ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ​​ໃຊ້ຂໍ້​ຕົກລົງ ​ດ້ານ​ເສດຖະກິດ ​ເພື່ອ​ຂະຫຍາຍ ​ອິດ​ທິພົນ​ ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື​ບໍ່?

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping, ຊ້າຍ, ຕ້ອນຮັບ​ທ່ານ Hassan Rouhani ປະທານາທິບໍດີ ​ໃນ​ຂະນະ​ທີ່ທ່ານ​ທຳ​ການ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ​ທີ່​ພະ​ລາ​ຊວັງ Saadabad,​ເຕຫຣານ ອິຣານ, 23 ມັລກອນ, 2016.
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping, ຊ້າຍ, ຕ້ອນຮັບ​ທ່ານ Hassan Rouhani ປະທານາທິບໍດີ ​ໃນ​ຂະນະ​ທີ່ທ່ານ​ທຳ​ການ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ​ທີ່​ພະ​ລາ​ຊວັງ Saadabad,​ເຕຫຣານ ອິຣານ, 23 ມັລກອນ, 2016.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ເສັດ​ສິ້ນ ການ​ຢ້ຽມ
ຢາມ​ຂອງ​ທ່ານ​ໃນ​ພາກ​ຕາ​ເວັນ​ອອກ​ກາງໃນ​ວັນ​ອາທິດ​ແລ້ວ​ນີ້
ດ້ວຍ​ການ​ທີ່ Saudi Arabia Iran ແລະ Egypt ປະຕິຍານ​ວ່າ​
ຈະ​ເສີມຂະຫຍາຍສາຍ​ພົວພັນ​ກັບ​ປັກ​ກິ່ງ. ການ​ຢ້ຽມຢາມ​ຂອງ
​ທ່ານ ມີ​ຂຶ້ນ ຫຼັງ​ຈາກ​ການ​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ເສດຖະກິດ
ຕໍ່​ອິຣ່ານ ຍັງ​ຜົນ​ໃຫ້ໂອກາດ​ທາງດ້ານ​ເສດຖະກິດສຳຫຼັບ​ຈີນ
ຊຶ່ງມີ​ການ​ຕົກລົງຕ່າງໆ ​ທີ່​ມີ​ມຸນ​ຄ່າ​ເຖິງ 600 ພັນ​ລ້າ​ນ​ໂດ​ລ່າ.

ທ່ານ Sheikh Mohammed bin Zayed al-Nahyan (ຊ້າຍ), ອົງ​ມົງກຸດຣາຊກຸມມານ​ແຫ່ງ Abu Dhabi ​ແລະ ຮອງ​ຜູ້​ບັນຊາ​ການສູງ​ສຸດ ຂອງ​ກອງທັບ UAE ພົບ​ປະກັບປະທານ​ປະ​ເທດ​ຈີນ Xi Jinping (ຂວາ) ​ໃນ​ຂະນະທີ່​ທຳ​ການ​ລົງ​ນາມ​ໃນ​ພິທີ ທີ່ສາລາ​ປະຊາຊົນ​ໃນ​ນະຄອນ​ປັກ​ກິ່ງ, 14 ທັນວາ, 2015.

​ແຕ່​ວ່າ​ມັນ​ເປັນ​ການ​ຕົງລົງ​ທາງ​ການ​ເມືອງ ກັບບັນດາ​ຜູ້ນຳ​ອາຣັບ ​ແລະ​ອິຣ່ານ ຊຶ່ງ​ໄດ້ມີການ
ກວດສອບໂດຍ​ປະຊາຄົມການທູດ. ພວກ​ນັກວິ​ໄຈ​ແລະ​ທູດ​ພິ​ເສດ ​ແມ່ນ​ມີ​ຄຳຖາມຕໍ່​ຈີນ​ທີ່ວ່າ ​ຈີນ ກຳລັງ​ພະຍາຍາມ​ທີ່​ຈະ​ໃຊ້​ການ​ຕົກລົງ​ທາງ​ດ້ານ​ເສດຖະກິດ ທີ່​ຈະ​ຂະຫຍາຍ​ອິດທິ
ພົນ​ທາງການ​ເມືອງ​ຂອງ​ຕົນ ​ແລະ​ເຮັດ​ໃຫ້ອິດ​ທິພົນ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ອ່ອນ​ເເອ​ລົງ​ໃນ​ຂົງ​ເຂດ ຫຼືບໍ່.

ອົງການ​ຂ່າວ ຊິນ​ຮົວຂອງທາງ​ການຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ ບໍ່​ໄດ້ຄັດ​ຄ້ານຕໍ່​ການ​ມີ​ອິດ​ທິພົນ​ຂອງ​ສະຫະລັດ ​ໃນ​ຂົງ​ເຂດ. ​ອົງການ​ຂ່າວດັ່ງກ່າວ​ຍັງໂຕ້ແຍ້ງ​ອີກ​ວ່າ​ “ການແຊກແຊງ” ຂອງບັນດາປະເທດ​ພາກ​ຕາ​ເວັນ​ຕົກ ນັ້ນ​ແມ່ນ​ເປັນ​ພິດຫຼາຍ​ກວ່າ ການ​ເປັນ​ທາງ​ເລືອກ​
ທີ່​ວິ​ເສດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

XS
SM
MD
LG