ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 20 ສິງຫາ 2026

ພາຍຸ ເຮີຣິເຄນ ເອີມາ ອ່ອນກຳລັງລົງ ແຕ່ ຍັງຄົງ ເປັນພາຍຸ ທີ່ອັນຕະລາຍ ຢູ່

ຖະໜົນສາຍນຶ່ງ ທີ່ໃກ້ແຄມມະຫາສະໝຸດ ລຸນຫຼັງພາຍຸ ເຮີຣິເຄນ  Irma ພັດຜ່ານ ເມືອງ Naples ຂອງລັດ ຟລໍຣີດາ, ວັນທີ 10 ກັນຍາ 2017.
ຖະໜົນສາຍນຶ່ງ ທີ່ໃກ້ແຄມມະຫາສະໝຸດ ລຸນຫຼັງພາຍຸ ເຮີຣິເຄນ Irma ພັດຜ່ານ ເມືອງ Naples ຂອງລັດ ຟລໍຣີດາ, ວັນທີ 10 ກັນຍາ 2017.

ຄາດກັນວ່າ ພາຍຸເຮີຣິເຄນ Irma ຈະອ່ອນກຳລັງລົງ ກາຍເປັນພາຍຸເຂດຮ້ອນ ໃນວັນ
ຈັນມື້ນີ້ ໃນຂະນະທີ່ ມັນເຄື່ອນຍ້າຍໄກຂຶ້ນໄປທາງພາກເໜືອ ຂອງລັດ ຟລໍຣີດາ ຫຼື
ທາງພາກໃຕ້ຂອງລັດຈໍເຈຍ ອີງຕາມສູນກາງເຮີຣິເຄນແຫ່ງຊາດ ສະຫະລັດ.

ເຖິງຢ່າງໃດກໍຕາມ ບັນດານັກພະຍາກອນອາກາດ ກຳລັງເຕືອນວ່າ ລະດັບນ້ຳທະເລ
ທີ່ສູງຂຶ້ນ ຈາກພາຍຸ Irma ຢູ່ຕາມແຄມຝັ່ງທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ
ອາດຍັງຈະກໍ່ໃຫ້ເກີດ “ຄື້ນຟອງ ແລະ ສະພາບການ ຂອງກະແສນ້ຳທະເລ ທີ່ເປັນໄພ
ອັນຕະລາຍຕໍ່ຊີວິດຢູ່.”

ພາບຈາກດາວທຽມ ຄັ້ງຫຼ້າສຸດ ຂອງ ພາຍຸ ເຮີຣິເຄນ ເອີມາ:

ພ້ອມກັນນັ້ນ ສູນກາງເຮີຣິເຄນ ກໍກ່າວຕື່ມວ່າ ອາດຈະມີພາຍຸລົມຫົວກຸດຫຼາຍຫົວ ເກີດ
ຂຶ້ນໃນທົ່ວພາກຕາເວັນອອກສຽງເໜືອ ຂອງລັດຟລໍຣີດາ ທາງພາກຕາເວັນອອກສຽງໃຕ້
ຂອງລັດຈໍເຈຍ ແລະ ລັດ ຄາໂຣໄລນາ ໃຕ້ ຕະຫຼອດຄ່ຳຄືນວັນຈັນມື້ນີ້.

ເມື່ອຕອນເດິກຂອງວັນອາທິດວານນີ້ ພາຍຸ Irma ໄດ້ເຄື່ອນຍ້າຍ ໂດຍມີລົມພັດແຮງສຸດ
155 ກິໂລແມັດຕໍ່ຊົ່ວໂມງ.

ກ່ອນທີ່ມັນຈະກະທົບ ສະຫະລັດ ພາຍຸ Irma ໄດ້ສ້າງເສັ້ນທາງແຫ່ງຄວາມເສຍຫາຍ
ຜ່ານເກາະ ຄາຣີບຽນ ແລະມາບັດນີ້ ເກາະດັ່ງກ່າວ ກຳລັງກຽມຮັບມື ກັບພາຍຸເຮີຣິເຄນ
Jose ທີ່ກຳລັງເຄື່ອນຍ້າຍ ໃນຕອນເດິກຂອງວັນອາທິດວານນີ້ ໂດຍມີລົມພັດແຮງສຸດ
185 ກິໂລແມັດຕໍ່ຊົ່ວໂມງ. ຄາດກັນວ່າ ພາຍຸ Jose ຈະຄ່ອຍໆ ອ່ອນກຳລັງລົງ ໃນ
ຂະນະທີ່ມັນ ເດີນທາງເກືອບວ່າ ເປັນແບບວົງມົນໃນໄລຍະກາງສັບປະດານີ້. ບັນດາ
ນັກພະຍາກອນອາກາດ ກ່າວວ່າ ນ້ຳທະເລທີ່ສູງຂຶ້ນ ເກີດຈາກພາຍຸ Jose ນັ້ນ ອາດສົ່ງ
ຜົນກະທົບຕໍ່ພາກສ່ວນຕ່າງໆ ຂອງເກາະ Hispaniola ເກາະ Bahamas ແລະ ເກາະ
Turks ແລະ Caicos ໃນສອງສາມວັນຂ້າງໜ້າ.

ຮູບສະໄລດ໌ ຄວາມເສຍຫາຍ ຈາກ ພາຍຸ ເຮີຣິເຄນ ເອີມາ

Hurricane Irma Slams Into Florida

Recently planted palm trees lie strewn across the road as Hurricane Irma passes by in Miami Beach, Floria, Spet. 10, 2017.
1/7 Recently planted palm trees lie strewn across the road as Hurricane Irma passes by in Miami Beach, Floria, Spet. 10, 2017.
Stranded motorists try to get back in their car after a breakdown as Hurricane Irma bears down on the Florida Keys, in Hialeah, Sept. 10, 2017.
2/7 Stranded motorists try to get back in their car after a breakdown as Hurricane Irma bears down on the Florida Keys, in Hialeah, Sept. 10, 2017.
Sailboats moored near Watson Island ride out the winds and waves as Hurricane Irma passes by in Miami Beach, Florida, Sept. 10, 2017.
3/7 Sailboats moored near Watson Island ride out the winds and waves as Hurricane Irma passes by in Miami Beach, Florida, Sept. 10, 2017.
A fallen tree blocks Biscayne Blvd. as Hurricane Irma arrives in Hollywood, Florida, Sept. 10, 2017.
4/7 A fallen tree blocks Biscayne Blvd. as Hurricane Irma arrives in Hollywood, Florida, Sept. 10, 2017.
Waves crash over a seawall from Biscayne Bay as Hurricane Irma passes by in Miami, Florida, Sept. 10, 2017.
5/7 Waves crash over a seawall from Biscayne Bay as Hurricane Irma passes by in Miami, Florida, Sept. 10, 2017.
Flood waters rise around signs at the Haulover Marine Center at Haulover Park as Hurricane Irma passes by, Sept. 10, 2017, in North Miami Beach, Florida.
6/7 Flood waters rise around signs at the Haulover Marine Center at Haulover Park as Hurricane Irma passes by, Sept. 10, 2017, in North Miami Beach, Florida.
The metal canopy at a gasoline station is see on the ground after it was overturned by high winds brought on by Hurricane Irma, in North Miami, Florida, Sept. 10, 2017..
7/7 The metal canopy at a gasoline station is see on the ground after it was overturned by high winds brought on by Hurricane Irma, in North Miami, Florida, Sept. 10, 2017..
Previous slide
Next slide

ພາຍຸ Irma ໄດ້ສ້າງຄວາມເສຍຫາຍໜັກ ໃນລັດຟລໍຣີດາ ເປັນລັດຂອງສະຫະລັດ ທີ່ມີ
ປະຊາກອນໜາແໜ້ນອັນດັບສາມ.

ຫຼາຍກວ່າ 3 ລ້ານຄົນ ໃນລັດຟລໍຣີດາ ແມ່ນຢູ່ໃນຄວາມມືດ ໃນຄ່ຳຄືນວັນອາທິດວານນີ້
ຫຼັງຈາກທີ່ ພາຍຸ Irma ໄດ້ພັດຖະລົ່ມລັດຢູ່ແຄມຝັ່ງຂອງອ່າວເມັກຊິໂກ ດ້ວຍ ລົມພັດແຮງ
ຫຼາຍກວ່າ 200 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸດັ່ງກ່າວໄດ້ພັດຂຶ້ນ ຟລໍຣີດາ ຄີເມື່ອຕອນເຊົ້າວັນອາທິດວານນີ້ ໃນເວລາມັນໄດ້
ເຕົ້າໂຮມຄວາມແຮງເກືອບສູງສຸດ. ພາຍໃນຕອນແລງ ມັນໄດ້ເຄື່ອນເຂົ້າໄປໃກ້ເມືອງ
Tampa ແລະ St. Petersburg ເຊິ່ງເປັນສອງເມືອງໃຫຍ່ສຸດຢູ່ ອ້ອມແອ້ມ ອ່າວ
ແທມປາ ບ່ອນທີ່ມີການຄາດວ່າ ພາຍຸດັ່ງກ່າວຈະສົ່ງຄື້ນຟອງສູງເຖິງສາມແມັດຂຶ້ນສູ່
ຖະໜົນ ເດີ່ນຫຽ້າ ແລະບ້ານເຮືອນຕ່າງໆ.

Hurricane Irma
please wait

No media source currently available

0:00 0:01:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

This item is part of
XS
SM
MD
LG