ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມອ້າງ ເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີດ້ວຍລະເບີດ ທີ່​ແນເປົ້າ​ໝາຍ​ໃສ່ ພວກ​ນັກ​ຂ່າວ​ອັ​ຟ​ກາ​ນິ​ສ​ຖານ


ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ ຖືກ​ນຳ​ອອກ​ໄປ​ຈາກ​ຕຶກ​ອາ​ຄານ ​ພາຍ​ຫລັງ​ມີ​ລະ​ເບີດ​ແຕກ​ໃນເມືອງ Mazar-e-Sharif, ເມືອງ​ເອກ​ຂອງແຂວງບາ​ລ​ຄ໌, ທາງ​ພາກ​ເໜືອ​ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 11 ມີ​ນາ, 2023
ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ໄດ້​ຮັບ​ບາດ​ເຈັບ ຖືກ​ນຳ​ອອກ​ໄປ​ຈາກ​ຕຶກ​ອາ​ຄານ ​ພາຍ​ຫລັງ​ມີ​ລະ​ເບີດ​ແຕກ​ໃນເມືອງ Mazar-e-Sharif, ເມືອງ​ເອກ​ຂອງແຂວງບາ​ລ​ຄ໌, ທາງ​ພາກ​ເໜືອ​ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 11 ມີ​ນາ, 2023

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນວັນອາທິດວານນີ້ ສຳລັບການໂຈມຕີດ້ວຍລະເບີດທີ່ສັງຫານເຈົ້າໜ້າທີ່ຮັກສາຄວາມປອດໄພຜູ້​ນຶ່ງ ແລະເຮັດໃຫ້ພວກນັກຂ່າວກຸ່ມນຶ່ງ ແລະເດັກນ້ອຍໄດ້ຮັບບາດເຈັບຢູ່ໃນເມືອງມາ​ຊາ-​ອີ-ຊາ​ຣີ​ຟ (Mazar-i-Sharif) ທາງພາກເໜືອຂອງອັຟການິສຖານ ໃນອາທິດນີ້, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ເອັ​ຟ​ພີ (AFP).

ການວາງລະເບີດໃນວັນເສົາຜ່ານ​ມາ ມີເກີດຂຶ້ນໃນງານສະ​ຫລອງເພື່ອເປັນກຽດໃຫ້ ແກ່ພວກນັກຂ່າວອັຟການິສຖານ ແລະໄດ້ມີຂຶ້ນສອງມື້ຫຼັງຈາກຜູ້ວາງລະເບີດສະຫລະຊີບໄດ້ສັງຫານເຈົ້າແຂວງໆ ບາ​ລ​ຄ໌ (Balkh) ຂອງກຸ່ມຕາລີບານ ໃນການໂຈມຕີທີ່ອ້າງເອົາ​ຄວາມ​ຮັບ​ຜິດ​ຊອບໂດຍກຸ່ມ​ລັດ​ອິ​ສ​ລາມ ຫລື IS ເຊັ່ນ​ກັນ.

ການໂຈມຕີຕໍ່ພວກນັກຂ່າວແມ່ນເກີດມາຈາກ “ລູກລະເບີດຢູ່​ໃນ​ຫີບ ທີ່ພວກນັກຕໍ່ສູ້ຂອງ IS ສາ​ມາດເອົາ​ໄປວາງໄວ້ ແລະຈຸດ​ຄະ​ນວນ​ໃຫ້ລະເບີດຂຶ້ນ​ໄດ້” ຢູ່ໃນງານທີ່ຈັດຂຶ້ນຢູ່ສູນວັດທະນະທໍາ ມາ​ຊາ-ອີ-ຊາ​ຣີ​ຟ (Mazar-i-Sharif), ເມືອງ​ເອກຂອງແຂວງບາ​ລ​ຄ໌ (Balkh), ນັ້ນ​ຄື​ຄຳ​ເວົ້າ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ທີ່ກ່າວໃນຖະແຫຼງການສະບັບນຶ່ງທີ່​ເຜີຍ​ແຜ່​ໂດຍອົງ​ການ​ຂ່າວ​ອາ​ມັກ (Amaq) ທີ່​ເປັນ​ອົງ​ການ​ຂ່າວ​ທາງເວັບໄຊທ໌ຂອງ​ກຸ່ມ IS.

ຖະ​ແຫຼງການນັ້ນ​ກ່າວອີກ​ວ່າ “ການວາງ​ລະ​ເບີດ​ແມ່ນ​ແນເປົ້າ​ໝາຍ​ໃສ່​ການ​ໂຮມ​ຊຸມ​ນຸມ​ທີ່​ຈັດ​ຂຶ້ນ​ຢູ່​ໃນ​ສູນ​ກາງ​ຊາວຊີ​ໄອ (Shiite) ​ເພື່ອມອບ​ລາງວັນ​ໃຫ້ແກ່​ນັກ​ຂ່າວ​ຈຳນວນ​ນຶ່ງ ທີ່​ເຮັດ​ວຽກ​ຢູ່​ໃນ​ອົງການ​ທີ່​ມີ​ສ່ວນກ່ຽວຂ້ອງກັບ​ສົງຄາມ ​ແລະ​ການ​ປຸກລະດົມ​ຕໍ່ ຕ້ານກຸ່ມ​ລັດ​ອິ​ສ​ລາມ.

ຕຳຫຼວດ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນນຶ່ງເສຍ​ຊີວິດ, ​ໃນ​ຂະນະ​ທີ່​ນັກ​ຂ່າວ 5 ຄົນ ​ແລະ​ເດັກນ້ອຍ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດທີ່​ວ່ານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG