ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານນາງ ວໍເຣັນ ຢາກໃຫ້ IRS ເປີດເຜີຍ ການເສຍພາສີ ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ໃນ ລັດຖະບານ


ສະມາຊິກສະພາສູງ ທ່ານນາງ ເອລີຊາເບັດ ວໍເຣັນ, ສັງກັດພັກເດໂມແຄຣັດ ຈາກລັດ ແມັສຊາຈູເຊັດສ໌ ກ່າວຄຳປາໄສທີ່ເມືອງ ແບຣີວິລ, ລັດ ເວີຈິເນຍ, ບ່ອນທີ່ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ເປີດເຜີຍແຜນງານຂອງເຂົາເຈົ້າ. 24 ກໍລະກົດ, 2017.
ສະມາຊິກສະພາສູງ ທ່ານນາງ ເອລີຊາເບັດ ວໍເຣັນ, ສັງກັດພັກເດໂມແຄຣັດ ຈາກລັດ ແມັສຊາຈູເຊັດສ໌ ກ່າວຄຳປາໄສທີ່ເມືອງ ແບຣີວິລ, ລັດ ເວີຈິເນຍ, ບ່ອນທີ່ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ເປີດເຜີຍແຜນງານຂອງເຂົາເຈົ້າ. 24 ກໍລະກົດ, 2017.

ສະມາຊິກສະພາສູງ ສະຫະລັດ ທ່ານນາງ ເອລີຊາເບັດ ວໍເຣັນ ໄດ້ສະເໜີການປະຕິ
ຮູບຫຼາຍສະບັບ ເພື່ອປາບປາມການສໍ້ລັດບັງຫຼວງໃນລັດຖະບານ ດ້ວຍຂໍ້ກຳນົດໃໝ່
ກ່ຽວກັບ ການວິ້ງເຕັ້ນໂຄສະນາ, ກົດລະບຽບຄຸ້ມຄອງທາງການເງິນ ແລະ ການປົກ
ປິດຕ່າງໆ ໂດຍບັນດາເຈົ້າໜ້າທີ່, ແລະ ມາດຕະການຄວາມໂປ່ງໃສ ທີ່ມີຈຸດປະສົງ
ໃນການລາຍງານຕໍ່ສາທາລະນະທີ່ດີຂຶ້ນ ກ່ຽວກັບ ວ່ານະໂຍບາຍຕ່າງໆໄດ້ຖືກຕັ້ງຂຶ້ນ
ມາແນວໃດ.

ສະມາຊິກພັກເດໂມແຄຣັດ ຈາກລັດ ແມັສຊາຈູເຊັດສ໌ ທ່ານນີ້ໄດ້ກ່າວວ່າ ການປ່ຽນ
ແປງຕ່າງໆຈະແກ້ໄຂສິ່ງທີ່ທ່ານນາງເອີ້ນວ່າ “ພາກສ່ວນທີ່ຜິດສິນທຳທີ່ສຸດ ກ່ຽວກັບ
ວ່າ ເງິນມີອິດທິພົນຫຼາຍຊໍ່າໃດໃນເວລານີ້ໃນລັດຖະບານຢູ່ ວໍຊິງຕັນ,” ໃນຂະນະທີ່
ທ່ານນາງຈະປຶກສາຫາລືກ່ຽວກັບຂໍ້ສະເໜີຂອງເພິ່ນຢູ່ສະໂມສອນນັກຂ່າວແຫ່ງຊາດ
ທີ່ນະຄອນ ຫຼວງ ວໍຊິງຕັນ.

ໃນບັນດາຂໍ້ສະເໜີທັງຫຼາຍຂອງທ່ານນາງນັ້ນ ແມ່ນເພື່ອໃຫ້ກົມບໍລິການລາຍໄດ້ພາຍ
ໃນຫຼື IRS ເປີດເຜີຍການຈ່າຍພາສີຂອງປະທານາທິບໍດີ, ຮອງປະທານາທິບໍດີ ແລະ
ຜູ້ລົງແຂ່ງຂັນເອົາຕຳແໜ່ງໃນສະພາ, ພ້ອມ ກັບຜູ້ທີ່ມາຈາກພາກສ່ວນທຸລະກິດ ຫຼື
ກຸ່ມບໍ່ຫວັງຜົນກຳໄລ ທີ່ບັນດາຜູ້ລົງແຂ່ງຂັນປະຈຳຢູ່. ສຳລັບຜູ້ທີ່ຢາກເປັນປະທານາ
ທິບໍດີ ຫຼື ຮອງປະ ທານາທິບໍດີນັ້ນ, ການຈ່າຍພາສີຈະຢ້ອນຄືນຫຼັງໄປ 8 ປີ.

