ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກລັກເຈາະຂໍ້ມູນ ຊາວອີຣ່ານ 3 ຄົນ ຖືກ​ຟ້ອງ ໃນການເຄື່ອນໄຫວລັກເຈາະເຄືອຂ່າຍຄອມພິວເຕີ 'ແບບຮຽກຄ່າໄຖ່'


ພາບຖ່າຍຈາກຈໍຄອມພິວເຕີ ຂອງກະຊວງຍຸຕິທຳ ສະຫະລັດ ທີ່ໄດ້ເປີດເຜີຍກ່ຽວກັບຊາວອີຣ່ານສາມຄົນ ທີ່ຖືກກ່າວຫາວ່າ ລັກເຈາະເຄືອຂ່າຍຄອມພິິວເຕີ ຂອງເຍື່ອຫຼາຍຮ້ອຍຄົນ ຢູ່ໃນສະຫະລັດ ແລະທົ່ວໂລກ ເພື່ອຮຽກຄ່າໄຖ່, ວັນທີ 14 ກັນຍາ 2022.
ພາບຖ່າຍຈາກຈໍຄອມພິວເຕີ ຂອງກະຊວງຍຸຕິທຳ ສະຫະລັດ ທີ່ໄດ້ເປີດເຜີຍກ່ຽວກັບຊາວອີຣ່ານສາມຄົນ ທີ່ຖືກກ່າວຫາວ່າ ລັກເຈາະເຄືອຂ່າຍຄອມພິິວເຕີ ຂອງເຍື່ອຫຼາຍຮ້ອຍຄົນ ຢູ່ໃນສະຫະລັດ ແລະທົ່ວໂລກ ເພື່ອຮຽກຄ່າໄຖ່, ວັນທີ 14 ກັນຍາ 2022.

ກະຊວງຍຸຕິທຳສະຫະລັດ ໄດ້ເປີດເຜີຍ​ສຳ​ນວນຟ້ອງທາງອາຍາ ໃນວັນພຸດວານນີ້ ທີ່ກ່າວຫາພົນລະເມືອງຊາວອີຣ່ານສາມຄົນວ່າ ລັກເຈາະເຂົ້າໃນເຄືອຂ່າຍຂອງເຍື່ອຫຼາຍຮ້ອຍລາຍ ຢູ່ໃນສະຫະລັດ ແລະຢູ່ທົ່ວໂລກ ໃນສິ່ງທີ່ເຈົ້າໜ້າທີ່ ອະທິບາຍວ່າ ເປັນການເຄື່ອນໄຫວ ລັກເຈາະຂໍ້ມູນທາງໄຊເບີ “ແບບຮຽກຄ່າໄຖ່.”

ເຖິງແມ່ນວ່າ ຄຳຟ້ອງບໍ່ໄດ້ກ່າວຫາວ່າ ພວກແຮກເກີ້ທັງສາມ ໄດ້ດຳເນີນການໃນນາມຂອງລັດຖະບານອີຣ່ານ ອີງຕາມການເປີດເຜີຍແຈ້ງເຕືອນຮ່ວມກັນຂອງພະ​ແນກບັງຄັບໃຊ້ກົດໝາຍສະຫະລັດ ກ່ຽວກັບ “ກິດຈະກຳທາງໄຊເບີ ທີ່ປອງຮ້າຍຢ່າງຕໍ່ເນື່ອງ” ໂດຍພວກຄົນຮ້າຍທີ່ພົວພັນກັບກຳລັງພິທັກປະຕິວັດອິສລາມຂອງອີຣ່ານ ຫຼື IRGC ຊຶ່ງໃນຂະນະດຽວກັນ ກະຊວງການເງິນ ໄດ້ຂຶ້ນບັນຊີດຳ ທີ່ຢູ່ຕ່າງໆຂອງທຸລະກິດ bitcoin ທີ່ພົວພັນກັບຈຳເລີຍສອງຄົນ.

ແຈ້ງເຕືອນດ້ານຄວາມປອດໄພທາງໄຊເບີ ທີ່ໄດ້ອອກຮ່ວມກັນໂດຍອົງການບັງຄັບໃຊ້ກົດໝາຍຂອງ ສະຫະລັດ ອອສເຕຣເລຍ ອັງກິດ ແລະ ການາດາ.

ແຟ້ມພາບ - ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເຣ ໃຫ້ການຢູ່ທີ່ລັດຖະສະພາ ຫຼືທີ່ Capitol Hill ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 21 ກັນຍາ 2021.
ແຟ້ມພາບ - ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເຣ ໃຫ້ການຢູ່ທີ່ລັດຖະສະພາ ຫຼືທີ່ Capitol Hill ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 21 ກັນຍາ 2021.

ໃນຖະແຫລງການຜ່ານທາງວີດີໂອ ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເຣ ໄດ້ກ່າວວ່າ ການແຈ້ງເຕືອນ ໄດ້ເນັ້ນໜັກເຖິງ “ໄພຂົ່ມຂູ່ຢ່າງກວ້າງຂວາງ” ທີ່ເກີດຈາກພວກຄົນຮ້າຍທາງໄຊເບີຂອງອີຣ່ານ.

“ຕໍ່ພວກຄົນຮາຍເຫຼົ່ານີ້ ບໍ່ມີຫຍັງເລີຍເກີນຂີດຈຳກັດ ແມ່ນກະທັງ ຍົກຕົວຢ່າງ ໂຮງໝໍເພື່ອເດັກຂອງນະຄອນບອສຕັນ ຊຶ່ງພວກເຂົາໄດ້ຕັ້ງເປົ້າໝາຍໃສ່ ໃນລະດູຮ້ອນຂອງປີ 20221” ທ່ານເຣ ໄດ້ກ່າວໃນຖະແຫລງການຜ່ານທາງວີດີໂອ.

ພວກພົນລະເມືອງຂອງອີຣ່ານ ທັງສາມຄົນ ໄດ້ຖືກລະບຸໂຕ ຄື ທ້າວມານຊົວ ອາມາດີ (Mansour Ahmadi), ທ້າວອາມາດ ຄາຕີບີ ອັກດາ (Ahmad Khatibi Aghda) ແລະ ທ້າວອາເມຍ ໂຮສເຊນ ນິກກາອຽນ ຣາວາຣີ (Amir Hossein Nickaein Ravari) ໄດ້ຖືກກ່າວຫາວ່າ ດຳເນີນການ “ລ່ວງລະເມີດເຂົ້າໄປໃນຄອມພິວເຕີ ແລະຂົ່ມຂູ່ຮຽກຄ່າໄຖ” ໃນລະຫວ່າງເດືອນຕຸລາ 2020 ແລະເດືອນສິງຫາ 2022 ອີງຕາມ ສຳ​ນວນຟ້ອງ 30 ໜ້າທີ່ໄດ້ຖືກເປີດເຜີຍ ໃນວັນພຸດວານນີ້.

ພວກຊາຍທັງສາມຍັງຄົງລອຍນວນຢູ່ ແລະເຊື່ອວ່າ ພວກເຂົາຍັງຢູ່ໃນປະເທດອີຣ່ານ ອີງຕາມເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງສະຫະລັດ.

ໂຄງການໃຫ້ລາງວັນເພື່ອຄວາມຍຸຕິທຳຂອງກະຊວງການຕ່າງປະເທດ ໄດ້ປະກາດໃຫ້ລາງວັນເປັນເງິນເຖິງ 10 ລ້ານໂດລາ ສຳລັບຂໍ້ມູນກ່ຽວກັບທັງສາມຄົນດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG