ພວກຫົວຮຸນແຮງ ລັດອິສລາມ ໄດ້ກ່າວອ້າງ ຢູ່ໃນວີດີໂອ ທີ່ນຳ
ອອກເຜີຍແຜ່ທາງອິນເຕີແນັດໃນວັນອາທິດມື້ນີ້ວ່າ ຕົນໄດ້ຕັດ
ຫົວທ້າວ Abdul-Rahman Kassig ພະນັກງານໃຫ້ການຊ່ອຍ
ເຫຼືອຄົນອາເມຣິກັນ.
ທ່ານນາງ Bernadette Meehan ໂຄສົກສະພາຄວາມໝັ້ນຄົງ
ແຫ່ງຊາດຂອງສະຫະລັດກ່າວວ່າປະຊາຄົມສືບລັບພວມດຳເນີນ ງານໂດຍໄວເທົ່າທີ່ຈະໄວ້ໄດ້ເພື່ອລົງຄວາມເຫັນວ່າວີດີໂອນີ້ເປັນ
ຂອງແທ້ຫລືມີຄວາມຈິງຂະໜາດໃດກ່ຽວກັບການຄາດຕະກຳດັ່ງ
ກ່າວ.
ອະດີດສະມາຊິກກຳລັງພິເສດຂອງກອງທັບບົກສະຫະລັດອາຍຸ 26 ປີຄົນນີ້ໄດ້ຖືກຈັບ 13
ເດືອນມາແລ້ວໃນຂະນະທີ່ຜູ້ກ່ຽວເຮັດວຽກໃຫ້ການຊ່ອຍເຫຼືອທາງດ້ານມະນຸດສະທຳຢູ່ໃນ ຊີເຣຍ. ຄອບຄົວຂອງລາວ ກ່າວວ່າ ລາວໄດ້ປ່ຽນໄປຖືສາສະໜາອິສລາມ ໃນລະຫວ່າງທີ່ ຖືກຈັບ ແລະປ່ຽນຊື່ຂອງລາວ ຈາກ Peter.
ເມື່ອໄວໆມານີ້ນາງ Paula Kassig ໄດ້ກ່າວຕໍ່ລາຍການ Today ຂອງໂທລະພາບ NBC
ວ່າ ນາງແລະສາມີຂອງນາງ ໄດ້ຮັບເທັບບັນທຶກສຽງຂອງລູກຊາຍເຂົາເຈົ້າ ເມື່ອຫຼາຍໆອາ ທິດຜ່ານມາ ທີ່ລູກຊາຍຂອງນາງເວົ້າວ່າ ລາວຢ້ານວ່າເວລາຂອງລາວຈະໝົດລົງແລ້ວ.
ຜູ້ເຄາະຮ້າຍທີ່ຖືກຕັດຄໍ 3 ຄົນກ່ອນທີ່ໄດ້ຖືກສະແດງໃຫ້ເຫັນຢູ່ໃນວີດີໂອທີ່ພາໃຫ້ຂົນຫົວ ລຸກຂອງກຸ່ມລັດອິສລາມນັ້ນແມ່ນປະກອບດ້ວຍນັກຂ່າວອາເມຣິກັນ James Foley ນັກ ຂ່າວອາເມຣິກັນເຊື້ອສາຍອິສຣາແອລ Steven Sotloff ແລະພະນັກງານໃຫ້ຄວາມຊ່ອຍ ເຫຼືອຊາວອັງກິດ David Haines.
ກ່ອນວີດີໂອຈະຖືກນຳອອກເຜີຍແຜ່ນັ້ນປະທານາທິບໍດີບາຣັກ ໂອບາມາ ໃນການຖະແຫຼງ ຢູ່ປະເທດອອສເຕຣເລຍ ໃນຕອນທ້າຍຂອງກອງປະຊຸມສຸດຍອດຂອງກຸ່ມຈີ 20 ກ່າວວ່າ ທ່ານໄດ້ປະຕິເສດ ກ່ຽວກັບການເປັນພັນທະມິດໃດໆ ກັບຜູ້ນຳຊີເຣຍ ທ່ານ Bashar al- Assad ໃນການສູ້ລົບ ຕ້ານກັບກຸ່ມ ລັດອິສລາມ. ປະທານາທິບໍດີ ເວົ້າວ່າ ທ່ານ Assad ແມ່ນໄດ້ສູນເສຍຄວາມຖືກຕ້ອງຊອບທຳກັບປະຊາຊົນສ່ວນໃຫຍ່ຂອງຊີເຣຍແລ້ວ.
ປະທານາທິບໍດີໂອບາມາ ກ່າວວ່າ ການທີ່ຈະເຮັດໃຫ້ສະຫະລັດ ມີຜົນປະໂຫຍດຮ່ວມກັນ ກັບທ່ານ Assad ຕ້ານພວກຫົວຮຸນແຮງ ລັດອິສລາມນັ້ນ ມີແຕ່ຈະເຮັດໃຫ້ ຊາວຊຸນນີ່ໃນ ຈຳນວນຫຼາຍຂຶ້ນ ຢູ່ໃນຊີເຣຍ ຫັນໄປຮ່ວມມືກັບກຸ່ມຫົວຮຸນແຮງດັ່ງກ່າວ ແລະຈະເຮັດໃຫ້ ແນວໂຮມນາໆຊາດ ເພື່ອຕໍ່ຕ້ານກັບກຸ່ມກໍ່ການຮ້າຍນີ້ ອ່ອນແອລົງ.
ຜູ້ນຳສະຫະລັດໄດ້ສ້າງຕັ້ງແນວໂຮມນາໆຊາດ ຕໍ່ຕ້ານກຸ່ມລັດອິສລາມ ໃນຂະນະທີ່ກຸ່ມດັ່ງ
ກ່າວທຳການອາລະວາດໂຈມຕີ ໃນທົ່ວປະເທດຊີເຣຍ ແລະອີຣັກ.