືນ ທີ່ຜ່ານມານີ້.

ທຳນຽບຫ້າ​ແຈ ຍັງ​ໄດ້​ຢືນຢັນ​ ລາຍ​ງານ​ຂອງ​ສື່​ມວນຊົນທີ່ວ່າ
ພວກ​ນັກ​ຕໍ່ສູ້ IS ​ໄດ້​ຈຳກັດ​ການ​ສົ່ງ​ນ້ຳ​ເຂົ້າ​ໄປ​ໃນ​ແຂວງ Anbar
ຫຼັງຈາກ​ທີ່​ໄດ້​ຍຶດ​ເອົາເມືອງຫລວງ Ramadi ຂອງ​ແຂວງດັ່ງກ່າວ
ເມື່ອ​ເດືອນ​ແລ້ວ​ນີ້.

​ໂຄສົກ​ທຳ​ນຽບຫ້າ​ແຈ ພັນ​ເອກ Steve Warren ກ່າວ​ຕໍ່ບັນດາ
​ນັກ​ຂ່າວ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ບໍ່​ມີ​ແມ່ນ້ຳ​ໃຫຍ່ ຢູ່​ດ້ານຫຼັງຂອງ​ເຂື່ອນນັ້ນ
ຖ້າ​ທຳລາຍ​ເຂື່ອນ​ແລ້ວ ມັນ​ຈະ​ເຮັດ​ໃຫ້​ນ້ຳໄຫ​ລລົງ ​ກໍ່ໃຫ້​ເກີດໄພ​ນ້ຳຖ້ວມ ​ແຕ່
​ມັນໝາຍ​ຄວາມ​ວ່າ ຖ້າ​ພວກ​ເຂົາຈຳກັດ​ການ​ປ່ອຍ​ນ້ຳ ຢູ່​ທີ່​ເຂື່ອນ​ນັ້ນ ມັນ​ອາດ
ສົ່ງ​ຜົນ​ກະທົບ​ຕໍ່​ການ​ກະ​ເສດ ​ແລະກິດຈະກຳ​ອື່ນໆ. ມັນ​ເປັນ​ສິ່ງ​ທີ່​ພວກ​ເຮົາ​
ກຳລັງ​ຕິດຕາມ​ເບິ່ງ​ຢູ່. ມັນ​ເປັນ​ຕົວຢ່າງ​ຍຸດທະວິທີ ຂອງພວກ​ລັດ​ອິສລາມ.”

ແຜນທີ່ ເມືອງ Ramadi ແລະ ນະຄອນຫຼວງ Baghdad ປະເທດອີຣັກ
ແຜນທີ່ ເມືອງ Ramadi ແລະ ນະຄອນຫຼວງ Baghdad ປະເທດອີຣັກ

ໃນ​ວັນ​ພະຫັດ​ວານ​ນີ້ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ຂໍ​ທຶນ ຫ້າ​ຮ້ອຍ​ລ້ານ​ໂດ​ລາ
ຈາກ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ສືບຕໍ່ການປະຕິບັດງານຢູ່​ໃນ​ເຂດອີຣັກ​ທີ່​ມີ​ກາ​ນຂັດ​ແຍ້​ງນັ້ນ ບ່ອນ​ທີ່ເຈົ້າໜ້າ​ທີ່​ຂັ້ນສູງ​ກ່າວ​ວ່າ ການ​ຊ່ອຍ​ເຫຼືອທາງ​ດ້ານ​ມະນຸດສະທຳ ຈະ​ຖືກ​ຕັດລົງ​ຢ່າງ
​ຫລວງຫຼາຍ ຖ້າ​ບໍ່ໄດ້​ຮັບທຶນຕື່ມ​ອີກ.

ເບິ່ງວີດີໂອລາຍງານລ່ວງໜ້າ ກ່ຽວກັບກອງປະຊຸມຂອງກຸ່ມ G-7 ທີ່ເຢຍລະມັນ:

XS
SM
MD
LG