ປັດຈຸບັນນີ້ ເອກະສານຕ່າງໆແມ່ນຄວາມລັບສ່ວນຕົວ ແລະ ອົງການ IRS ແມ່ນບໍ່
ໄດ້ຮັບອະນຸຍາດໃຫ້ເປີດເຜີຍມັນຕໍ່ສາທາລະນະ. ບັນດາຜູ້ລົງແຂ່ງຂັນສາມາດ, ແລະ
ມັກຈະອາສາສະໝັກໃນສະໜອງຂໍ້ມູນການຈ່າຍພາສີຂອງເຂົາເຈົ້າ. ໃນລະຫວ່າງ
ການໂຄສະນາຫາສຽງການເລືອກຕັ້ງປີ 2016, ເຊິ່ງທ່ານ ດໍໂນລ ທຣຳ ໃນເວລານັ້ນ
ໄດ້ເປັນຜູ້ລົງແຂ່ງຂັນສັງກັດພັກຣີພັບບລີກັນ ແມ່ນໄດ້ບໍ່ໄດ້ເປີດເຜີຍການຈ່າຍພາສີ
ໃດໆຂອງທ່ານເລີຍ. ທ່ານນາງ ຮິລແລຣີ ຄລິນຕັນ ຄູ່ແຂ່ງຂັນຂອງທ່ານຈາກພັກ
ເດໂມແຄຣັດ ໄດ້ໃຫ້ຂໍ້ມູນຂອງເພິ່ນສຳລັບປີ 2007 ຫາ 2015.

ທ່ານນາງ ວໍເຣັນ ໄດ້ເພັ່ງເລັງໃສ່ບົດບາດຂອງນັກວິ້ງເຕັ້ນໂຄສະນາ ໃນການກໍ່ຕັ້ງ
ການປະຕິບັດການຕ່າງໆຂອງລັດຖະບານ ສະຫະລັດ ພ້ອມກັບຄວາມເອົາໃຈໃສ່
ເປັນພິເສດຕໍ່ສິ່ງທີ່ເອີ້ນວ່າ “ການເຄື່ອນໄຫວຂອງເຈົ້າໜ້າທີ່” ທີ່ໄດ້ເຫັນວ່າ ອະດີດ
ເຈົ້າໜ້າທີ່ທີ່ຖືກເລືອກ ແລະ ສະມາຊິກພະນັກງານ ໄດ້ໄປເຮັດວຽກໃຫ້ອຸດສາຫະກຳ
ຕ່າງໆ ແລະ ໃຊ້ຄວາມຮູ້ ແລະ ອິດທິພົນຂອງເຂົາເຈົ້າ ໃນການພະຍາຍາມທີ່ຈະກຳ
ນົດກົດລະບຽບ ແລະ ການລົງທະບຽນຕ່າງໆ.

ທ່ານນາງໄດ້ຮຽກຮ້ອງໃຫ້ມີການຫ້າມປະທານາທິບໍດີ, ຮອງປະທານາ ທິບໍດີ, ສະມາ
ຊິກສະພາ, ຜູ້ພິພາກສາລັດຖະບານກາງ ແລະ ລັດຖະມົນຕີທັງຫຼາຍ ຈາກການເຮັດ
ວຽກ ເປັນຜູ້ວິ້ງເຕັ້ນຕະຫຼອດຊີວິດ, ແລະ ປ້ອງກັນພະນັກງານລັດຖະບານຄົນອື່ນໆ
ບໍ່ໃຫ້ວິ້ງເຕັ້ນໂຄສະນາເປັນເວລາສອງປີ ຫຼັງຈາກໄດ້ອອກຈາກວຽກຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG